Homeຂ່າວພາຍ​ໃນລາວສັ່ງຊື້ເຮືອບິນຮົບ Yak - 130 ຈຳນວນ 10 ລຳ ຈາກຣັດເຊຍ

ລາວສັ່ງຊື້ເຮືອບິນຮົບ Yak – 130 ຈຳນວນ 10 ລຳ ຈາກຣັດເຊຍ

Published on

ໜັງສືພິມ ຄອມເມີສັນຂອງຣັດເຊຍ ໄດ້ໃຫ້ຮູ້ວ່າ ປະເທດລາວຈະໄດ້ຮັບເຮືອບິນຮົບ Yak – 130 ປະເພດເບົາທີ່ຜະລິດຈາກໂຮງງານບໍລິສັດ Irkut Corporation ຢູ່ Irkutsk ຈຳນວນ 10 ລຳ ພ້ອມທັງອາໄຫຼ່, ອາວຸດໂຈມຕີ, ອຸປະກອນພາກພື້ນດິນ ແລະ ການເຝິກອົບຮົມ. ເຊິ່ງເບື້ອງຕົ້ນເຮືອບິນ Yak – 130 ຈຳນວນ 4 ລຳ ຈາກຈຳນວນທັງໝົດ ແມ່ນມາຮອດລາວແລ້ວ  ດ້ວຍຍົນລຳລຽງ Il-76TD ໃນເດືອນທັນວາ 2018 ທີ່ຜ່ານມາ ຕາມສັນຍາລະຫວ່າງສອງລັດຖະບານທີ່ເຊັນກັນໃນເດືອນສິງຫາ 2017.

ສະຫະພັນຣັດເຊຍ ໄດ້ສົ່ງເຮືອບິນ Yak – 130 ແລະ ລົດຖັງ T-72B1 (ຍັງບໍ່ທັນຮູ້ຈຳນວນທີ່ແນ່ນອນ) ແລກກັບລົດຖັງ T-34 ທີ່ມີຊື່ສຽງໃນສະໃໝສົງຄາມໂລກຄັ້ງທີ II ຈຳນວນ 30 ລຳທີ່ ສປປ ລາວ ໄດ້ສົ່ງຄືນໃຫ້ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນສິ້ນສຸດການປິດລ້ອມເມືອງເລນິນກລາດຂອງພວກນາຊີເຢຍລະມັນຄົບຮອບ 75 ປີ ແລະ ເພື່ອສະແດງຮູບເງົາສົງຄາມໂລກຄັ້ງທີ 2, ສປປ ລາວ ເປັນປະເທດທີ 5 ທີ່ສັ່ງຊື້ເຮືອບິນ Yak – 130 ທັດຈາກ ອານເຊີຣີ, ບັງກາລາເທດ, ມຽນມາ, ແລະ ເບລາຣູດ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...