spot_img
Homeຂ່າວທ້ອງຖິ່ນຄ່າປັບໃໝຜູ້ຂັບຂີ່ລົດອາຍຸບໍ່ຮອດ, ບໍ່ໃສ່ໝວກກັນກະທົບ, ເມົາແລ້ວຂັບ ແລະ ຂັບລົດໄວເກີນກໍານົດເສຍເທົ່າໃດ?

ຄ່າປັບໃໝຜູ້ຂັບຂີ່ລົດອາຍຸບໍ່ຮອດ, ບໍ່ໃສ່ໝວກກັນກະທົບ, ເມົາແລ້ວຂັບ ແລະ ຂັບລົດໄວເກີນກໍານົດເສຍເທົ່າໃດ?

Published on

ການກໍານົດອັດຕາປັບໃໝ ແລະ ມາດຕາຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ຄວບຄຸມການຈະລາຈອນໃນການປັປໃໝ ແລະ ການປະຕິບັດມາດຕະການຕ່າງໆ ຕໍ່ຜູ້ລະເມີດກົດໝາຍດັ່ງກ່າວຢ່າງເໝາະສົມ ແລະ ເຂັ້ມງວດ ທັງແນ່ໃສ່ຜູ້ຂັບຂີ່ລົດທຸກປະເພດ ກໍຄືຜູ້ໃຊ້ຖະໜົນໃຫ້ມີສະຕິຕື່ນຕົວລະບຽບກົດໝາຍ ເຮັດໃຫ້ການຈະລາຈອນທາງບົກມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະດວກ, ປອດໄພ ແລະ ເປັນເອກະພາບກັນທົ່ວປະເທດ ພ້ອມນັ້ນ, ກໍເພື່ອເປັນການປົກປັກຮັກສາຊັບສິນສ່ວນລວມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ.

ອີງຕາມລໍາລັດວ່າດ້ວຍການປັປໃໝ ແລະ ມາດຕະການຕ່າງໆຜູ້ລະເມີດລະບຽບກົດໝາຍກ່ຽວກັານການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເລກທີ 188/ນຍ, ມາດຕາທີ 3 ວ່າດ້ວຍການຂັບຂີ່ລົດໂດຍຜູ້ທີ່ບໍ່ເຖິງອາຍຸກະສຽນຂັບຂີ່: ຫ້າມຜູ້ມີອາຍຸຕໍ່ກວ່າ 15 ປີ ຂັບຂີ່ລົດຈັກຕາມເສັ້ນທາງຫຼວງ, ເສັ້ນທາງເທດສະບານແຂວງ-ເມືອງ ຜູ້ປົກຄອງຂອງເດັກທີ່ລະເມີດຈະຖືກປັບໃໝ 30.000 ກີບ; ອາຍຸຕໍ່ກວ່າ 18 ປີ ຂັບລົດສາມລໍ້, ລົດໄຖນາເດີນຕາມ, ລົດຕ໋ອກໆ ຫຼື ລົດສີ່ລໍ້ຂຶ້ນໄປ ຖືກປັບໃໝ 50.000 ກີບ; ອາຍຸຕໍ່ກວ່າ 25 ປີ ຂັບຂີ່ລົດໂດຍສານ ຫຼື ລົດບັນທຸກໆປະເພດ ປັບໃໝ 100.000 ແລະ 200.000 ກີບ.

ມາດຕາທີ 4 ການຂັບຂີ່ລົດຈັກໂດຍບໍ່ໃສ່ໝວກກັນກະທົບ: ຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍລົດຈັກ ຫາກບໍ່ໃສ່ໝວກກັນກະທົບໃນເວລາຂັບຂີ່ ຫຼື ຊ້ອນທ້າຍຈະຖືກປັບໃໝ 30.000 ກີບ/ຄົນ/ຄັ້ງ. ມາດຕາທີ 5 ການຂັບຂີ່ລົດໃນເວລາມືນເມົາ: ຜູ້ຂັບຂີ່ຜູ້ໃດທີ່ມີທາດມືນເມົາ ຫຼື ທາດເຫຼົ້າຢູ່ໃນຮ່າງກາຍເກີນ 0.80 ກຣາມ/ລິດ (g/|BrAC=80mg/100ml) ຖ້າຂັບຂີ່ຈະຖືກປັບໃໝຕາມປະເພດລົດຄື: ລົດຖີບ 10.000 ກີບ; ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ ແລະ ລົດໄຖນາເດີນຕາມ 50.000 ກີບ; ລົດເບົາ (ເກ໋ງ, ກະບະ, ຈິບ, ຕູ້) 100.000 ກີບ; ລົດໂດຍສານ 4 ລໍ້ 250.000 ກີບ; ລົດບັນທຸກ 6 ລໍ້ຂຶ້ນໄປ 500.000 ກີບ ແລະ ລົດເມໂດຍສານ 1.000.000 ກີບ. ໃນກໍລະນີຜູ້ຂັບມີອາການເມົາແຮງຈົນບໍ່ສາມາດຄວບຄຸມສະຕິໄດ້ ເຈົ້າໜ້າທີ່ຈະກັກຕົວຜູ້ຂັບຂີ່ ພ້ອມກັບລົດໄວ້ກ່ອນ ຈົນກວ່າຈະຊ່ວງເມົາແລ້ວຈຶ່ງປ່ອຍໄປ.

ມາດຕາ 6 ການຂັບຂີ່ລົດບໍ່ຖືກທິດທາງການຈະລາຈອນ: ຖ້າຜູ້ຂັບຂີ່ລົດບໍ່ຖືກກັບທິດທາງການຈະລາຈອນ ຫຼື ບໍ່ຖືກຕາມຊ່ອງຈະລາຈອນທີ່ອະນຸຍາດ ຈະຖືກປັບໃໝຄື: ລົດຖີບ 10.000 ກີບ; ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ ແລະ ລົດໄຖນາເດີນຕາມ 30.000 ກີບ; ລົດເບົາ (ເກ໋ງ, ກະບະ, ຈິບ, ຕູ້) 40.000 ກີບ; ລົດໂດຍສານ 4 ລໍ້ 50.000 ກີບ; ລົດບັນທຸກ 6 ລໍ້ຂຶ້ນໄປ 70.000 ກີບ; ລົດບັນທຸ 10ລໍ້ຂຶ້ນໄປ ແລະ ລົດເມໂດຍສານ 100.000 ກີບ. ມາດຕາທີ 7 ການຂັບຂີ່ລົດໄວເກີນກໍານົດ: ຖ້າຜູ້ຂັບຂີ່ລົດ ຂີ່ລົດໄວເກີນກໍານົດທີ່ທາງການກໍານົດໄວ້ ຈະຖືກປັບໃໝຄື: ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ 30.000 ກີບ; ລົດເບົາ (ເກ໋ງ, ກະບະ, ຈິບ, ຕູ້) 50.000 ກີບ; ລົດໂດຍສານ 4 ລໍ້ 50.000 ກີບ; ລົດບັນທຸກ 6 ລໍ້ຂຶ້ນໄປ 50.000 ກີບ ແລະ ລົດເມໂດຍສານ 50.000 ກີບ.

ທ່ານສາມາດຕິດຕາມມາດຕາອື່ນໆ ກ່ຽວກັບການກໍານົດອັດຕາປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັານການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ໃນມື້ຕໍ່ໄປໄດ້ທີ່ https://laopost.com/.

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ສໍານັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...