Homeຂ່າວຕ່າງປະເທດບໍ່ລອດ! ສານຈີນສັ່ງປະຫານຊາຍປ່ວງຂັບລົດຕຳຄົນເສຍຊີວິດ 15 ຄົນ

ບໍ່ລອດ! ສານຈີນສັ່ງປະຫານຊາຍປ່ວງຂັບລົດຕຳຄົນເສຍຊີວິດ 15 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 29 ມັງກອນ 2019 ວ່າ ເມື່ອເດືອນກັນຍາ 2018 ທີ່ຜ່ານມາ ທ້າວ ຫຍາງ ຊານຫຍຸນ ຂັບລົດແລນໂລເວີ ຕຳຄົນຍ່າງຕາມຖະໜົນແບບບໍ່ເລືອກໜ້າ ທີ່ບໍລິເວນເດີ່ນຈອດລົດໃຈກາງເມືອງ ເຫິງຍາງ ທາງຕະເວັນອອກສຽງໃຕ້ ກ່ອນຈະນຳເອົາມີດສັ້ນໄປໄລ່ທຳຮ້າຍຄົນໃນບໍລິເວນນັ້ນອີກ ເຊິ່ງເຫດການຄັ້ງນັ້ນມີຜູ້ເສຍຊີວິດ 15 ຄົນ ແລະ ບາດເຈັບອີກ 43 ຄົນ.

ຫຼັງເກີດເຫດຕຳຫຼວດເມືອງ ເຫິງຕົງ ໄດ້ກ່າວວ່າ ທ້າວ ຫຍາງ “ເປັນຄົນອາຄາດແຄ້ນ ແລະ ເຮັດຜິດຊໍ້າ” ເຄີຍກໍ່ຄະດີອາຍາໃນຂໍ້ຫາຢາເສບຕິດ, ລັກຊັບ ແລະ ທຳຮ້າຍຮ່າງກາຍຜູ້ອື່ນມາກ່ອນ.

ໂຄສົກສານອຸທອນປະຊາຊົນເຫິງຫຍາງ ຖະແຫຼງການເມື່ອວັນທີ 29 ມັງກອນ 2019ວ່າ ທາງສານໄດ້ຕັດສິນໂທດປະຫານຊີວິດ ທ້າວ ຫຍາງ ຊານຫຍຸນແລ້ວ ຈາກຄວາມຜິດໂທດຖານຂ້າຜູ້ອື່ນໂດຍເຈດຕະນາ ແລະ ທຳຮ້າຍຄວາມໝັ້ນຄົງສາທາລະນະດ້ວຍວິທິການອັນຕະລາຍ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...