Homeຂ່າວທ້ອງຖິ່ນຈັບຜູ້ລັກລອບຕັດໄມ້ເຂດສວນລ້ານຊ້າງ ພ້ອມຂະຫຍາຍຜົນ 3 ຄົນທີ່ມີສ່ວນຮ່ວມ

ຈັບຜູ້ລັກລອບຕັດໄມ້ເຂດສວນລ້ານຊ້າງ ພ້ອມຂະຫຍາຍຜົນ 3 ຄົນທີ່ມີສ່ວນຮ່ວມ

Published on

ເຈົ້າໜ້າທີ່ປ່າໄມ້, ກົມກວດກາປ່າໄມ້ ຈັບຕົວຜູ້ລັກລອບຕັດໄມ້ຍາງ ຢູ່ເຂດສໍາປະທານຂອງບໍລິສັດ ໂອເຊໂນ (ສວນລ້ານຊ້າງ) ບ້ານ ດົງສ້າງຫີນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 1 ຄົນ ພ້ອມດ້ວຍຂອງກາງໃນລະຫ່ວາງວັນທີ 11-14 ມັງກອນ 2019. ປະຈຸບັນ, ຢູ່ໃນຂັ້ນຕອນການສືບສວນ-ສອບສວນ ແລະ ເຮັດໜັງສືໝາຍຮຽກອີກ 3 ຄົນທີ່ມີສ່ວນຮ່ວມເຂົ້າມາໃຫ້ການຕໍ່ເຈົ້າໜ້າທີ່ຕາມກໍານົດເວລາເພື່ອດໍາເນີນຄະດີ.

ກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນລະຫ່ວາງວັນທີ 11-14 ມັງກອນ 2019, ທີມງານເຈົ້າໜ້າທີ່ປ່າໄມ້ໄດ້ລົງກວດກາການລັກລອບຕັດໄມ້ຢູ່ຕາມຈຸດເປົ້າໝາຍໃນນະຄອນຫຼວງວຽງຈັນ ແລະ ເຂດເຊື່ອມຕໍ່ນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງເຈົ້າໜ້າທີ່ກົມກວດກາປ່າໄມ້ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີເຂົ້າລັກລອບຂຸດຄົ້ນໄມ້ຍາງຢູ່ໃນເຂດສໍາປະທານຂອງສວນລ້ານຊ້າງ ບ້ານ ດົງສ້າງຫີນ ໜ້າສະໜາມກິລາແຫ່ງຊາດຫຼັກ 16 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ກັກຕົວຜູ້ກະທໍາຜິດຈໍານວນ 1 ຄົນ, ຊື່ ທ້າວ ວົງເດືອນ ອາຍຸ 45 ປີ ເປັນປະຊາຊົນ ບ້ານ ດອນຕິ້ວ ເມືອງ ໄຊທານີ, ພ້ອມດ້ວຍຂອງກາງເຄື່ອງປັ່ນໄຟ 1 ເຄື່ອງ, ຈັກຕັດໄມ້ໄຟຟ້າ 1 ເຄື່ອງ ແລະ ລົດໄຖນາ 1 ຄັນ.

ພາຍຫຼັງທີ່ຢຶດໄວ້ແລ້ວເຈົ້າໜ້າທີ່ກົມກວດກາປ່າໄມ້ ໄດ້ປະສານຫາກອງກວດກາປ່າໄມ້ປະຈໍານະຄອນຫຼວງ, ໜ່ວຍງານກວດກາປ່າໄມ້ເມືອງເຂົ້າມາເຮັດວຽກຮ່ວມກັບຄະນະທີມງານເຈົ້າໜ້າທີ່ກົມກວດກາປ່າໄມ້ ເພື່ອລົງກວດກາໄມ້ຕົວຈິງຢູ່ 2 ຈຸດ ໃນນັ້ນ, ຈຸດທີ 1 ໄມ້ຍາງຖືກຕັດ 1 ຕົ້ນ, ມີຈຳນວນ 7 ທ່ອນ, ບໍລິມາດ 9,15 ແມັດກ້ອນ ແລະ ຈຸດທີ 2 ກວດກາພົບເຫັນໄມ້ຍາງທ່ອນທີ່ຖືກຕັດລົ້ມໄວ້ກ່ອນແລ້ວມີຈຳນວນ 6 ທ່ອນ, ບໍລິມາດ 11,47 ແມັດກ້ອນ ແຕ່ບໍ່ພົບເຫັນຜູ້ກະທໍາຜິດ, ລວມໄມ້ຍາງທັງ 2 ຈຸດ ມີທັງໝົດ 13 ທ່ອນ, ບໍລິມາດ 20,62 ແມັດກ້ອນ; ຫຼັງຈາກເຈົ້າໜ້າທີ່ກວດກາປ່າໄມ້ໄດ້ຂຶ້ນບັນຊີສຳເລັດແລ້ວ ກໍ່ໄດ້ເຮັດບົດບັນທຶກຮ່ວມກັບອຳນວຍການ ບໍລິສັດໂອເຊໂນ ແລະ ອໍານາດການປົກຄອງບ້ານ ດົງສ້າງຫີນ, ທັງມອບໃຫ້ເຈົ້າຂອງບໍລິສັດຜູ້ສໍາປະທານເນື້ອທີ່ດິນເປັນຜູ້ປົກປັກຮັກສາໄວ້ບໍ່ໃຫ້ມີການເຄື່ອນຍ້າຍ ຫຼື ຕົກເຮ່ຍເສຍຫາຍ.

ສ່ວນຜູ້ກະທໍາຜິດໄດ້ກັກຕົວຝາກຂັງໄວ້ຢູ່ກອງບັນຊາການ ປກສ ເມືອງໄຊທານີ, ພ້ອມທັງຂະຫຍາຍຜົນເປົ້າໝາຍຜູ້ທີ່ມີສ່ວນຮ່ວມເຂົ້າໃນການລັກລອບຕັດໄມ້ຢູ່ໃນເຂດດັ່ງກ່າວມີຈຳນວນ 3 ຄົນຄື: ທ້າວ ກິໂລດ ອາຍຸ 30 ປີ ກໍາມະກອນຢູ່ບ້ານ ດົງໝາກຄາຍ, ທ້າວ ເວດ ອາຍຸ 33 ປີ ແລະ ທ້າວ ໝີ ອາຍຸ 30 ປີ ທັງສອງອາຊີບກໍາມະກອນຢູ່ບ້ານ ດອນຕີ້ວ, ພວກກ່ຽວມີສ່ວນຮ່ວມໃນການລັກລອບຕັດໄມ້ຢູ່ໃນເຂດດັ່ງກ່າວ. ປະຈຸບັນ, ເຈົ້າໜ້າທີ່ປ່າໄມ້ປະຈຳ ນະຄອນຫຼວງວຽງຈັນ ໄດ້ເຮັດໜັງສືໝາຍຮຽກຄັ້ງທີ 1 ໃຫ້ພວກກ່ຽວທັງ 3 ຄົນ ເຂົ້າມາໃຫ້ການຕໍ່ເຈົ້າໜ້າທີ່ປ່າໄມ້ຕາມກໍານົດເວລາເພື່ອສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມຂະບວນການຍຸຕິທໍາ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...