Homeຂ່າວຕ່າງປະເທດເວເນຊູເອລາຕັດສຳພັນການທູດກັບສະຫະລັດທຸກລະດັບ ພ້ອມເນລະເທດໃຫ້ອອກປະເທດໃນ 72ຊົ່ວໂມງ

ເວເນຊູເອລາຕັດສຳພັນການທູດກັບສະຫະລັດທຸກລະດັບ ພ້ອມເນລະເທດໃຫ້ອອກປະເທດໃນ 72ຊົ່ວໂມງ

Published on

ກະຊວງການຕ່າງປະເທດສະຫະລັດອອກຖະແຫຼງການເມື່ອວັນທີ 24 ມັງກອນ 2019 ກ່ຽວກັບການສັ່ງໃຫ້ເຈົ້າໜ້າທີ່ການທູດປະຈຳເວເນຊູເອລາໃນພາກສ່ວນທີ່ບໍ່ຈຳເປັນ ໃຫ້ເດີນທາງກັບປະເທດ ເນື່ອງຈາກສະຖານະການທາງການເມືອງພາຍໃນເວເນຊູ ເອລາຕອນນີ້ສົ່ງຜົນກະທົບຕໍ່ປະສິດທິພາບດ້ານການປະຕິບັດພາລະກິດໃຫ້ບໍລິການທາງການທູດ ແລະ ກົງສູນຂອງລັດຖະບານສະຫະລັດຕໍ່ພົນລະເມືອງສະຫະລັດ ທີ່ຍັງອາສຢູ່ໃນເວເນຊູເອລາ.

ຄວາມເຄື່ອນໄຫວດັ່ງກ່າວຂອງສະຫະລັດເກີດຂຶ້ນຫຼັງຈາກປະທານາທິບໍດີ ນິໂຄລັສ ມາດູໂຣ ປະກາດເມື່ອວັນພຸດທີ່ຜ່ານມາ ຕັດຄວາມສຳພັນທາງການທູດໃນທຸກລະດັບກັບລັດຖະບານສະຫະລັດ ແລະ ເນລະເທດເຈົ້າໜ້າທີ່ການທູດຂອງສະຫະລັດທັງໝົດໃຫ້ອອກນອກປະເທດພາຍໃນ 72 ຊົ່ວໂມງ ເຊິ່ງເນື່ອງມາຈາກລັດຖະບານສະຫະລັດປະຕິເສດຕໍ່ການປະຕິບັດຕາມຄຳສັ່ງ ໃຫ້ເຫດຜົນວ່າທ່ານ ມາດູໂຣ ບໍ່ແມ່ນ “ຜູ້ທີ່ເໝາະສົມ” ຂອງເວເນຊູເອລາອີກຕໍ່ໄປ ແລະ ສະຫະລັດຍອມຮັບທ່ານ ຮວນ ກຸຍໂດ ຜູ້ພັກນຳຝ່າຍຄ້ານ ແລະ ປະທານສະພານິຕິບັນຍັດແຫ່ງຊາດໃນຖານະ “ຜູ້ຮັກສາການປະທານາທິບໍດີ”.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະບານເວເນຊູເອລາຕ້ອງຮັບຜິດຊອບ ຫາກມີອັນຕະລາຍເກີດຂຶ້ນກັບນັກການທູດ ແລະ ພົນລະເມືອງຂອງສະຫະລັດທີ່ຍັງອາໄສຢູ່ໃນເວເນຊູເອລາ ທ່າມກາງການປະທ້ວງຄັ້ງໃໝ່ຕັ້ງແຕ່ວັນພຸດທີ່ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 20 ຄົນ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...