spot_img
Homeຂ່າວທ້ອງຖິ່ນກອງທັບລາວ ເຊັນສັນຍາກັບລັດເຊຍ ຊື້ເຮືອບິນຝຶກແອບ-ສູ້ຮົບຍັກ 130 ຈໍານວນ 4 ລໍາ

ກອງທັບລາວ ເຊັນສັນຍາກັບລັດເຊຍ ຊື້ເຮືອບິນຝຶກແອບ-ສູ້ຮົບຍັກ 130 ຈໍານວນ 4 ລໍາ

Published on

ກະຊວງປ້ອງກັນປະເທດ ສປປ ລາວ ໄດ້ເຊັນສັນຍາກັບບໍລິສັດລັດວິສາຫະກິດ ໂລສອາບາໂລ ເອັກສະປອດ ປະເທດລັດເຊຍ ຊື້ເຮືອບິນຝຶກແອບ-ສູ້ຮົບ​ຍັກກ 130 ຈໍານວນ 4 ລໍາ ໂດຍມີພິທີມອບ-ຮັບເຮືອບິນດັ່ງກ່າວ, ໃນວັນທີ 21 ມັງກອນ 2019, ທີ່ເດີ່ນບິນທະຫານ 703 ນະຄອນຫລວງວຽງຈັນ. ຕາງໜ້າຝ່າຍລາວໃຫ້ກຽດຂຶ້ນຮັບໂດຍ ທ່ານ ພົນຕີ ປະສິດ ທ່ຽງທໍາ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ແລະ ຕາງໜ້າຝ່າຍລັດເຊຍ ທ່ານ ອາແຈັກຊານເດີ ເມລິກດາວີດັອບ ຕົວແທນບໍລິສັດໂລສອາບາໂລ ເອັກສະປອດ ( ROSOBORON EXPORT ) ເປັນກຽດເຂົ້າຮ່ວມຂອງ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ມີຄາອິນ ວາລາດີເມຍໂຣວິກ ບາລານນັອບ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ສະຫະພັນລັດເຊຍ ປະຈໍາລາວ.

ພົນຕີ ປະສິດ ທ່ຽງທໍາ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດມີຄໍາເຫັນວ່າ: “ການມອບ-ຮັບເຮືອບິນຝຶກແອບ-ສູ້ຮົບຍັກ 130 ຈໍານວນ 4 ລໍາໃນຄັ້ງນີ້, ນອນຢູ່ໃນແຜນການຮ່ວມມືດ້ານເຕັກນິກການທະຫານ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ມີມູນເຊື້ອຍາວນານ, ການຈັດຕັ້ງປະຕິບັດສັນຍາການຈັດຊື້ເຮືອບິນຝຶກແອບ-ສູ້ຮົບຢັກ 130 ຈໍານວນ 4 ລໍາໄດ້ດໍາເນີນມາດ້ວຍຜົນສໍາເລັດ. ການໄດ້ຮັບເຮືອບິນຝຶກແອບຄັ້ງນີ້, ຈະເປັນການປະກອບອັນສໍາຄັນໃນການຍົກສູງລະດັບຄວາມສາມາດໃນການປະຕິບັດໜ້າທີ່ຂອງກອງທັບອາກາດ; ກອງທັບປະຊາຊົນລາວໃຫ້ສູງຂຶ້ນ ທັງເປັນການສ້າງຄວາມເຂັ້ມແຂງ ແລະ ເພີ່ມປະສິດທິພາບໃຫ້ແກ່ວຽກງານປັບປຸງກໍ່ສ້າງກອງທັບ ໃນການປົກປັກຮັກສາເຂດນໍ້າແດນດິນ ແລະ ນ່ານຟ້າຂອງລາວໄວ້ໄດ້ຢ່າງຄວາມໝັ້ນຄົງ”.

ພ້ອມນັ້ນ, ທ່ານໄດ້ກ່າວຄໍາໝັ້ນສັນຍາວ່າ: “ຈະເອົາໃຈໃສ່ຊີ້ນໍາການອົບຮົມ ແລະ ຝຶກແອບ ເພື່ອນໍາໃຊ້ເຮືອບິນຝຶກແອບ-ສູ້ຮົບຍັກ 130 ຈໍານວນ 4 ລໍານີ້ ໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ບົວລະບັດຮັກສາຖືກຕ້ອງຕາມຫຼັກການດ້ານເຕັກນິກ ເພື່ອຮັບປະກັນການນໍາໃຊ້ເຮືອບິນໃຫ້ຍາວນານ ພ້ອມທັງເອົາໃຈໃສ່ບໍາລຸງ ແລະ ກໍ່ສ້າງບຸກຄະລາກອນ, ນັກວິຊາການ ເພື່ອຮອງຮັບການນໍາໃຊ້ເຮືອບິນດັ່ງກ່າວນີ້ໃຫ້ເກີດປະໂຫຍດສູງສຸດ”.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...