spot_img
Homeຂ່າວພາຍ​ໃນຂອງຂວັນ10 ຢ່າງທີ່ບໍ່ຄວນໃຫ້ກັນໃນວັນວາເລັນທາຍ

ຂອງຂວັນ10 ຢ່າງທີ່ບໍ່ຄວນໃຫ້ກັນໃນວັນວາເລັນທາຍ

Published on

ຫຼັງຈາກທີ່ເຂົ້າໄປປຶກສາຜູ້ຊ່ຽວຊານ ຈາກສື່ຕ່າງໆແລ້ວ ກໍເຮັດໃຫ້ ໃບບົວ ຮູ້ເລີຍວ່າຈະຊື້ຫຍັງດີເປັນຂອງຂວັນໃຫ້ຄົນຮັກ ຫຼື ຄົນທີ່ຫຼົງຮັກໃນຕອນນີ້ ເຊິ່ງເພີ່ນບອກວ່າຈະຊື້ຫຍັງກໍຊື້ໄປເລີຍ ບໍ່ຕ້ອງຄິດຫຼາຍຖ້າເຂົາຮັກເຈົ້າແທ້ບໍ່ວ່າຂອງຂັວນຈະລາຄາຖືກ ຫຼື ຂີ້ເຮີຂີ້ຮ້າຍກໍຕາມ ແຕ່ຮູ້ບໍວ່າຂອງຂັວນ 10 ຢ່າງນີ້ແມ່ນບໍ່ໃຫ້ຊື້ໃຫ້ກັນເດັດຂາດ ເພາະມັນອາດຈະເປັນລາງບໍ່ດີກັບຕົວເຈົ້າ ແລະ ເຂົາ. ອະໆ..!ບໍ່ຟ້າວຕົກໃຈວ່າຂອງຂັວນທີ່ທ່ານຄິດໄວ້ໃນໃຈຈະກາຍເປັນສີ່ງຕ້ອງຫ້າມ ທາງທີ່ດີຄວນອ່ານໃຫ້ຈົບແລ້ວທ່ານຈະເຂົ້າໃຈ!

  • ນໍ້າຫອມ: ອາດຈະເປັນດັ່ງຄໍາເວົ້າທີ່ນໍາມາເວົ້າປາກຕໍ່ປາກກັບຄໍາເວົ້າທີ່ວ່າ: “ຖ້າບໍ່ເຊື່ອ ກໍ່ຢ່າລົບລູ່” ເພາະມີຫຼາຍຄົນທີ່ເຂົາຫຼົງເຊື່ອ ແລະ ນໍາມາເວົ້າໃຫ້ຟັງວ່າ ຫ້າມຊື້ ຫຼື ຫ້າມໃຫ້ແຟນຊື້ນໍ້າຫອມເປັນຂອງຂັວນເດັດຂາດເດິ! ເພາະຄວາມຮັກຂອງເຈົ້າ ແລະ ເຂົາອາດຈະຈືດຈາງຄືກັບກິ່ນນໍ້າຫອມທີ່ຫາຍໄປຕາມເວລາທີ່ສັ້ນໆ…

  • ເກີບ: ຂໍ້ນີ້ຍິ່ງຫ້າມເດັດຂາດເລີຍ ເພາະເຫັນໝູ່ເພື່ອນສະນິດ ມີປະສົບການດຽວກັບຂໍ້ມູນທີ່ໄດ້ຊອກມາຄື: ຖ້າແຟນຊື້ເກີບໃຫ້ຈະເຮັດໃຫ້ເລີກລາກັນ ເພາະເກີບມັນຕ້ອງຢູ່ເປັນຄູ່ ແຕ່ຄົນທີ່ເປັນແຟນກັນແຕ່ຍັງບໍ່ໄດ້ຢູ່ນໍາກັນເປັນຄູ່ ສະນັ້ນ. ເກີບອາດຈະເປັນອາຄົມທີ່ຈະເຮັດໃຫ້ເລີກກັນ. ເລື່ອງນີ້ຂໍບອກເລີຍວ່າເຄີຍເກີດຂຶ້ນກັບຫຼາຍຄົນ ທີ່ແຟນຊື້ເກີບໃຫ້ຕອນຄົບຫາດູໃຈກັນ 4-5 ເດືອນ ຫຼັງຈາກນັ້ນ 2 ອາທິດຜ່ານມາແຟນກໍບອກເລີຍ…

  • ຫວີ: ແຟນ ຫຼື ໝູ່ເພື່ອນສະນິດມາຟັງທາງນີ້, ຖ້າເຮົາມອບຫວີໃຫ້ກັບແຟນ ຫຼື ເພື່ອນຄົນໃດຄົນໜຶ່ງຈະເຮັດໃຫ້ຄວາມສໍາພັນຂອງເຂົາ ແລະ ເຮົາຕ້ອງຫ່າງກັນຄືກັບຄວາມຫ່າງຂອງແຂ້ວຫວີນັ້ນເອງ…

  • ຮູບຖ່າຍ: ສໍາລັບຂໍ້ຫ້າມມອບຮູບຖ່າຍເປັນຂອງຂັວນກໍຄື ຮູບພາບຂອງເຮົາທີ່ຖ່າຍຄົນດຽວ ເພະມັນຄືການໃຫ້ຮູບທີ່ລະນຶກໄວ້ເບິ່ງຕາງໜ້າເວລາທີ່ຈາກກັນ ແຕ່ມັນມີອາຖັນ ແລະ ຫຼາຍຄົນກໍ່ໄດ້ຜ່ານມາແລ້ວ ຖ້າໃຜທີ່ບໍ່ຢາກໃຫ້ປະຫວັດສາດຊໍ້າຮອຍ ຄວນຫຼິກລ້ຽງຈະເປັນການດີທີ່ສຸດ…

  • ວັດຖຸມີຄົມ: ຖ້າຈະເຊື່ອໄວ້ກໍບໍ່ເສຍຫາຍ ເພາະຂອງມີຄົມເປັນອາວຸດແຫຼມຄົມ ສະນັ້ນ, ວັດຖຸສິ່ງຂອງ ຫຼື ເຄື່ອງໃຊ້ຕ່າງໆ ຢ່າເອົາໄປມອບເປັນຂອງຂັວນ ເພາະຈະເຮັດໃຫ້ຜູ້ຮັບໄດ້ຮັບຄວາມອັນຕະລາຍ, ມີໄພ ຫຼື ມີແຕ່ຄວາມໂຊກຮ້າຍ ແລະ ອື່ນໆ…

  • ເຂັມຂັດ: ຫາກເຮົາເບິ່ງທີ່ພາຍນອກມັນຈະສວຍງາມ ແຕ່ພາຍໃນມັນແອບແຝງໄປດ້ວຍຄວາມໝາຍທີ່ໜ້າເຈັບໃຈ ເພາະເຊື່ອວ່າຖ້າຫາກໃຫ້ເຂັມຂັດກັບໃຜຜູ້ໜຶ່ງແລ້ວ ຈະເປັນການແທງຈິດແທງໃຈ ສ້າງຄວາມເຈັບປວດທາງດ້ານຈິດໃຈ ແລະ ເກີດມີຄວາມຂັດແຍ່ງກັບຜູ້ຮັບ. ຂໍ້ນີ້, ອ່ານໄປອ່ານມາມັນຖືກກັບຊີວິດຈິງເລີຍ…

  • ເສື້ອຜ້າສີດໍາ: ອັນນີ້ເປັນຕາຢ້ານແທ້ ເພາະເພີ່ນຫ້າມບໍ່ໃຫ້ໃສ່ຊຸດເສື້ອຜ້າສີດໍາເປັນຂອງຂັວນເດັດຂາດ ບໍ່ວ່າຈະເປັນເສື້ອ, ຊຸດຊັ້ນໃນ, ກະໂປງ, ຜ້າຄຸມ ແລະ ອື່ນໆ…

  • ຜ້າເຊັດໜ້າ: ຄວາມໝາຍກົງກັນຫຼາຍຜ້າເຊັດໜ້າສ່ວນໃຫຍ່ເພີ່ນເອົາໄວ້ໃຊ້ເຮັດຫຍັງ?, ຄົນຮັບຂອງຂັວນກໍຈະຕ້ອງໃຊ້ເຮັດແບນັ້ນລະ ເຊິ່ງມີຂ່າວແວ່ວໆອອກມາວ່າສ່ວນໃຫຍ່ຈະໃຊ້ເຊັດນໍ້າຕານໍາອີກ…

  • ໂມງ: ຂໍ້ນີ້ມາແບບຖືເຄັດຫຼາຍກວ່າ ເພາະຄົນສ່ວນໃຫຍ່ມັກເຊື່ອວ່າ ຖ້າແຟນຊື້ໂມງໃຫ້ຈະເຮັດໃຫ້ໄລຍະເວລາທີ່ຄົບຫາດູໃຈກັນມາ ອາດຈະຕ້ອງຢຸດຕິລົງເມື່ອເຂັມໂມງເຮືອນນັ້ນຢຸດປິ່ນ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ໂອະໂອ້…ບໍ່ຢາກຈະເຊື່ອ…

  • ເຄື່ອງໃຊ້ຕ່າງໆທີ່ເຮັດດ້ວຍແກ້ວ: ຕາມຄວາມເຊື່ອທີ່ວ່າ ຖ້າຫາກວັດຖຸສິ່ງຂອງທີ່ເປັນແກ້ວຕົກແຕກ ໝາຍເຖິງຄວາມສໍາພັນຂອງທັງສອງຄົນເປັນອັນແຕກຫັກ, ຄວາມຮັກຜຸຜ່ອຍດັ່ງເມັດແກ້ວທີ່ແຕກອອກຈະໜ່ວຍຂອງມັນ ແຕ່ມັນກໍຍັງເປັນພຽງເລື່ອງຄວາມເຊື່ອເທົ່ານັ້ນ…

ໃນບັນດາຂອງຂັວນ 10 ຢ່າງທີ່ໄດ້ຍົກມາໃຫ້ໝູ່ເພື່ອນໄດ້ອ່ານນັ້ນ, ເປັນຄວາມເຊື່ອທີ່ຫຼາຍຄົນມັກຄິດ ຫຼື ບໍ່ມັກມອບໃຫ້ເປັນຂອງຂັວນເທົ່ານັ້ນ ແຕ່ທີ່ແນ່ນອນເຮົາອ່ານໄວ້ເປັນຂໍ້ມູນກໍບໍ່ເສຍຫາຍ ເຊິ່ງບາງຂໍ້ມັນກໍອາດຈະຖືກກັບຊີວິດຈິງຂອງໃຜບາງຄົນກໍເປັນໄປໄດ້. ສິ່ງສຸດທ້າຍອ່ານແລ້ວຢ່າລືມແຊຣ໌ ບອກຕໍ່ ເພື່ອໃຫ້ໝູ່ເພື່ອນໄດ້ອ່ານນໍາກັນ ພ້ອມທັງຮັບຂໍ້ມູນດີໆຂອງພວກເຮົາ…!

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: pantip.com, sanook.com

ບົດຄວາມຫຼ້າສຸດ

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...