spot_img
Homeຂ່າວທ້ອງຖິ່ນນາຍົກ ເນັ້ນການຄຸ້ມຄອງ ແລະ ພັດທະນາສືມີແຮງງານຕ້ອງມີຄຸນນະພາບ

ນາຍົກ ເນັ້ນການຄຸ້ມຄອງ ແລະ ພັດທະນາສືມີແຮງງານຕ້ອງມີຄຸນນະພາບ

Published on

ນາຍົກລັດຖະມົນຕີ ເນັັ້ນໜັກຕໍ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເອົາໃຈໃສ່ໃນການສຶກສາ ແລະ ປະກອບອາຊີບ, ສ້າງຄົນໃຫ້ມີຄຸນນະພາບ ເມື່ອຮຽນຈົບແລ້ວໃຫ້ສາມາດປະກອບອາຊີບ, ມີວຽກເຮັດງານທໍາ ແລະ ມີລາຍໄດ້ທີ່ດີ, ພັດທະນາແຮງງງານລາວ ຕ້ອງສາມາດຕອບສະໜອງກັບຍຸກປະຕິວັດອຸດສາຫະກໍາ 4.0 ໃຫ້ໄດ້ມາດຕະຖານເທົ່າກັບປະເທດໃນພາກພື້ນ ແລະ ສາກົນ, ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນ ແລະ ແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ລວມທັງຄຸ້ມຄອງແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກໃນ ສປປ ລາວ.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດປະຈໍາປີ 2018, ໃນວັນທີ 30 ມັງກອນ 2019 ຢູ່ທີ່ຫໍປະຊຸມແຫ່ງຊາດ ວ່າ: ຕະຫຼອດ 1 ປີຜ່ານມາ, ຮສສ ໄດ້ເອົາໃຈໃສ່ປະຕິບັດວຽກງານຕາມພະລາບົດບາດຂອງຕົນ ແລະ ສາມາດຍາດມາໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນ: ວຽກແຮງງານແຮງງານ ໄດ້ສ້າງກົນໄກການພັດທະນາສືມືແຮງງານຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ພາກເອກະຊົນ, ສ້າງລະບົບການຈັດຫາວຽກເຮັດງານທໍາ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານລາວ ແລະ ຕ່າງປະເທດ; ວຽກງານສະຫວັດດີການສັງຄົມ ໄດ້ມີການຂະຫຍາຍອັດຕາກິນປົກຫຸ້ມປະກັນສັງຄົມຫຼາຍຂຶ້ນ, ປະຕິບັດການອຸດໜູນປະເພດຕ່າງໆ; ວຽກງານແກ້ໄຂໄພພິບັດ ໄດ້ໃຫ້ທຶນການຊ່ວຍເຫຼືອສຸກເສີນໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ໄດ້ຈັດຕັ້ງລະດົມການຊ່ວຍເຫຼືອທົ່ວສັງຄົມ ແລະ ຮັບເອົາການຊ່ວຍເຫຼືອຈາກສາກົນ ເພື່ອຈັດສົ່ງໃຫ້ຜູ້ປະສົບໄພພິບັດໃນຂອບເຂດທົ່ວປະເທດ; ວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ໄດ້ມີການສໍາຫຼວດຕາມຈຸດຫຼັກຖານລະເບີດບໍ່ທັນແຕກ ແລະ ມີການທໍາລາຍເປັນຢ່າງດີ; ວຽກງານກາແດງ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດ ແລະ ເບີກຈ່າຍໃຫ້ບັນດາໂຮງໝໍຕ່າງໆ; ວຽກງານການສ້າງນິຕິກໍາ ໄດ້ຄົນຄວ້າສ້າງກົດໝາຍ ແລະ ລະບຽບການຕ່າງໆ ໃນການຄຸ້ມຄອງບໍລິຫານວຽກງານ ແລະ ການຈັດຕັ້ງປະຕິບັດຢ່າງກວ້າງຂວາງ ແລະ ມີຜົນສັກສິດກວ່າເກົ່າ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕໍ່ແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ຕ້ອງສືບຕໍ່ປັບປຸງແກ້ໄຂ ແລະ ເອົາໃຈໃສ່ບາງດ້ານເປັນຕົ້ນ: ປະສານງານກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະກະຊວງສຶກສາທິການ ແລະ ກິລາ ເພື່ອຫັນຄ່ານິຍົມໃນການສຶກສາ, ປະກອບອາຊີບໃຫ້ຕອບສະໜອງກັບຄວາມຕ້ອງການຂອງສັງຄົມ; ສ້າງຄົນໃຫ້ມີຄຸນນະພາບເມື່ອຮຽນຈົບແລ້ວໃຫ້ເຂົາສາມາດປະກອບອາຊີບ ແລະ ມີລາຍໄດ້ທີ່ດີ; ພັດທະນາສືມືແຮງງານລາວໃຫ້ໄດ້ມາດຕະຖານຄືກັບປະເທດໃນພາກພື້ນ ແລະ ສາກົນ; ເອົາໃຈໃສ່ຄຸ້ມຄອງແຮງງານພາຍໃນ ແລະ ແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ລວມທັງຄຸ້ມຄອງແຮງງານຕ່າງປະເທດທີ່ເຂົ້າມາເຮັດວຽກໃນລາວ ພ້ອມທັງສ້າງຂະບວນການ ແລະ ການຍ້ອງຍໍຕໍ່ຜູ້ມີຜົນງານທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ; ປັບປຸງນະໂຍບາຍ ແລະ ໂຄງປະກອບໃຫ້ເປັນລະບົບ, ມີການຂະຫຍາຍຕົວ, ໂປ່ງໃສ່ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ, ໃຫ້ສອດຄ່ອງ, ສົມບູນ-ຈະແຈ້ງ ແລະ ມີປະສິດທິຜົນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ພັດທະນາໃຫ້ດີຂຶ້ນ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: Women’s Entrepreneurial Center

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...