Homeຂ່າວຕ່າງປະເທດບໍລິສັດຈີນ ໃຈດີມອບສິດວັນພັກ 15 ວັນຊ່ວງເທດສະການກຸດຈີນໃຫ້ສາວໂສດເພື່ອໄປຊອກຫາຮັກແທ້

ບໍລິສັດຈີນ ໃຈດີມອບສິດວັນພັກ 15 ວັນຊ່ວງເທດສະການກຸດຈີນໃຫ້ສາວໂສດເພື່ອໄປຊອກຫາຮັກແທ້

Published on

ສື່ອອນລາຍນ໌ປະເທດຈີນລາຍງານເມື່ອວັນທີ 21 ມັງກອນ 2019 ວ່າ ບໍລິສັດ Songcheng Performance Development (Hangzhou Songcheng Tourism Development) ທີ່ເມືອງ ຫາງໂຈ ມົນທົນເຈີຈຽງ ປະເທດຈີນ ໄດ້ປະກາດ ໃຫ້ພະນັກງານຍິງໂສດ ອາຍຸ 30 ປີຂຶ້ນໄປ ໄດ້ຮັບສິດວັນພັກເທດສະການກຸດຈີນ ຫຼື ປີໃໝ່ຈີນ ຕື່ມອີກ 8 ວັນ ຈາກປົກກະຕິພັກພຽງ 7 ວັນ ລວມເປັນ 15 ວັນ ເພື່ອໃຫ້ສາວໂສດກຸ່ມນີ້ ກັບບ້ານ ແລະ ມີໂອກາດໄດ້ພົບກັບໂລກພາຍນອກ ຕິດຕໍ່ສັງຄົງ ອອກເດດກັບຊາຍໜຸ່ມ.

ນອກຈາກນີ້ຍັງແຈ້ງອີກວ່າ ຫາກມີຂ່າວດີໄດ້ແຕ່ງງານກ່ອນວັນທີ 31 ທັນວາ 2019 ບໍລິສັດຈະມອບລາງວັນໂບນັດທ້າຍປີໃຫ້ 2 ເທົ່າ ໂດຍທາງບໍລິສັດເຊື່ອວ່າຖ້າພະນັກງານມີຄວາມສຸກຜົນງານການເຮັດວຽກກໍ່ຈະອອກມາດີ.

ທ່ານ ຫວງ ເຫລີ່ຍ ຫົວໜ້າຝ່າຍບຸກຄົນຂອງບໍລິສັດກ່າວວ່າ ໃນບໍລິສັດມີຈຳນວນພະນັກງານຊາຍ ແລະ ຍິງເກືອບເທົ່າກັນ ແຕ່ພະນັກງານຊາຍສ່ວນໃຫຍ່ເຮັດວຽກຢູ່ໃນຝ່າຍວິສະວະກຳ ມີໂອກາດໄດ້ຕິດຕໍ່ກັບເພດກົງກັນຂ້າມຫຼາຍກວ່າ ສ່ວນພະນັກງານຍິງສ່ວນໃຫຍ່ແມ່ນຢູ່ຝ່າຍບໍລິຫານພາຍໃນ ມີພຽງບາງສ່ວນຢູ່ຝ່າຍການສະແດງ ເຊິ່ງມີໂອກາດໜ້ອຍຫຼາຍຈະໄດ້ຕິດຕໍ່ພົວພັນກັບໂລກພາຍນອກ ທາງບໍລິສັດຈື່ງເພີ່ມຈຳນວນວັນພັກດັ່ງກ່າວໃຫ້.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...