Homeຂ່າວຕ່າງປະເທດປະເທດມານຕາຂາຍພາສປອດແຖມສິດອາໄສ-ເຮັດວຽກໃນອີຢູ ພ້ອມຍົກເວັ້ນວີຊ່າເຂົ້າສະຫະລັດ

ປະເທດມານຕາຂາຍພາສປອດແຖມສິດອາໄສ-ເຮັດວຽກໃນອີຢູ ພ້ອມຍົກເວັ້ນວີຊ່າເຂົ້າສະຫະລັດ

Published on

ສະຫະພາບເອີຣົບ (European Union ຫຼື EU) ເປັນສະຫະພາບທາງເສດຖະກິດ ແລະ ການເມືອງ ປະກອບດ້ວຍລັດສະມາຊິກ 28 ປະເທດ ເຊິ່ງສ່ວນໃຫຍ່ແມ່ນຕັ້ງຢູ່ທະວີບເອີຣົບ ມີເນື້ອທີ່ 4.324.782 ຕາແມັດ ມີປະຊາກອນກວ່າ 510 ລ້ານຄົນ, ບັນດາປະຊາກອນຂອງສະມາຊິກທັງ 28 ປະເທດນີ້ສາມາດເດີນທາງເຂົ້າອອກ ແລະ ອາໄສ ຫຼື ສຶກສາ ແລະ ເຮັດວຽກໃນປະເທດສະມາຊິກໄດ້ແບບເສລີ.

ປະເທດ ມານຕາ ຫຼື ສາທາລະນະລັດມານຕາ (Repubblika ta’ Malta) ເປັນປະເທດທີ່ເປັນເກາະຂະໜາດນ້ອຍສອງເກາະໃນທະເລເມດິເຕເຣນຽນ ມີເນື້ອທີ່ພຽງ 316 ກິໂລຕາແມັດ (ນ້ອຍກວ່າສິງກະໂປໜຶ່ງເທົ່າ) ມີປະຊາກອນອາໄສຢູ່ປະມານ 475,700 ຄົນ ເມືອງຫຼວງຊື່ເມືອງ ວັລເລດຕາ ຕິດກັບຊາຍແດນທາງພາກໃຕ້ຂອງອິຕາລີ. ໂດຍປະເທດມານຕາ ໄດ້ເຂົ້າເປັນສະມາຊິກອີຢູ ເມື່ອວັນທີ 1 ພຶດສະພາ 2005.

ປະເທດ ມານຕາ ຫາເງິນເຂົ້າປະເທດໂດຍການອະນຸຍາດໃຫ້ຊາວຕ່າງຊາດສາມາດຊື້ພາສປອດມານຕາ (ຊື້ສັນຊາດມານຕາ) ໃນຈຳນວນເງິນປະມານ 650.000 ຢູໂຣ ຫຼື 6.293.300.000ກີບ ແລະ ຈະເຮັດໃຫ້ຊາວຕ່າງຊາດຜູ້ນັ້ນສາມາດຖືໜັງສືເດີນທາງຂອງອີຢູ ພ້ອມມີສິດອາໄສ ແລະ ເຮັດວຽກພາຍໃນປະເທດສະມາຊິກສະຫະພາບເອີຣົບໄດ້ທັງ 28 ປະເທດ ແຖມຍັງສາມາດເດີນທາງເຂົ້າສະຫະລັດອາເມລິກາໂດຍບໍ່ຕ້ອງໃຊ້ວີຊ່າອີກດ້ວຍ. ແຕ່ປະເທດມານຕາ ກໍ່ຖືກທາງສະຫະພາບເອີຣົບກົດດັນຢ່າງໜັກ ທາງລັດຖະ ບານມານຕາ ຈິ່ງຍອມແກ້ໄຂກົດໝາຍດ້ວຍການກຳນົດໃຫ້ຜູ້ທີ່ຈະໄດ້ຮັບສັນຊາດມານຕານັ້ນ ຕ້ອງເປັນຜູ້ທີ່ເຂົ້າມາລົງທຶນໃນມານຕາຢ່າງຕໍ່າ 115.000 ຍູໂຣ ຫຼື 1.113.430.000ກີບ ແລະ ຕ້ອງເປັນຜູ້ທີ່ອາໄສໃນມານຕາແລ້ວຢ່າງໜ້ອຍ 1 ປີ ແຕ່ລະບົບຂາຍເໝົາພາສປອດມານຕາໃຫ້ທັງຄອບຄົວຍັງມີຢູ່.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...