spot_img
Homeຂ່າວພາຍ​ໃນYoutuber ສ້າງລາຍຮັບໄດ້ແນວໃດ?

Youtuber ສ້າງລາຍຮັບໄດ້ແນວໃດ?

Published on

ຫຼາຍທ່ານອາດຈະເຄີຍໄດ້ຍິນຄໍາວ່າ Youtuber ມາກ່ອນເຊິ່ງເປັນກິດຈະກຳເສີມທີ່ຄົນລຸ້ນໃໝ່ເຮັດຢູ່ໃນປະຈຸບັນນີ້. ແລ້ວທ່ານຮູ້ບໍ່ວ່າກິດຈະກຳເສີມເຫຼົ່ານີ້ສາມາດສ້າງລາຍຮັບໃຫ້ແກ່ຜູ້ສ້າງວີດີໂອນັ້ນໄດ້ ຈົນບາງຄົນຍຶດກິດຈະກຳນີ້ເປັນອາຊີບເລີຍ.

ທໍາອິດເຮົາມາທໍາຄວາມຮູ້ຈັກກ່ຽວກັບ Youtuber (ຍູທູບເບີ້) ກັນກ່ອນ. Youtuber ແມ່ນບຸກຄົນທີ່ສ້າງວີດີໂອໃນຮູບແບບຂອງຕົນເອງ ແລະ ເອົາວີດີໂອນັ້ນມາລົງເຜີຍແຜ່ໃນໂຮມເພດຂອງ YouTube, ເຊິ່ງບາງຄົນອາດເຮັດວຽກນີ້ເປັນພຽງກິດຈະກຳເສີມ ຫຼື ເຮັດຍາມວ່າງ ແຕ່ບາງຄົນກໍເຮັດວຽກນີ້ເປັນອາຊີບຫຼັກເລີຍ. ຍິ່ງມີຄົນສົນໃຈເຂົ້າມາຊົມຫຼາຍເທົ່າໃດກໍມີລາຍຮັບຫຼາຍຂຶ້ນເທົ່ານັ້ນ ໂດຍເຂົາເຈົ້າຈະໄດ້ລາຍຮັບຈາກສ່ວນແບ່ງທີ່ YouTube ໄດ້ມອບໃຫ້ເວລາທີ່ມີໂຄສະນາປະກົດໃນວີດີໂອ ຂອງ Youtuber ຜູ້ນັ້ນ. ບາງຄັ້ງບໍລິສັດຂອງຜະລິດຕະພັນໃດໜຶ່ງກໍ່ຕິດຕໍ່ມາຫາ Youtuber ໂດຍກົງເພື່ອສ້າງວີດີໂອໂຄສະນາຜະລິດຕະພັນຂອງເຂົາເຈົ້າ ເຊິ່ງແລ້ວແຕ່ຮູບແບບການນໍາສະເໜີຂອງ Youtuber ແຕ່ລະຄົນ.

ອີງຕາມຜົນການຄົ້ນຄວ້າ ຈາກອາຈານສອນຢູ່ມະຫາວິທະຍາໄລແຫ່ງໜຶ່ງໃນປະເທດເຢຍລະມັນ ໄດ້ເຜີຍວ່າ:

  • 96,5% ຂອງ Youtuber ທັງໝົດ ສ້າງລາຍຮັບສະເລ່ຍບໍ່ເກີນ 12.140 ໂດລາສະຫະລັດ/ປີ
  • ໃນນັ້ນ 3% ແມ່ນຜູ້ທີ່ໄດ້ຮັບຄວາມນິຍົມສູງ ມີຜູ້ເຂົ້າຊົມວີດີໂອຂອງເຂົາເຈົ້າໃນ 1 ເດືອນສູງກວ່າ 1.400.000 ຄັ້ງ, ສະເລ່ຍລາຍຮັບໄດ້ປະມານ 16.800 ໂດລາສະຫະລັດ/ປີ;
  • ມີ ພຽງ 1% ກໍ່ຄື Youtuber ທີ່ໄດ້ຮັບຄວາມນິຍົມສູງສຸດແມ່ນມີຄົນເຂົ້າເບິ່ງວີດີໂອຂອງເຂົ້າເຈົ້າໃນ 1 ເດືອນ ສູງເຖິງ 2.200.000 ຫາ 42.100.000 ຄັ້ງ ເຮັດໃຫ້ບັນດາບໍລິສັດສິນຄ້າທີ່ດັງໆ ຂໍເຊັນສັນຍາເປັນເພື່ອນຮ່ວມງານເຂົ້າເຈົ້າໂດຍກົງ ຈື່ງເປັນສາເຫດທີ່ເຮັດໃຫ້ Youtuber ໃນ 1% ນັ້ນມີລາຍຮັບທີ່ສູງກວ່າ Youtuber ໃນ 3% ຫຼາຍເທົ່າຕົວ.

ການຄົ້ນຄວ້າຍັງແຈ້ງໃຫ້ຮູ້ເພີ່ມຕື່ມວ່າ ຖ້າມີຄົນເຂົ້າຊົມວີດີໂອທຸກ 1.000 ເທື່ອ, Youtuber ກໍ່ຈະໄດ້ຮັບເງິນປັນຜົນ 1 ໂດລາສະຫະລັດ. ບາງກໍລະນີທີ່ Youtuber ມີຈໍານວນຜູ້ຕິດຕາມຫຼາຍຢູ່ແລ້ວ ຄ່າເງິນປັນຜົນກໍ່ຈະເພີ່ມຂຶ້ນເປັນ 5 ໂດລາສະຫະລັດ ຕໍ່ຈໍານວນຜູ້ເຂົ້າຊົມວີດີໂອທຸກ 1.000 ຄັ້ງ. ປັດຈຸບັບ, ມີ Youtuber ເຊັນສັນຍາເປັນເພື່ອນຮ່ວມງານກັບ YouTube ຈໍານວນ 100.000 ຄົນ ເຊິ່ງເພີ່ມຂຶ້ນຈາກ 2017 ປະມານ 40%.

ນອກຈາກ, Youtuber ແລ້ວຍັງມີຫຼາຍຄົນ, ຫຼາຍອາຊີບທີ່ໃຊ້ຊ່ອງ YouTube ໃນການແຈ້ງເກີດ ເຊັ່ນ: ນັກຮ້ອງ, ນັກສະແດງ, ນັກວິທະຍາກອນ ແລະ ນັກສິລະປະໃນດ້ານອື່ນໆ ທີ່ໄດ້ຮັບຄວາມນິຍົມຊົມຊອບຜ່ານການເຜີຍແຜ່ວີດີໂອຂອງຕົນ ສົ່ງຜົນໃຫ້ມີຄົນຮູ້ຈັກຜົນງານ, ຜະລິດຕະພັນ ແລະ ຄວາມສາມາດຕ່າງໆຂອງເຂົາເຈົ້າ ເຊິ່ງເປັນການສ້າງລາຍຮັບໃນອີກຮູບແບບທີ່ກໍາລັງແຜ່ຫຼາຍ. ຈາກຕົວເລກຂອງຜົນການຄົ້ນຄວ້າເຫັນວ່າ ອາຊີບ Youtuber ຍັງເປັນທີ່ນິຍົມສູງ ແລະ ຄາດວ່າຈະມີຈໍານວນເພີ່ມຂຶ້ນອີກໃນທຸກໆປີ.

YouTube ໄດ້ເລີ່ມເຮັດການຕິດຕໍ່ກັບຜູ້ນໍາໃຊ້ຊ່ອງ YouTube ໃນປີ 2007, ໂດຍຕິດຕໍ່ຫາເຈົ້າຂອງຊ່ອງທີ່ໄດ້ຮັບຄວາມນິຍົມສູງ ເຊິ່ງສະແດງອອກຈາກຈໍານວນຂອງຜູ້ເຂົ້າຊົມວີດີໂອ ໃຫ້ມາເປັນຜູ້ຮ່ວມງານຂອງຕົນ (ໃນເວລານັ້ນວີດີໂອສ່ວນໃຫຍ່ແມ່ນກ່ຽວກັບການຄ້າຂາຍ). ເມື່ອເຊັນສັນຍາເປັນເພື່ອນຮ່ວມງານກັນແລ້ວກໍມີເງື່ອນໄຂຫຼັກວ່າ ທາງ YouTube ສາມາດລົງໂຄສະນາຕ່າງໆ ໃນຊ່ອງທາງໜ້າຕ່າງຂອງວີດີໂອນັ້ນ ແລະ ຈະປັນຜົນກໍາໄລຈາກລາຍຮັບທີ່ໄດ້ຈາກຄົນເຂົ້າມາຊົມວີດີໂອໃຫ້ກັບເພື່ອນຮ່ວມງານ (Youtuber).

ຕໍ່ມາປີ 2011, YouTube ໄດ້ເມີເງື່ອນໄຂກວ້າງອອກ ໂດຍເປີດໃຫ້ບຸກຄົນທົ່ວໄປເຂົ້າມາເປັນເພື່ອນຮ່ວມງານໄດ້ ເຮັດໃຫ້ບຸກຄົນທີ່ສ້າງວີດີໂອໃນຫຼາຍຮູບແບບ, ຫຼາຍເນື້ອໃນ ສາມາດສ້າງລາຍຮັບໃຫ້ຕົນເອງໄດ້ ແລະ ມີຫຼາຍຄົນຫັນມາຍຶດຖືອາຊີບນີ້ຫຼາຍຂຶ້ນ. ຕໍ່ມາໃນປີ 2017, ເງື່ອນໄຂໃນການເປັນເພື່ອນຮ່ວມງານມີຫຼາຍຂຶ້ນຄື: ຕ້ອງມີຈໍານວນຜູ້ເຂົ້າຊົມວີດີໂອລວມໄດ້ 10.000 ຄັ້ງ  ຈື່ງຈະໄດ້ຮັບການຕົກລົງໃຫ້ເຂົ້າເປັນເພື່ອນຮ່ວມງານ. ປີ 2018 ເຖິງປັດຈຸບັນ, ກໍໄດ້ເພີ່ມເງື່ອນໄຂທີ່ຍາກຂຶ້ນກວ່າເກົ່າຄື: ໃນໄລຍະ 12 ເດືອນ ຜ່ານມາ ວີດີໂອຕ້ອງມີຈໍານວນຜູ້ເຂົ້າຊົມຄິດໄລ່ເປັນເວລາລວມໄດ້ຫຼາຍກວ່າ 4.000 ຊົ່ວໂມງ ແລະ ຕ້ອງມີຈໍານວນຜູ້ຕິດຕາມສູງກວ່າ 1.000 ຄົນຂຶ້ນໄປ. ເຖິງເງື່ອນໄຂຈະຍາກຄືດັ່ງທີ່ກ່າວມາ ກໍຍັງມີ Youtuber ທີ່ສ້າງລາຍໄດ້ປະຈໍາປີຈາກວີດີໂອຂອງຕົນໄດ້ຫຼາຍຕື້ກີບ.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ວາລະສານໄອຊີທີ ລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...