spot_img
Homeຂ່າວຕ່າງປະເທດຄະນະຜູ້ບໍລິຫານຮ່ອງກົງສະເໜີຮ່າງກົດໝາຍເຄົາລົບເພງຊາດຈີນ

ຄະນະຜູ້ບໍລິຫານຮ່ອງກົງສະເໜີຮ່າງກົດໝາຍເຄົາລົບເພງຊາດຈີນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເຂດບໍລິຫານພິເສດຮ່ອງກົງ, ປະເທດຈີນ ເມື່ອວັນທີ 23 ມັງກອນ 2019 ວ່າ ຄະນະຜູ້ບໍລິຫານເຂດບໍລິຫານພິເສດຮ່ອງກົງພາຍໃຕ້ການນຳຂອງທ່ານ ນາງ ແຄຣີ ແລມ ສະເໜີຮ່າງກົດໝາຍເຂົ້າສູ່ການພິຈາລະນາຂອງສະພາມະຕິບັນຍັດວ່າດ້ວຍການສະແດງຄວາມເຄົາລົບຕໍ່ເພງຊາດຈີນ ເມື່ອຢູ່ໃນສາທາລະນະ ຫາກຜູ້ໃດທີ່ຝ່າຝືນອາດຕ້ອງໄດ້ຮັບໂທດຕິດຄຸກ 3 ປີ ພ້ອມປັບເງິນສູງສຸດເຖິງ 50.000 ໂດລາຮ່ອງກົງ ໂດຍຮ່າງກົດໝາຍຄວບຄຸມໄປເຖິງການເປີດເພງຊາດຈີນໃນໂຮງຮຽນທັງຂອງລັດ ແລະ ເອກະຊົນ ຕະຫຼອດຈົນຮອດໂຮງຮຽນນານາຊາດອີກດ້ວຍ.

ເປັນທີ່ຮູ້ຈັກກັນດີວ່າຄວາມພະຍາຍາມເຄື່ອນໄຫວຮຽກຮ້ອງເອກະລາດໃນຮ່ອງກົງບໍ່ວ່າໃນຮູບແບບໃດກໍ່ຕາມ ຖືເປັນ “ການລໍ້າເສັ້ນ” ສຳລັບລັດຖະບານໃນນະຄອນຫຼວງປັກກິ່ງ ທີ່ມອບການປົກຄອງແບບ 1 ປະເທດ 2 ລະບົບໃຫ້ຮ່ອງກົງ ນັບຕັ້ງແຕ່ຮັບມອບເກາະແຫ່ງນີ້ຄືນຈາກອັງກິດ ຫຼັງຄົບຮອບສັນຍາ 99 ປີ ເມື່ອວັນທີ 1 ກໍລະກົດ 1997. ຢ່າງໃດກໍ່ຕາມ ມາດຕະການດັ່ງກ່າວສ້າງຄວາມວິຕົກກັງວົນໃຫ້ແກ່ຫຼາຍຝ່າຍ ໂດຍສະເພາະກຸ່ມຄົນທີ່ເກີດຫລັງຈາກຊ່ວງນັ້ນ ຖືວ່າ “ເປັນຊ່ວງພັດປ່ຽນ” ມັນອາດເປັນຄວາມພະຍາຍາມແຊກຊຶມທາງວັດທະນະທຳເທື່ອລະໜ້ອຍຈາກຈີນແຜ່ນດິນໃຫຍ່ເຂົ້າສູ່ຮ່ອງກົງ ແລະ ໃນອານາຄົດ “ອາດມີເລື່ອງອື່ນໆອີກ”

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...