spot_img
Homeຂ່າວທ້ອງຖິ່ນນາຍົກ ເນັ້ນພາກທຸກລະກິດ ຕ້ອງເອົາການຜະລິດເປັນປາຍແຫຼມສົ່ງອອກ

ນາຍົກ ເນັ້ນພາກທຸກລະກິດ ຕ້ອງເອົາການຜະລິດເປັນປາຍແຫຼມສົ່ງອອກ

Published on

​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ເນັ້ນ​ໃຫ້ ສຄອຊ ​ສ້າງ​ໄດ້​ກົນ​ໄກ​ປະສານ​ງານ​ລະຫວ່າງ​ພາກ​ທຸ­ລະ​ກິດ ແລະ ບັນ­ດາ​ຂະແໜງ­ການ​ຂອງ​ລັດ; ໃຫ້​ພາກສ່ວນ​ທຸ­ລະ​ກິດ​ ​ຫັນ​ເອົາການ​ຜະ­ລິດ ແລະ ທຸ­ລະ​ກິດ​ເປັນ​ປາຍ​ແຫຼມ​ສົ່ງ​ອອກ  ແລະ ​​ຮ່ວມ​ມື​ກັບ​ບັນດາທຸລະ​ກິດກັບຕ່າງ​ປະ­ເທດ ເພື່ອແລກປ່ຽນຖອດ​ຖອນ​ບົດ­ຮຽນ ພ້ອມທັງເປັນ​ເຈົ້າ​ການ​ສ້າງ​ເງື່ອນ­ໄຂ​​ນັກ­ທຸ­ລະ­ກິດ​ດີ­ເດັ່ນ ແລະ ຮັບ​ລາ­ງວັນ​ໃຫ້​ຫຼາຍ​ຂຶ້ນ, ທີ່ກອງ​ປະ­ຊຸມ​ປີ 2018 ແລະ ສະ­ເຫຼີມ­ສະ­ຫຼອງ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ (ສຄອຊ) ຄົບ­ຮອບ 30 ປີ ຈັດ​ຂຶ້ນ​ວັນ​ທີ 23 ມັງ­ກອນ 2019 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ.

ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ໄດ້​ກ່າວ​ວ່າ: ຕະ­ຫຼອດ​ໄລ­ຍະ 30 ປີ­ຜ່ານ­ມາ ສຄອຊ ໄດ້​ເອົາ­ໃຈ­ໃສ່​ເຂົ້າ​ໃນ​ການ­ເຄື່ອນ­ໄຫວ​ວຽກ​ງານ ສຄອຊ ເຮັດ​ໃຫ້​ຂະ­ແໜງ­ການ​ໃນ​ແຕ່​ລະ​ດ້ານ​ມີ​ການ​ຂະ­ຫຍາຍ­ຕົວ ແລະ ­ສຳ­ເລັດ​ເປັນ​ກ້າວໆ ເປັນ­ຕົ້ນ: ວຽກ​ງານ​ພັດ­ທະ­ນາ​ສົ່ງ­ເສີມ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ-ຂະ­ໜາດ​ກາງ SME ເຊິ່ງ ສຄອຊ ໄດ້​ສ້າງ​ສູນ​ບໍ­ລິ­ການ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ-ຂະ­ໜາດ​ກາງ ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ເຕົ້າ­ໂຮມ​ເອົາ​ບັນ­ດາ​ໂຄງ­ການ​ສົ່ງ­ເສີມ​ຄວາມ​ຮູ້, ຄວາມສາ­ມາດ ທີ່​ມີ​ຢູ່​ຮ່ວມ​ກັບ​ກົມ​ພັດ­ທະ­ນາ​ສົ່ງ­ເສີມ SME ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ໃນ​ນັ້ນ, ໄດ້​ມີ​ການ​ເຝິກ­ອົບ­ຮົມ ແລະ ສ້າງ​ເງື່ອນ­ໄຂ​ໃຫ້ SME ເຂົ້າ​ເຖິງ​ແຫຼ່ງ​ທຶນ ແລະ ກິດ­ຈະ­ກຳ​ໃນ​ການ​ພັດ­ທະ­ນາ​ບໍ­ລິ­ສັດ ເປັນ​ການ​ເຝິກ­ອົບ­ຮົມ​ໃຫ້​ທຸ­ລະ​ກິດ​ໜຸ່ມ​ມີ​ຄວາມ​ສາ­ມາດ.

ພ້ອມ​ນັ້ນ, ໄດ້​ສ້າງ​ກອງ​ທຶນ​ສົ່ງ­ເສີມ Start Up ໂດຍ​ນັກ​ລົງ­ທຶນ​ລາວ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ທຸ­ລະ​ກິດ, ວຽກ​ງານ​ພັດ­ທະ­ນາ​ສົ່ງ­ເສີມ​ການ​ຕະ­ຫຼາດ​ຜະ­ລິດ​ຕະ​ພັນ​ລາວ ໄດ້​ເພີ່ມ​ທະ­ວີ​ການ​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ຍີ່­ຫໍ້​ລາວ​ໃຫ້​ເຂົ້າ​ສູ່​ຕະ­ຫຼາດ​ສາ­ກົນ, ເສີມ​ສ້າງ​ຄວາມ​ສາ­ມາດ​ໃຫ້​ບໍ­ລິ­ສັດ​ສະ­ຫະ­ກອນ ແລະ ຊາວ​ກະ­ສິ­ກອນ-ຊາວ­ບ້ານ ໃນ​ການ​ຜະ­ລິດ​ສິນ­ຄ້າ​ເພື່ອ​ສົ່ງ​ອອກ​ຢ່າງ​ເປັນ​ຕ່ອງ​ໂສ້​ທີ່​ມີ​ມາດ­ຕະ­ຖານ​ສາກົນ, ມີ​ຄຸນ​ນະ​ພາບ ແລະ ລາ­ຄາ​ສູງ. ໃນ​ການ​ສົ່ງ​ອອກ​ໄດ້​ຄັດ​ເລືອກ​ເອົາ​ຜະ­ລິດ​ຕະ​ພັນ​ລາວ​ຈຳ­ນວນ​ໜຶ່ງ ເພື່ອ​ສ້າງ​ຕົວ​ແບບ​ເພື່ອ​ການ​ສົ່ງ​ອອກ​ເຊັ່ນ: ຊາ, ກາ­ເຟ, ເຂົ້າ­ໜຽວ, ­ແພ​ໄໝ ແລະ ອາ­ຫານ. ​ປີ­ຜ່ານ­ມາ​ບໍ­ລິ­ສັດ​ລາວ​ເຮົາ ສາ­ມາດ​ຍາດ​ໄດ້​ລາ­ງວັນ​ທຸ­ລະ​ກິດ​ອາ​ຊຽນ​ດີ­ເດັ່ນ ປະຈໍາປີ 2017 ແລະ ​ປີ 2018 ເຮັດ​ໃຫ້​ປະຊາ​ຄົມ​ໃນ​ພາກ​ພື້ນ ກໍ​ຄື​ໂລກ​ໄດ້​ຮູ້­ຈັກ​ກັບ​ຜະ­ລິດ​ຕະ​ພັນ ແລະ ສິນ­ຄ້າ​ລາວ​ຫຼາຍ​ຂຶ້ນ.

ໂອ­ກາດ​ດຽວກັນ, ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​​ໂອ້​ລົມ​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຜົນ­ງານ​ການ­ເຄື່ອນ­ໄຫວ​ຂອງ ສຄອຊ ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ແລະ ໄດ້​ເນັ້ນ​ໃຫ້ ສຄອຊ ເອົາ­ໃຈ­ໃສ່​ໃນ​ການ​ປະ­ສານ​ງານ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ເພື່ອ​ສ້າງ​ໄດ້​ກົນ​ໄກ​ການ​ປະ­ສານ​ງານ​ລະຫວ່າງ​ພາກ​ທຸ­ລະ​ກິດ ແລະ ບັນ­ດາ​ຂະ­ແໜງ­ການ​ຂອງ​ລັດ; ໃຫ້​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດເອົາ­ໃຈ­ໃສ່​ໃນ​ການ​ພັດ­ທະ­ນາ​ຕົນ​ເອງ​ຫັນ​ມາ​ເປັນ​ການ​ຜະ­ລິດ ແລະ ທຸ­ລະ​ກິດ​ເປັນ​ປາຍ​ແຫຼມ​ສົ່ງ​ອອກ ໃນ​ການ​ຂະ­ຫຍາຍ​ທຸ­ລະ​ກິດ​ຂອງ​ຕົນ​ໄປ​ຍັງ​ພາກ​ພື້ນ ແລະ ສາ­ກົນ​ໃຫ້​ເພີ່ມ​ຂຶ້ນ ​ໂດຍ​ການ​ເພີ່ມ​ນະ​ວັດ­ຕະ​ກຳ​ໃໝ່ເຂົ້າ​ໃນ​ປັດ​ໄຈ​ຂອງ​ການ​ດຳ­ເນີນ​ທຸ­ລະ​ກິດ, ໃຫ້​ມີ​ການ​ຮ່ວມ​ມື​ກັບ​ທຸ­ລະ​ກິດ​ປະ­ເທດ​ເພື່ອນ​ບ້ານ​ໃນ​ພາກ​ພື້ນ ແລະ ສາ­ກົນ ເພີ່ມ​ການ​ແລກ­ປ່ຽນຖອດ​ຖອນ​ບົດ­ຮຽນ ແລະ ຮຽນ​ຮູ້​ເຊິ່ງ​ກັນ ແລະ ກັນ, ເປັນ​ເຈົ້າ​ການ​ສ້າງ​ເງື່ອນ­ໄຂ​ໃຫ້​ມີ​ນັກ­ທຸ­ລະ­ກິດ​ດີ­ເດັ່ນ ແລະ ຮັບ​ໂລ້​ລາ­ງວັນ​ໃຫ້​ຫຼາຍ​ຂຶ້ນ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...