spot_img
Homeຂ່າວທ້ອງຖິ່ນເລີ່ມກໍ່ສ້າງແລ້ວ! ທາງດ່ວນ ວຽງຈັນ – ວັງວຽງ

ເລີ່ມກໍ່ສ້າງແລ້ວ! ທາງດ່ວນ ວຽງຈັນ – ວັງວຽງ

Published on

ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໃກ້ເປັນຈິງ ເພາະຕອນນີ້, ຜູ້ຮັບເໝົາກໍ່ສ້າງໄດ້ເລີ່ມລົງມືກໍ່ສ້າງແລ້ວ ໂດຍເລີ່ມຈາກໄລຍະທາງ 109,12 ກິໂລແມັດ ແຕ່ວຽງຈັນ-ວັງວຽງ ແລະ ໄດ້ແບ່ງທີມງານກໍ່ສ້າງອອກເປັນ 7 ທີມປະຈໍາຢູ່ແຕ່ລະຈຸດ. ອີງຕາມແຜນການຄາດວ່າຈະໃຊ້ເວລາກໍ່ສ້າງໃຫ້ສໍາເລັດພາຍໃນ 3 ປີ.

ທ່ານ ບຸນຍະວັດ ນີລະໄຊ ຜູ້ຕາງໜ້າລັດຖະບານລາວ ຈາກກະຊວງໂຍທາທິການ ແລະ ຂົນສົ່ງໃຫ້ຮູ້ວ່າ: “ໂຄງການກໍ່ສ້າງທາງດ່ວນແຕ່ ນະຄອນຫຼວງວຽງຈັນ-ບໍ່ເຕັນ ແຂວງ ຫຼວງນໍາທາງ ຊາຍແດນ ສປ ຈີນ ໂດຍຜ່ານ 4 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ. ສະເພາະການກໍ່ສ້າງໄລຍະທໍາອິດແມ່ຈະສ້າງແຕ່ນະຄອນຫຼວງວຽງຈັນ-ວັງວຽງ ແຂວງ ວຽງຈັນ ທີ່ມີຄວາມຍາວທັງໝົດ 109,12 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງຈະລາຈອນ ແລະ ມີ 2 ແລວໄປ-ກັບ ເຊິ່ງແຜນການຈະໃຊ້ເວລາກໍ່ສ້າງໃຫ້ສໍາເລັດພາຍໃນ 3 ປີ”.

“ປັດຈຸບັນ, ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ເລີ່ມລົງມືກໍ່ສ້າງແລ້ວ ໂດຍແບ່ງທີມງານອອກເປັນ 7 ທີມປະຈໍາແຕ່ລະຈຸດໃນໄລຍະການກໍ່ສ້າງແຕ່ນະຄອນຫຼວງວຽງຈັນ-ວັງວຽງ ເຊິ່ງໄດ້ມີການບຸກເບີກແລວເສັ້ນທາງ, ອະນາໄມໜ້າທາງ ທີ່ສໍາຄັນທາງໂຄງການກໍາລັງຂຸ້ນຂ້ຽວນໍາເອົາກົນຈັກໜັກເຂົ້າພາກສະນາມ ເພື່ອດໍາເນີນການກໍ່ສ້າງໃຫ້ບັນລຸຕາມແຜນການ”, ທ່ານ ບຸນຍະວັດ ນີລະໄຊ ກ່າວ.

ລັດຖະບານ ແຫ່ງ ສປປ ລາວ ມີແຜນສ້າງໂຄງການທາງດ່ວນແຕ່ ນະຄອນຫຼວງວຽງຈັນ-ດ່ານບໍ່ເຕັນ ແຂວງ ຫຼວງນໍ້າທາ ໂດຍຈຸດເລີ່ມຕົ້ນກໍ່ສ້າງຈະເລີ່ມຢູ່ທີ່ນະຄອນຫຼວງວຽງຈັນ ຈາກບ້ານສີເກີດ ເມືອງນາຊາຍທອງ-ເມືອງ ວັງວຽງ ແຂວງວຽງຈັນ ເປັນໄລຍະທໍາອິດ ຈາກນັ້ນ, ຈຶ່ງຈະເລີ່ມກໍ່ສ້າງແຕ່ວັງວຽງ-ຫຼວງພະບາງ-ອຸດົມໄຊ ແລະ ບໍ່ເຕັນ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...