spot_img
Homeຂ່າວທ້ອງຖິ່ນ7 ທຸລະກິດ ທີ່ບໍ່ໄດ້ເສຍພາສີອາກອນກໍາໄລ ແລະ ກິດຈະການທີ່ຕ້ອງໄດ້ຂໍໃບອະນຸຍາດດຳເນີນທຸລະກິດ

7 ທຸລະກິດ ທີ່ບໍ່ໄດ້ເສຍພາສີອາກອນກໍາໄລ ແລະ ກິດຈະການທີ່ຕ້ອງໄດ້ຂໍໃບອະນຸຍາດດຳເນີນທຸລະກິດ

Published on

ຄະນະກໍາມະການສົ່ງເສີມການລົງທຶນ ຂອງ ສປປ ລາວ ໄດ້ມີມາດຕະການສົ່ງເສີມການລົງທຶນ 7 ສາຂາທຸລະກິດທີ່ຍົກເວັ້ນເກັບພາສີອາກອນກໍາໄລເພີ່ມເປັນໄລຍະເວລາ 2 ປີ. ຫຼັງຈາກນັ້ນ, ຈະເກັບພາສີອາກອນກໍາໄລເພີ່ມດ້ວຍອັດຕາ 100/10 ແລະ ຂັ້ນຕໍ່ໄປຈຶ່ງເສຍພາສີອາກອນກໍາໄລເພີ່ມເຕັມອັດຕາ 100/20 ເຊິ່ງບັນດາ 7 ສາຂາທຸລະກິດທີ່ຖືກຍົກເວັ້ນພາສີດັ່ງກ່າວມີຄື:

  • ທຸລະກິດການຜະລິດສິນຄ້າເພື່ອສົ່ງອອກ
  • ທຸລະກິດກະສິກໍາ-ປ່າໄມ້, ແປຮູບຜະລິດຕະພັນກະສິກໍາ-ປ່າໄມ້ ແລະ ຫັດຖະກໍາ
  • ທຸລະກິດອຸດສາຫະກໍາແປຮູບ, ອຸດສາຫະກໍາທີ່ໃຊ້ເຕັກໂນໂລຊີທັນສະໄໝ, ການຄົ້ນຄວ້າວິໄຈວິທະຍາສາດ ແລະ ການພັດທະນາຮັກສາສິ່ງແວດລ້ອມ ແລະ ຊີວະນາໆພັນ
  • ທຸລະກິດກ່ຽວກັບການພັດທະນາດ້ານຊັບພະຍາກອນມະນຸດ, ສີມືແຮງງານ ແລະ ການຮັກສາສຸຂະພາບຂອງປະຊາຊົນ
  • ທຸລະກິດກໍ່ສ້າງໂຄງການພື້ນຖານ (Infrastructure) ແຕ່ບໍ່ແມ່ນການກໍ່ສ້າງພາຍໃຕ້ສັນຍາ
  • ທຸລະກິດການຜະລິດວັດຖຸດິບ, ອຸປະກອນເພື່ອສະໜອງຕໍ່ການຜະລິດອຸດສາຫະກໍາສໍາຄັນ
  • ທຸລະກິດອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ແລະ ຄຳແນະນຳ ກ່ຽວກັບການອອກອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ເລກທີ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ເພື່ອຮັບຮອງກິດຈະການອຸດສາຫະກຳ ແລະ ການຄ້າທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ. ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ແມ່ນ ກິດຈະການ ທີ່ມີຄວາມຈຳເປັນຕ້ອງຄຸ້ມຄອງທາງດ້ານເຕັກນິກວິຊາການ ຫຼື ມີເງື່ອນໄຂສະເພາະ ໃນການດຳເນີນທຸລະກິດດັ່ງກ່າວ ໂດຍປະກອບມີ ກິດຈະການ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ການຄ້າພາຍໃນ, ການນຳເຂົ້າ ແລະ ສົ່ງອອກ.

ລາຍການ ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ແມ່ນອີງຕາມລະຫັດສາລະບານ ການຈັດແບ່ງຂະແໜງເສດຖະກິດ ຂອງ ສປປ ລາວ (LSIC) ໂດຍ ແບ່ງເປັນ 3 ຂະແໜງການ ຄື: ກິດຈະການອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ, ກິດຈະການ ການຄ້າພາຍໃນ, ກິດຈະການ ການນຳເຂົ້າ ແລະ ສົ່ງອອກ ເຊິ່ງບັນດາລາຍການດ່ັງກ່າວໄດ້ລະບຸຢູ່ໃນ ຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019.

ສໍາລັບການສະເໜີຂໍໃບອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າປະກອບມີເອກະສານຄື:
– ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ  ຕາມແບບພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມການນໍາເຂົ້າ ແລະ ສົ່ງອອກ ກຳນົດ ຕາມກິດຈະການພາຍໃຕ້ຄວາມຮັບຜິດຊອບຂອງກົມ;
– ໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳເນົາ 1 ສະບັບ;
– ໜັງສືແນະນຳ ການຂໍອະນຸຍາດດຳເນີນທຸລະກິດ ທີ່ອອກໂດຍພາກສ່ວນອອກໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳເນົາ 1 ສະບັບ.

ຜູ້ມີສິດເຊັນໃບອະນຸຍາດດຳເນີນທຸລະກິດຢູ່ແຕ່ລະຂັ້ນ ໃຫ້ມີການແຕ່ງຕັ້ງເປັນລາຍລັກອັກສອນດັ່ງນີ້:
– ຂັ້ນສູນກາງ ແມ່ນຄະນະກົມຂອງກົມກ່ຽວຂ້ອງ ໂດຍມີຂໍ້ຕົກລົງຂອງຫົວໜ້າກົມ ແຕ່ງຕັ້ງຜູ້ມີສິດເຊັນໃບອະນຸຍາດ ດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ
– ຂັ້ນແຂວງ ແມ່ນຄະນະພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ໂດຍມີຂໍ້ຕົກລົງຂອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ
– ຂັ້ນເມືອງ ແມ່ນຄະນະຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໂດຍມີຂໍ້ຕົກລົງຂອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນຫຼວງ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ.

ກິດຈະການ ອຸດສາຫະກຳ ແລະ ການຄ້າໃດ ທີ່ບໍ່ມີໃນຕາຕະລາງໃດໜຶ່ງທີ່ກຳນົດໃນຂໍ້ຕົກລົງວ່າດ້ວຍ ການຮັບຮອງກິດຈະການອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ແມ່ນບໍ່ໃຫ້ອອກໃບອະນຸຍາດດຳເນີນທຸລະກິດ, ໃຫ້ປະຕິບັດຕາມທີ່ກຳນົດໃນ ມາດຕາ 5 ຂອງ ຂໍ້ຕົກລົງ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ  09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ.

ຄລິກທີ່ນີ້ເພື່ອລາຍລະອຽດຂອງຂໍ້ຕົກລົງເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019

ຄລິກທີ່ນີ້ເພື່ອລາຍລະອຽດຂອງຄຳແນະນຳ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງ, ຮູບພາບໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: lncci.la,​ laoedaily.com.la

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...