Homeສຸຂະພາບ ແລະ ສີ່ງແວດລ້ອມ8 ພະຍາດຮ້າຍ! ທີ່ມາພ້ອມກັບ ຄວາມຕຸ້ຍ

8 ພະຍາດຮ້າຍ! ທີ່ມາພ້ອມກັບ ຄວາມຕຸ້ຍ

Published on

ดาวน์โหลด (1)

  1. ໄຂ​ມັນ​ໃນ​ເລືອດ​ສູງ ເຊິ່ງ​ນຳ​ໄປ​ສູ່​ຄວາມ​ຜິດ​ປົກກະຕິ​ ຂອງ​ລະບົບ​ອື່ນໆ ໂດຍ​ສະເພາະ​ເມື່ອ​​ເມັດ​ໄຂ​ມັນ​ໄປ​ເກາະ​ຕາມ​ຝາ​ຫລອດ​ເລືອດ ຍິ່ງ​ໜາ​ຫລາຍ​ຂຶ້ນໆ ເຮັດໃຫ້​ເລືອດ​ກໍ​ເດີນບໍ່​ສະ​ດວກ​ ​ເລືອດ​ຕ້ອງ​ໄປ​​ຫລໍ່​ລ້ຽງ​ ເຊລ​ທຸກ​ສ່ວນ​ຂອງ​ຮ່າງກາຍ ແລະ​ ເຮົາ​ກໍ​ຂາດ​ເລືອດ​ບໍ່​ໄດ້ ແນ່ນອນ​ຈະ​ມີ​ບັນຫາ​ຕໍ່​ສຸຂະພາບ​ຕາມ​ມານໍາ​ອີກ​ຫລາຍ ທັງ​ພະຍາດ​ຫົວ​ໃຈ​ວາຍ ຄວາມ​ດັນ​ເລືອດ​ສູງ ເໝື່ອຍ​ຫອບ ມຶນ​ງົງ​ ເລື້ອຍໆ ເປັນ​ລົມ ເມື່ອ​ເລືອດ​ແລະ ​ອອກ​ຊິ​ເຈນ​ໄປ​ລ້ຽງ​ຮ່າງກາຍ​ບໍ່​ດີ ເຊລ ​ກໍ​ເສື່ອມ​ໂຊມ​ລົງ ອະ​ນຸມູນ​ອິດສະຫລະ​ກໍເກີດ​ໄວ​ຂຶ້ນ ແລະ ແກ່​ໄວ​ຢ່າງ​ເຫັນ​ໄດ້​ຊັດເຈນ
  2. ຄວາມ​ດັນ​ເລືອດ​ສູງ ເມື່ອ​ໄຂ​ມັນ​ເຄືອບ​ຝາ​ຫລອດ​ເລືອດ ບາງ​ຈຸດ​ອາດ​ຕີບ​ຫລາຍ ຫົວ​ໃຈ​ມີ​ຫນ້າທີ່​ຄື​ປໍ້າ​ນ້ຳ ກໍ​ຕ້ອງ​ຂັບ​ດັນ​ເລືອດ​ແລ່ນ​ໄປ​ໃຫ້​ທົ່ວ​ຮ່າງກາຍ ​ເມື່ອ​ບາງ​ຈຸດ​ຖືກ​ບີບ​ໃຫ້​ແຄບ ແຕ່​ຮ່າງກາຍ​ຕ້ອງ​ການ​ເລືອດ ມັນ​ອາດ​ອອກ​ແຮງ​ຜັກ​ດັນ​ເລືອດ ອາດ​ເຮັດໃຫ້​ເສັ້ນ​ເລືອດ​ໃນ​ສະຫມອງ​ແຕກ ເຖິງ​ຊີວິດ ຫລື ​ພິ​ການ​ເປັນ​ອຳ​ມະພຶກ ອຳ​ມະພາດ​ໄດ້
  3. ພະຍາດ​ຫົວ​ໃຈ ​ແລະ ​ຫລອດ​ເລືອດ ເປັນ​ສາ​ເຫດ​ການ​ຕາຍ​ອັນ​ດັບ​ໜຶ່ງ​ ເນື່ອງ​ຈາກ​ໄຂ​ມັນ​ໄປ​ເກາະ​ຕາມ​ຝາ​ຫລອດ​ເລືອດ ເຮັດໃຫ້​ເກີດ​ພາ​ວະ​ຫລອດ​ເລືອດ​ຕີບ​ ຫລື ​ອຸດ​ຕັນ ຫົວ​ໃຈ​ເຮັດວຽກ​ເພີ່ມ​ຫລາຍ​ຂຶ້ນ ຖ້າ​ເປັນ​ກັບ​ເສັ້ນ​ເລືອດ​ທີ່​ຫລໍ່​ລ້ຽງ​ຫົວ​ໃຈ​ກໍ​ເຮັດໃຫ້​ເກີດ​ພະຍາດ​ຫົວ​ໃຈ​ຂາດ​ເລືອດ ແລະ ​ຫົວ​ໃຈ​ວາຍ
  4. ພະຍາດ​ເບົາ​ຫວານ  ພະຍາດ​ນີ້​ເປັນ​ໝູ່​ກັບ​ພະຍາດ​ອ້ວນ ທີ່​ມັກ​ພົບ​ຄອບຄູ່​ກັນ​ສະ ເໝີເບົາ​ຫວານ​ນັ້ນ​ ເພາະ​ລະບົບ​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ຮ່າງກາຍ​ຜິດ​ປົກກະຕິ ເມື່ອ​ເປັນ​ເບົາ​ຫວານ​ແລ້ວ ຖ້າ​ເກີດ​ເປັນ​ບາດແຜ​ກໍ​ມັກ​ປິ່ນປົວ​ບໍ່​ເຊົາ ກາຍ​ເປັນ​ແຜ​ຊຳເຮື້ອ ບາງ​ເທື່ອກໍ​ເປັນ​ບາດແຜ​ກົດ​ທັບ ປະກອບ​ກັບ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ຣາ​ງ່າຍ​ຂຶ້ນ ເພາະ​ມີ​ການ​ປຽກຂອງ​ຫວ່າງ​ແຂນ ແລະ ​ຫວ່າງ​ຂາ​ຫລາຍກວ່າ​ປົກກະຕິ
  5. ພະຍາດ​ຂໍ້​ກະດູກ​ເສື່ອມ ໂດຍ​ສະເພາະ​ຂໍ້​ເຄົ່າ ​ແລະ ​ຂໍ້​ຕີນ ເນື່ອງ​ຈາກ​ຕ້ອງ​ຮັບ​ນ້ຳ​ໜັກ​ຕົວ​ຫລາຍ​ເກີນ​ໄປ ບາງ​ຄົົນທີ່​ຕຸ້ຍ​ຫລາຍ​ໆ ອາດຈະ​ຢືນ ​ຫລື ​ຍ່າງ​ບໍ່​ໄດ້​ເລີຍ ເພາະ​ຂໍ້​ຕີນ​ບໍ່​ສາມາດ​ຮັບ​ນ້ຳ​ໜັກ​ໄດ້ ຄົນ​ຕຸ້ຍ​ຫລາຍ​ໆ ຈະ​ຍ່າງ​ກໍ​ລຳ​ບາກ
  6. ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ ເນື່ອງ​ຈາກ​ໃນ​ຄົນ​ຕຸ້ຍ​ມັກ​ມີ​ການ​ເຄື່ອນ​ໄຫວ​ນ້ອຍ ມັກ​ນັ່ງ​ ຫລື​ ນອນ ປອດ​ຈຶ່ງ​ຂະຫຍາຍ​ຕົວ​ບໍ່​ເຕັມ​ທີ່ ເຮັດໃຫ້​ເກີດ​ການ​ຕິດ​ເຊື້ອ​ຂອງ​ທາງເດີນ​ຫາຍ​ໃຈ​ໄດ້​ຫລາຍ​ຂຶ້ນ ບາງເທື່ອ​ເຖິງ​ກັບ​ມີ​ພາ​ວະ​ການ​ຫາຍ​ໃຈຫ​ລຸດລົງ ຫາຍ​ໃຈ​ຕິດ​ຂັດ ເຮັດໃຫ້​ມີ​ກ໊າດ​ຄາຣບອນ​ໄດອອກໄຊ ຄ້າງໃນ​ປອດ ຄົນ​ຕຸ້ຍຫລາຍ​ເມື່ອຍ​ງ່າຍ ຫິວ​ນອນ​ຕະຫລອດ​ເວລາ ອາດ​ພົບ​ພາ​ວະ​ຂອງ​ພະຍາດ​ອາລົມ​ເສົ້າ​ໝອງ ​ຮ່ວມ​ໄປ​ດ້ວຍ​ກໍຄື​ກິນ ເຊິ່ງ​ອາດຈະ​ຊ່ວຍ​ໃຫ້​ອາລົມ​ໄລຍະ​ນັ້ນ​ດີ​ຂຶ້ນ ແຕ່​ໃນ​ຂະນະ​ດຽວ​ກັນ​ກໍ​ເປັນ​ການທໍາ​ຮ້າຍ​ຕົນ​ເອງ​ຫລາຍ​ຍິ່ງ​ຂຶ້ນ
  7. ພະຍາດ​ມະ​ເຮັງ​ບາ​ງຊະ​ນິດ ຄົນ​ຕຸ້ຍ​ມີ​ອັດຕາ​ການ​ສ່ຽງ​ຕໍ່​ການ​ເປັນ​ພະຍາດ​ຕ່າງໆ ລວມ​ທັງ​ພະຍາດ​ມະ​ເຮັງ​ໄດ້
  8. ພະຍາດ​ໜິ້ວ​ໃນ​ຖົງ​ບີ ​ໄຂ​ມັນ​​ໃນ​ຕັບ ເມື່ອ​ມີ​ໄຂ​ມັນ​ຫລາຍ ການເຮັດວຽກງານ ​ຂອງ​ຕັບ​ກໍຫ​ລຸດລົງ ເພາະ​ໄຂ​ມັນ​ເຂົ້າໄປ​ຂັ້ນຢູ່ ຈົນ​ເຮັດໃຫ້​ເກີດ​ໜິ້ວ​ໃນ​ຖົງ​ບີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...