spot_img
Homeຂ່າວທ້ອງຖິ່ນສະຫວັນ ລົງກວດສອບມາດຕະຖານຫົວຈ່າຍນໍ້າມັນເຊື້ອໄຟປະຈໍາປີ 2019

ສະຫວັນ ລົງກວດສອບມາດຕະຖານຫົວຈ່າຍນໍ້າມັນເຊື້ອໄຟປະຈໍາປີ 2019

Published on

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ລົງກວດສອບມາດຕະຖານບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ປະຈໍາປີ 2019 ທົ່ວແຂວງຄັ້ງທີ 1, ໂດຍເລີ່ມແຕ່ວັນທີ 7–23 ມັງກອນ 2019, ສາມາດກວດໄດ້ທັງໝົດ 225 ປໍ້າ, 975 ຫົວຈ່າຍ ແລະ ຍັງຈະສືບຕໍ່ດໍາເນີນການກວດສອບໃຫ້ຄົບທຸກປໍ້າ. ການລົງກວດສອບດັ່ງກ່າວ, ນໍາພາໂດຍທ່ານ ທັນໄດ ຈັນຊົມພູ ຫົວ ໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ພ້ອມດ້ວຍໜ່ວຍງານ ແລະ ວິຊາການທີ່ກ່ຽວຂ້ອງ.

ທ່ານ ທັນໄດ ຈັນຊົມພູ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ສະຫວັນພັດທະນາ ວ່າ: ໃນການກວດສອບດັ່ງກ່າວ, ໄດ້ລົງເຄື່ອນໄຫວຈັດຕັ້ງປະຕິບັດກວດສອບ 2 ຄັ້ງ/ປີ. ປີນີ້, ພວກເຮົາໄດ້ດໍາເນີນການກວດສອບມາດຕະຖານ ບໍລິມາດຫົວຈ່າຍນໍ້າມັນຢ່າງເປັນທາງການໃນທົ່ວແຂວງ ເປັນຄັ້ງທໍາອິດຂອງປີ ເລີ່ມແຕ່ວັນທີ 7–23 ມັງກອນ 2019, ຜ່ານການກວດສອບໃນ 14 ຕົວເມືອງ ສາມາດກວດໄດ້ທັງໝົດ 225 ປໍ້າ, 975 ຫົວຈ່າຍ ແລະ ຍັງຈະສືບຕໍ່ດໍາເນີນການກວດສອບໃຫ້ຄົບທຸກປໍ້າ. ເຊິ່ງຜ່ານການກວດສອບເຫັນວ່າແຕ່ລະປໍ້າແມ່ນຢູ່ໃນເກນຂອງມາດຕະຖານແຫ່ງຊາດທີ່ໄດ້ກໍານົດໄວ້.

ໃນການກວດສອບດັ່ງກ່າວນີ້, ບໍ່ແມ່ນການບັງຄັບແຕ່ເປັນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດ ເພື່ອບໍ່ໃຫ້ເອົາລັດເອົາປຽບເຊິ່ງກັນ ແລະ ກັນລະຫວ່າງຜູ້ປະກອບການກັບຜູ້ຊົມໃຊ້. ພ້ອມນີ້, ກໍ່ຮຽກຮ້ອງໃຫ້ວິຊາການກ່ຽວຂ້ອງຈົ່ງມີຄວາມຮັບຜິດຊອບສູງ, ຢຶດຖືຈັນຍາບັນຂອງພະນັກງານ ແລະ ໃຫ້ມີການກວດສອບຢ່າງຈິງຈັງ ແລະ ຮຽກຮ້ອງໃຫ້ຜູ້ປະກອບການຈົ່ງໃຫ້ຄວາມຮ່ວມມືໃນການກວດສອບດັ່ງກ່າວນີ້ ໃຫ້ໄດ້ຜົນສໍາເລັດດ້ວຍດີ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Savanhphuttana News

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...