spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງ ມີອາຊະຍະກຳທາງອາຍາເກີດຂຶ້ນກວ່າ 2 ພັນເລື່ອງ

ນະຄອນຫຼວງ ມີອາຊະຍະກຳທາງອາຍາເກີດຂຶ້ນກວ່າ 2 ພັນເລື່ອງ

Published on

ນະຄອນຫຼວງວຽງຈັນ ໄດ້ສະຫຼຸບຜົນການເຄື່ອນໄຫວໃນປີ 2017 ຜ່ານມາ ມີ​ອາ​ຊະ​ຍາ​ກຳ​ທາງ​ອາ­ຍາ​ເກີດ​ຂຶ້ນ 2.222 ເລື່ອງ ໃນນັ້ນ, ຫຼາຍກວ່າໝູ່ແມ່ນຄະດີລັກ​ຊັບເກີດຂຶ້ນເຖິງ 1.183 ເລື່ອງ ແລະ ປີ 2018 ອາ​ຊະ​ຍາ​ກຳ​ທາງ​ອາ­ຍາ​ຕ່າງໆ​ ຫຼຸດ​ລົງ 386 ກໍລະນີ ເທົ່າ​ກັບ 16,3%, ທີ່ກອງ​ປະ­ຊຸມ​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ, ການ​ຫັນ​ລົງ​ຮາກ​ຖານ​ການ­ເມືອງ​ຕິດ​ພັນ​ກັບ​ການ​ຈັດ​ສັນ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ​ປີ 2018 ແລະ ທິດ​ທາງ​ວຽກ​ງານຈຸດ​ສຸມ​ປີ 2019.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນວັນທີ 29 ມັງ­ກອນ 2019 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງນະຄອນຫຼວງ, ໂດຍທ່ານ ພົ​ຈວ ບຸບຜາ ສີ​ພົມ­ມາ ຫົວ­ໜ້າ​ກອງ​ບັນ­ຊາ​ການ​ ປ້ອງ​ກັນ​ຄວາມ​ສະ­ຫງົບ ນະຄອນຫຼວງວຽກວຽງຈັນ ໄດ້​ຂຶ້ນ​ຜ່ານ​ບົດ​ສະ­ຫຼຸບ​ການເຄື່ອນໄຫວ​ ວ່າ: ຜ່ານ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຮາກ​ຖານ​ຄັ້ງ​ນີ້ ສາ­ມາດ​ກຳ​ແໜ້ນ​ເປົ້າ​ໝາຍ​ປະ­ເພດ​ຕ່າງໆ ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ບັນ­ເທິງ, ການ​ບໍ­ລິ­ການ​ທີ່​ເຄື່ອນ​ໄຫວ​ບໍ່​ຖືກ­ຕ້ອງ​ຕາມ​ລະ­ບຽບ​ຫຼັກ­ການ ຊອກ​ເຫັນ​ໄດ້​ບັນ­ດາ​ສາເຫດ​ເງື່ອນ­ໄຂ​ພາ­ໃຫ້​ເກີດ​ຄວາມ​ບໍ່​ສະ­ຫງົບ, ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ຈາກ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຕ່າງໆ ທາງ​ດ້ານ​ວິ­ຊາ​ສະ­ເພາະ ສາ­ມາດ​ແກ້​ໄຂ​ບັນ­ດາ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ພົ້ນ​ເດັ່ນຕາມ​ນະ­ໂຍ­ບາຍ 3 ຫຼຸດ ​ໄດ້​ດີ​ກວ່າ​ເກົ່າ ແລະ ໄດ້​ຮັບ​ການ​ແກ້​ໄຂ​ຫຼຸດ​ລົງ.

​ເມື່ອ​ທຽບ­ໃສ່​ສະ­ຖິ­ຕິ​ປີ 2017 ມີ​ອາ​ຊະ​ຍາ​ກຳ​ທາງ​ອາ­ຍາ​ເກີດ​ຂຶ້ນ 2.222 ເລື່ອງ ໃນ​ນັ້ນ, ຊີງ​ຊັບ 218 ເລື່ອງ, ລັກ​ຊັບ 1.183 ເລື່ອງ ແລະ ສໍ້​ໂກງ​ຊັບ 264 ເລື່ອງ ແຕ່ປີ 2018 ອາ​ຊະ​ຍາ​ກຳ​ທາງ​ອາ­ຍາ​ຕ່າງໆ​ຫຼຸດ​ລົງ 386 ກໍລະນີ ເທົ່າ​ກັບ 16,3% ໃນ​ນີ້, ຄະ­ດີ​ຊີງ​ຊັບ​ຫຼຸດ​ລົງ 108 ເລື່ອງ ເທົ່າ​ກັບ 49,6%, ລັກ​ຊັບ​ພົນ­ລະ­ເມືອງ​ຫຼຸດ​ລົງ 193 ເລື່ອງ ເທົ່າ​ກັບ 16,4%, ບຸນ​ພະ​ທາດ­ຫຼວງ​ວຽງ​ຈັນ ແລະ ບຸນ​ອອກ​ພັນ​ສາ​ປະ​ວໍ­ລະ­ນາ ສາ­ມາດ​ຢັບ​ຢັ້ງ​ອາ​ຊະ​ຍາ​ກຳ​ຫຼຸດ​ລົງ 12 ກໍ­ລະ­ນີ ເທົ່າ​ກັບ 29,26%. ນອກ​ນີ້​, ສາ­ມາດ​ແກ້​ໄຂ​ໄດ້​ເປົ້າ​ໝາຍ​ຄ້າ­ຂາຍ-ຂົນ­ສົ່ງ ແລະ ມົ້ວ​ສຸມ​ຢາ​ເສບ​ຕິດ​ກັກ​ໄດ້​ຫຼາຍ​ກວ່າ​ປີ­ຜ່ານມາຈຳ­ນວນ 289 ຄົນ ເທົ່າ​ກັບ 8,9%, ອຸ­ບັດ­ເຫດ​ຕາມ​ຖະ­ໜົນ​ຫຼຸດ​ລົງ 324 ກໍ­ລະ­ນີ ເທົ່າ​ກັບ 21%, ຜູ້​ເສຍ​ຊີ­ວິດ​ຫຼຸດ​ລົງ 13 ຄົນ ເທົ່າ​ກັບ 5,2%, ເຫດ­ການ​ອັກ­ຄີ​ໄພ​ຫຼຸດ​ລົງ 10 ກໍ­ລະ­ນີ ເທົ່າ​ກັບ 20%, ລວມມູນ​ຄ່າ​ເສຍ​ຫາຍ​ທັງໝົດຫຼຸດ​ລົງ 371 ຕື້​ກີບ ເທົ່າ​ກັບ 98,2%.

ສຳ­ລັບ​ທິດ​ທາງ​ແຜນ​ວຽກ​ຈຸດ​ສຸມ​ປີ 2019 ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​​ມາດ​ຕະ­ການ​ດ້ານ​ວິ­ຊາ​ສະ­ເພາະ ແລະ ກົດ­ໝາຍ ເພື່ອສະກັດ​ກັ້ນ ແລະ ຕ້ານ​ອາ​ຊະ​ຍາ​ກຳ​ທາງ​ດ້ານ​ອາ­ຍາ​ທົ່ວ​ໄປ, ຢາ​ເສບ​ຕິດ, ອັກ­ຄີ​ໄພ, ຈັດ​ສັນ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ, ການ​ສັນ­ຈອນ​ຕາມ​ຖະ­ໜົນ, ສະ­ກັດ​ກັ້ນ​ການ​ເກີດ​ອຸ­ບັດ­ເຫດ​ໃຫ້​ຫຼຸດ​ລົງ ແລະ ຊອກ​ໃຫ້​ເຫັນ​ສາ­ເຫດ​ປັດ​ໄຈ​ທີ່​ພາ­ໃຫ້​ເກີດ  ພ້ອມກັບວິທີ​ການ​ແກ້​ໄຂ​ໃຫ້​ທັນ​ເວ­ລາ ໂດຍ​ສະ­ເພາະ ປີ 2019 ເປັນ​ປີ​ທ່ອງ​ທ່ອງ​ລາວ-ຈີນ ທີ່​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ ເຂົ້າ​ມາ​ທ່ອງ​ທ່ຽວ​ປະ­ເທດ​ລາວ​ເຮົາຫຼາຍ​ຂຶ້ນ​ກວ່າ​ປີ­ຜ່ານ­ມາ ດັ່ງ­ນັ້ນ, ບັນ­ຫາ​ຄວາມ​ສະ­ຫງົບ​ຈຶ່ງ​ເປັນ​ບັນ­ຫາ​ສຳ­ຄັນ ເພື່ອ​ຄວາມ​ຮັບ­ປະ­ກັນ​ທຸກ​ດ້ານ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: laoedaily.com.l

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...