Homeສຸຂະພາບ ແລະ ສີ່ງແວດລ້ອມຮູ້ຫລືບໍ່? ຂີ້ໂພ່ນ ບອກສຸຂະພາບໄດ້

ຮູ້ຫລືບໍ່? ຂີ້ໂພ່ນ ບອກສຸຂະພາບໄດ້

Published on

Health_Belly_2

ສາວໆ​ທີ່​ມີຂີ້ໂພ່ນ ​ສົງ​ໄສ​ທີ່ໄປທີ່​ມາ​ຂອງ ຂີ້ໂພ່ນ ​ຂອງ​ສາວໆ​ວ່າ ​ເກີດ​ມາ​ໄດ້​ແບບໃດ ແຕ່​ຮູ້​ບໍ​ວ່າ ຂີ້ໂພ່ນ ມີ​ຫລາຍ​ແບບ ແລະ ​ຫລາຍ​ສາ​ເຫດ​ນໍາ ໄປ​ເບິ່ງ​ກັນ​ເລີຍ​ ​ວ່າ ຂີ້ໂພ່ນ ແຕ່​ລະ​ແບບ​ເປັນ​ແບບໃດ​ແນ່ ແລະ ​ວິທີ​ແກ້​ໄຂ ເຮົາ​ຄວນ​ເຮັດ​ແບບໃດ​ແນ່

1.spare tyre tummy ຂີ້ໂພ່ນ ສະ​ສົມ​ເປັນ​ຊັ້ນໆ ເກີດ​ຈາກ​ມັກ​ກິນ​ຂອງ​ຫວານ ຂາດ​ການ​ອອກ​ກຳ​ລັງ​ກາຍ ຕ້ອງອົດ​ກິນ​ຈຸກກິນຈິກຫລຸດ​ແປ້ງ​ ຫລຸດນ້ຳ​ຕານ ງົດ​ດື່ມ​ແອວ​ກໍ​ຮໍ ງົດ​ເຄື່ອງ​ດື່ມ​ນ້ຳ​ຕານ​ສູງ​ຕ່າງໆ ຫັນມາກິນຜັກ​ສົດ ອາຫານ​ສົດ ອອກ​ກຳ​ລັງ​ກາຍ​ຫລາຍໆ​ສະ​ໝ່ຳ​ສະເໝີ ແລ້ວ​ຈະ​ພົບ​ວ່າ ຂິ້ໂພ່ນ ຊະນິດ​ນີ້​ຫລຸດ​ງ່າຍ​ທີ່​ສຸດ

2.stress tummy ຮ່າງກາຍ​ທົ່ວ​ໄປ​ປົກກະຕິ ແຕ່​ມີ ຂີ້ໂພ່ນ ແຂງ ​ຄືກັບ​ທ້ອງ​ອືດ​ ແຖວກະ​ບັງ​ ຮອດ​ ​ສະ​ບື ​ສາ​ເຫດ​ຫລັກ​ເກີດ​ຈາກ​​ເປັນ​ຄົນ​ເຮັດວຽກ​ໜັກ ເອົາ​ແທ້ເອົາ​ວ່າ ຄຽດ ກິນ​ບໍ່​ເປັນ​ເວລາ​ຈົນ​ລະບົບ​ລຳ​ໄສ້​ຜິດ​ປົກກະຕິ ຮ່າງກາຍ​ຜະລິດ​ຄໍ​ຕິ​ຊອນ ທີ່​ເຮັດໃຫ້​ເກີດ​ໄຂ​ມັນ​ບໍລິເວນ​ໜ້າ​ທ້ອງ​ໃຫ້​ຜ່ອນຄາຍ​ຄວາມ​ຄຽດ ກິນໃຫ້​ກົງ​ເວລາ ບໍ່​ນອນ​ເດິກ ຫລຸດ​ ຄາ​ເຟ​ອີນ ອອກ​ກຳ​ລັງ​ກາຍ​ປະ​ເພດ​ ໂຍ​ຄະ ​

 3.little pooch tummy ຮ່າງກາຍ​ທົ່ວ​ໄປ​ຈ່ອຍ ແຕ່​ມີ ຂີ້ໂພ່ນ ສະ​ສົມ​ນ້ອຍ​ໆ ​ເຖິງ​ຫລາຍ​ແຖວໆ​ທ້ອງ​ນ້ອຍ ເຈົ້າ​ອາດ​ມີ​ຂີ້ໂພ່ນ​ນ້ອຍ​ໆ ​ທັ້ງໆ​ທີ່​ເປັນ​ຄົນ​ ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ ແຕ່​ເປັນ​ການ​ອອກ​ກຳ​ລັງ​ກາຍ​ທ່າ​ເກົ່າ​ປະຈຳ ການ​ຊິດ​ອັບ​ຜິດ​ວິທີ​ອາດ​ເຮັດໃຫ້​ກ້າມ​ຊີ້ນ​ສະ​ສົມ​ ​ໄດ້​ປ່ຽນ​ພຶດຕິກຳ​ການ​ກິນ​ຈາກ​ອາຫານ​ເກົ່າໆ​ຊ້ຳ​ໆ​ ທີ່​ອາດ​ເຮັດໃຫ້​ໄຂ​ມັນ​ສະ​ສົມ​ໂດຍ​ບໍ່​ຮູ້​ໂຕ ເປັນ​ອາຫານ​ເສັ້ນ​ໃຍ​ສູງ​ຜັກ​ໃບ​ຂຽວ

4.mummy tummy ຂີ້ໂພ່ນ ແມ່​ຫລັງ​ເກີດ​ມົດລູກ​ທີ່ຍັງ​ບໍ່​ເຂົ້າ​ອູ່ ຢ່າຟ້າວ​ຮີບ​ຮ້ອນ​ອອກ​ກຳ​ລັງ​ກາຍ​ໃຫ້​ຮ່າງກາຍ​ເຂົ້າ​ທີ່​ໃນ 2-3ເດືອນ​ອອກ​ກຳ​ລັງ​ກາຍ​ປະ​ເພດ​ເສີມ​ຄວາມ​ແຂງ​ແຮງ​ກ້າມ​ຊີ້ນແຖວ​ທ້ອງ​ໄລຍະ​ລຸ່ມ ຮັບປະທານ​ໄຂ​ມັນ​ທີ່​ດີ​ຈາກ​ຖົ່ວ​ໝາກ​ກອກ ແລະ ນ້ຳ​ມັນ​ປາ ນອນ​ໜ້ອຍໜຶ່ງ​ຕອນ​ກາງເວັນ ແລະ​ ຍືດ​ເສັ້ນ​ສາຍ​ເລັກນ້ອຍ​ກ່ອນ​ເຂົ້າ​ນອນ​ເພື່ອ​ຊ່ວຍ​ໃຫ້​ຮ່າງກາຍ​ເຜົາ​ຜານ​ໄຂ​ມັນ

5.bloated tummy ຂີ້ໂພ່ນ ສາວໆ​ທີ່​ໜ້າ​ທ້ອງ​ແປ​ໃນ​ຕອນ​ເຊົ້າ ແຕ່​ທ້ອງ​ອືດ ແລະ ເກີດ​ແກສ ທ້ອງສວດ​ໃນ​ຕອນ​ແລງ ສັງເກດ​ອາຫານ​ທີ່​ກິນ​ແລ້ວ​ອຶດ​ອັດ ​ເຊັ່ນ ​ພິ​ດຊາ  ​ເຂົ້າໜົມ​ປັງ ເຄັ​ກ ນົມ ເນີຍ ຊີດ ງົດ​ແລ້ວ​ສັງເກດ​ວ່າ ​ລະບົບ​ຍ່ອຍ ດີ​ຂຶ້ນ ກິນ​ອາຫານ​ຍ່ອຍ​ງ່າຍ​ເຊັ່ນ ​ປາ ຜັກ ກິນ​ເປັນ​ເວລາ ງົດ​ອາຫານຮອບເດິກ ດື່ມ​ນ້ຳ​ຫລາຍ​ໆ ຍ່າງ​ຫລິ້ນ​ຫລັງ​ອາຫານ​ເພື່ອ​ຊ່ວຍ​ລະບົບ​ຍ່ອຍອາຫານ

ສາວໆ ​ທີ່​ມີ​ຂີ້ໂພ່ນໃຫ້​ກົ້ມ​ເບິ່ງ ຂີ້ໂພ່ນ ຂອງ​ຕົນ​ເອງ ສຳ​ຫລວດ​ວ່າ ຂີ້ໂພ່ນ ຂອງ​ສາວໆ​ນັ້ນ​ເປັນ​ແບບໃດ ແລະ​ ເກີດ​ຈາກ​ຫຍັງ ແລະ​ ເຮັດ​ຕາມ​ວິທີ​ແນະ​ນຳ​ງ່າຍໆ ພຽງແຕ່ເທົ່າ​ນີ້ ຂີ້ໂພ່ນ ຂອງ​ສາວໆ​ກໍ​ຈະ​ຫາຍ​ໄປ ແຕ່ງ​ໂຕ​ງາມ​ໄດ້​ຕາມ​ຕ້ອງ​ການ​ແລ້ວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...