spot_img
Homeຂ່າວຕ່າງປະເທດຄິມ ຈອງອືນ ປະຍຸກເສື້ອຜ້າໃຫ້ເປັນແຟຊັນທີ່ສາມາດກິນໄດ້

ຄິມ ຈອງອືນ ປະຍຸກເສື້ອຜ້າໃຫ້ເປັນແຟຊັນທີ່ສາມາດກິນໄດ້

Published on

ເດລີ່ເມລ ໄດ້ເຜີຍວ່າ ເສື້ອຜ້າ ແລະ ແຟຊັນໃໝ່ລ່າສຸດຂອງສູນວິໄຈເສື້ອຜ້າໃນ ກະຊວງອາຫານ ແລະ ສິ່ງຂອງຈໍາເປັນໃນຊີວິດປະຈໍາວັນ ເກົາຫຼີເໜືອ ພາຍໃຕ້ການບໍລິຫານຂອງ ຄິມ ຈອງ ອຶນ ຜູ້ນໍາສູງສຸດແຫ່ງເກົາຫຼີເໜືອ ໂດຍເປັນເສື້ອຜ້າທີ່ສາມາດກິນໄດ້ ເພື່ອແກ້ໄຂບັນຫາ ສະພາບແວດລ້ອມທີ່ຮ້າຍແຮງ, ໃນຄໍລໍ້າເສື້ອຜ້າ ແລະ ແຟຊັນ ຂອງວັນທີ 29 ມັງກອນ 2019.

ຈາກແຄັດຕາລັອກສີສັນສົດໃສທີ່ຫາກໍເຜີຍແຜ່ຈາກສູນວິໄຈເສື້ອຜ້າ ປະກອບດ້ວຍພາບນາຍແບບ-ນາງແບບໃນຊຸດທັນສະໄໝ ສໍາລັບນຸ່ງໃນຊີວິດປະຈໍາວັນ ແລະ ກິດຈະກໍາອື່ນໆ ເຊັ່ນ: ຂີ່ເຮືອ, ຂຶ້ນພູເຂົາ. ຂະນະທີ່ເສື້ອຄຸມເປັນປະເພດເສື້ອທີ່ສາມາດກິນໄດ້ ໂດຍມີຂໍ້ຄວາມອະທິບາຍວ່າ: “ເສື້ອຜ້າເຮັດມາຈາກສໍາລີທຽມ ເຊິ່ງປະກອບດ້ວຍແຮ່ທາດສໍາຄັນ ແລະ ສານອາຫານທີ່ຈໍາເປັນ ເຊັ່ນ: ໂປຣຕິນ, ນໍ້າໝາກໄມ້, ແມກນິຊຽມ, ທາດເຫຼັກ ແລະ ແຄລຊຽມ ເພື່ອຫຼີກລ້ຽງຄວາມອຶກຢາກໄດ້”. ນອກຈາກນີ້, ຍັງມີເສື້ອຜ້າກັບເຕັກໂນໂລຢີລໍ້າສະໄໝຂອງແຂນເສື້ອອັດສະລິຍະທີ່ສາມາດກວດສອບສຸຂະພາບຂອງຜູ້ທີ່ນຸ່ງໄດ້ອີກ.

ດ້ານອາເລັກ ຊິກລີ ເຈົ້າຂອງທຸລະກິດນໍາທ່ຽວເກົາຫຼີເໜືອ ກ່າວວ່າ: “ກະເປົາຜູ້ຊາຍກໍາລັງເປັນທີ່ນິຍົມໃນນະຄອນຫຼວງ ປຽງຢາງ, ສ່ວນແຟຊັນຂອງຜູ້ຍິງ ຈະຍ້ອນຍຸກໜ້ອຍໜຶ່ງ ຄ້າຍກັບເສື້ອຂອງຜູ້ຍິງຊາວຈີນໃນສະໄໝ 90 ແຕ່ເມື່ອປຽບທຽບກັບແນວເສື້ອຜ້າຜູ້ຍິງເກົາຫຼີເໜືອທີ່ນຸ່ງໃນປັດຈຸບັນກໍຖືວ່າທັນສະໄໝຫຼາຍ”.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: khaosod.co.th

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...