Homeຂ່າວຕ່າງປະເທດອາເມລິກາສັ່ງຟ້ອງ Huawei 23​ ຂໍ້ຫາ, ຈີນປະນາມເປັນການກະທຳທີ່ບໍ່ມີຄວາມຍຸດຕິທຳ ແລະ ຜິດສິນທຳ

ອາເມລິກາສັ່ງຟ້ອງ Huawei 23​ ຂໍ້ຫາ, ຈີນປະນາມເປັນການກະທຳທີ່ບໍ່ມີຄວາມຍຸດຕິທຳ ແລະ ຜິດສິນທຳ

Published on

ເມື່ອວັນຈັນທີ 28 ມັງກອນ 2018 ທ່ານ ແມດທິວ ວິດເທເກີ ຜູ້ຮັກສາການ, ລັດຖະມົນຕີກະຊວງຍຸດຕິທຳສະຫະລັດ ໄດ້ຟ້ອງດຳເນີນຄະດີທາງອາຍາກັບບໍລິສັດ Huawei ແລະ ນາງ ເມິ່ງ ຫວ່ານໂຈ (CFO) ຂອງບໍລິສັດ Huawei ເຖິງ 23 ຂໍ້ຫາ ໃນນີ້ແຍກເປັນການຍື່ນຟ້ອງບໍລິສັດ Huawei 13 ຂໍ້ຫາ, ໃນຂໍ້ຫາເຈດຕະນາສໍ້ໂກງເງິນຜ່ານຊ່ອງທາງເອເລັກໂຕຣນິກ, ສໍ້ໂກງເງິນຈາກສະຖາບັນການເງິນ, ຊີ້ນຳສະຖາບັນການເງິນໃນສະຫະລັດ ແລະ ຕ່າງປະເທດ ເຊິ່ງມີສຳນັກງານໃນສະຫະລັດ ໃຫ້ເຂົ້າໃຈຜິດກ່ຽວກັບສະຖານະຂອງບໍລິສັດໃນເຄືອຂ່າຍຂອງ Huawei 2 ແຫ່ງ ຄື: ບໍລິສັດ ຫົວເວີ່ຍ ດີໄວຊ໌ ຍູເອສເອ ໃນນະຄອນເສິ່ນເຈິ້ນ ແລະ ບໍລິສັດສະກາຍຄອມທີ່ເຮັດຜິດກົດໝາຍໃນການຂາຍສິນຄ້າໃຫ້ກັບອິຣານ.

ນອກຈາກນີ້ຍັງກ່າວຫາວ່າ ບໍລິສັດ Huawei ເລີ່ມພະຍາຍາມລັກຂໍ້ມູນທາງໄອທີທີ່ກ່ຽວຂ້ອງກັບຫຸ່ນຍົນສັດຕົວໜຶ່ງ ຂອງບໍລິສັດ T-Mobile ສັນຊາດເຢຍລະມັນເຊິ່ງມີສຳນັກງານໃນສະຫະລັດທີ່ໃຊ້ໃນການທົດສອບໂທລະສັບມືຖືໃນປີ 2011 ເພື່ອພະຍາຍາມສ້າງຫຸ່ນຍົນຂອງຕົນເອງຂຶ້ນ.

ການຕັ້ງຂໍ້ຫາຂອງລັດຖະບານສະຫະລັດມີຂຶ້ນບໍ່ພໍເທົ່າໃດມື້ຫຼັງຈາກການາດາໄດ້ປົດເອກອັກຄະລັດຖະທູດການາດາປະຈຳປະເທດຈີນອອກຈາກຕຳແໜ່ງ ເນື່ອງຈາກເຂົາກ່າວຄຳຮ້ອງຂໍໃຫ້ມີການສົ່ງຕົວນາງ ເມິ່ງ ໃນຖານະຜູ້ຮ້າຍຂ້າມແດນຂອງສະຫະລັດເຕັມໄປດ້ວຍຂໍ້ບົກຜ່ອງ.

ໂດຍບໍລິສັດ Huawei ໄດ້ປະຕິເສດວ່າ ບໍລິສັດສາຂາ ຫຼື ບໍລິສັດໃນເຄືອຂ່າຍຂອງ Huawei ບໍ່ເຄີຍລະເມີດກົດໝາຍຂອງສະຫະລັດ ຕາມຂໍ້ກ່າວຫາ ລວມເຖິງ ນາງ ເມິ່ງ ຫວ່ານໂຈ ກໍ່ບໍ່ໄດ້ກະທຳຄວາມຜິດຕາມຂໍ້ກ່າວຫາຂອງກະຊວງຍຸດຕິທຳສະຫະລັດທຸກປະການ.

ໃນຂະນະທີ່ໂຄສົກກະຊວງອຸດສາຫະກຳ ແລະ ຂໍ້ມູນເຕັກໂນໂລຢີຂອງຈີນ ໄດ້ອອກມາປະນາມລັດຖະບານສະຫະລັດ ທີ່ຍື່ນຟ້ອງບໍລິສັດ Huawei ແລະ ນາງ ເມິ່ງ ໂດຍລະບຸວ່າ ທາງລັດຖະບານສະຫະລັດ ໄດ້ໃຊ້ອຳນາດລັດໂຈມຕີບໍລິສັດ Huawei ໂດຍບໍ່ມີຫຼັກຖານ ເຊິ່ງເປັນການກະທຳທີ່ບໍ່ມີຄວາມຍຸດຕິທຳ ແລະ ຜິດສິນທຳ.

ລິ້ງຂ່າວທີ່ກ່ຽວກັບຫົວເວີ່ຍ:

ທູດການາດາປະຈຳ ສປ.ຈີນ ຍອມຮັບທາຍາດ HUAWEI ມີໂອກາດລອດ
ຂີດເສັ້ນຕາຍ 30 ມັງກອນນີ້! ລູກສາວຫົວເວີ່ຍຈະໄດ້ຮັບໂອກາດຮັບອິດສະຫຼະພາບ ຫຼື ບໍ່?
ຫົວເວີ່ຍທ້າສະຫະລັດສະແດງຫຼັກຖານຖ້າຫາກ “ລະບົບຫົວເວີ່ຍມີຄວາມສ່ຽງດ້ານຄວາມໝັ້ນຄົງ”
ສະຫະລັດບອກ! ພົບຫຼັກຖານລູກສາວປະທານຫົວເວີ່ຍຕັ້ງໃຈລະເມີດມາດຕະການຄວໍ້າບາດອີຣານ
ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ
ລູກສາວປະທານ “ຫົວເວີ່ຍ” ໄດ້ຮັບການປະກັນຕົວ
ຈີນຂໍໃຫ້ສະຫະລັດ ແລະ ການາດາປ່ອຍຕົວ CFO ຫົວເວີ່ຍ!

 

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon, thairath

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...