Homeຂ່າວພາຍ​ໃນປີທ່ອງທ່ຽວລາວ-ຈີນ 2019 ຈະເປີດຂຶ້ນທ້າຍເດືອນ ມັງກອນ ນີ້!

ປີທ່ອງທ່ຽວລາວ-ຈີນ 2019 ຈະເປີດຂຶ້ນທ້າຍເດືອນ ມັງກອນ ນີ້!

Published on

ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງຮ່ວມມືກັນຈັດປີທ່ອງທ່ຽວລາວ-ຈີນ 2019 ເຊິ່ງຈະເລີ່ມເປີດນັບແຕ່ທ້າຍເດືອນມັງກອນເປັນຕົ້ນໄປ ໂດຍມີຫຼາກຫຼາຍກິດຈະກໍາທີ່ຈັດຂຶ້ນໃນ ສປປ ລາວ ແລະ ສປ ຈີນ ເພື່ອຫວັງດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວ ລາວ ໃຫ້ຫຼາຍກວ່າ 4,5 ລ້ານຄົນ.

ເພື່ອຈັດຕັ້ງປະຕິບັດຕາມການຕົກລົງເຫັນດີຂອງສອງລັດຖະບານ ລາວ-ຈີນ ໃນປີທ່ອງທ່ຽວລາວ-ຈີນ 2019, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນນາມກະຊວງເປັນເຈົ້າການໄດ້ປະສານງານກັບສະຖານທູດຈີນ ປະຈໍາລາວ ແລະ ໄດ້ປຶກສາຫາລືກ່ຽວກັບການສ້າງແຜນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆຢູ່ໃນສອງປະເທດ. ຂະນະດຽວກັນ, ວັນທີ 13 ມັງກອນ 2018 ຜ່ານມາ, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ຽວທ່ຽວ ພ້ອມດ້ວຍຄະນະ ໄດ້ມີໂອກາດເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດ້ານທ່ອງທ່ຽວສາກົນ ທີ່ຮົງກົງ ສປ ຈີນ ແລະ ພົບປະກັບທ່ານ ຍຸກຸນ ຮອງລັດຖະມົນຕີ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນໃນການກຽມແຜນການຈັດກິດຈະກໍາຕ່າງໆ ໂດຍໄດ້ເຫັນດີເປັນເອກະພາບກັນໃນດ້ານຫຼັກການກັບແຜນກິດຈະກໍາເບື້ອງຕົ້ນຄື:

  1. ກໍານົດພິທີເປິດປີທ່ອງທ່ຽວລາວ-ຈີນ 2019 ໃນໄລຍະສະເຫຼີມສະຫຼອງບຸນກຸດຈີນ (ປີໃໝ່ຈີນ) ໂດຍກໍານົດເອົາວັນທີ 25 ມັງກອນ 2019, ທີ່ຫໍວັດທະນະທໍາແຫ່ງຊາດລາວ ດ້ວຍການສະແດງສິລະປະ ປະສົມລາວ-ຈີນ, ວາງສະແດງຮູບພາບ ແລະ ງານເທສະການອາຫານລາວ-ຈີນ.
  2. ພິທີປິດປີທ່ອງທ່ຽວລາວ-ຈີນ 2019 ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນທ້າຍປີ 2019 ໃນໄລຍະທີ່ໃກ້ຄຽງກັບການສະເຫຼີມສະຫຼອງວັນຊາດ ສປປ ລາວ. ພ້ອມນັ້ນ, ກໍຈະມີກິດຈະກໍາປິ່ນອ້ອມທີ່ຫຼາກຫຼາຍ ເພື່ອສົ່ງເສີມປີທ່ອງທ່ຽວລາວ-ຈີນ ເຊິ່ງທັງສອງຝ່າຍຈະກໍານົດໃນການຈັດຕັ້ງປະຕິບັດໃນໂອກາດວັນສໍາຄັນຕ່າງໆ ຂອງ ສປປ ລາວ ແລະ ສປ ຈີນ.
  3. ເດືອນ ເມສາ 2019 ເນື່ອງໃນໂອກາດຄົບຮອບ 58 ປີ ຂອງສາຍພົວພັນການທູດລາວ-ຈີນ ຈະມີການຈັດງານສັບປະດາວັດທະນະທໍາຈີນ ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍຈະມີການສະແດງສິລະປະຈາກ ສປ ຈີນ.
  4. ເດືອນ ມິຖຸນາ-ກໍລະກົດ 2019 ຈັດກອງປະຊຸມລະດັບວິຊາການ ກ່ຽວກັບວຽກງານຄຸ້ມຄອງການທ່ອງທ່ຽວລາວ-ຈີນ ທີ່ແຂວງ ຈໍາປາສັກ ສປປ ລາວ.
  5. ເດືອນ ກັນຍາ 2019 ຈັດງານບຸນໄຫວ້ພະຈັນຢູ່ທີ່ແຂວງ ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ດ້ວຍການສະແດງສິລະປະຈາກແຂວງ ຫູເປີຍ ສປ ຈີນ.
  6. ມີການຈັດຕັ້ງງານສັບປະດາວັດທະນະທໍາລາວ ຢູ່ທີ່ນະຄອນຊາງຊາ ແຂວງ ຫູໜານ ສປ ຈີນ ໃນນັ້ນ, ຈະມີການສະແດງສິນລະປະ, ງານເທສະການອາຫານລາວ, ງານວາງສະແດງທ່ອງທ່ຽວ ແລະ ກອງປະຊຸມສົ່ງເສີມການທ່ອງທ່ຽວລາວ-ຈີນ.
  7. ມີການຈັດຕັ້ງງານສັບປະດາວັດທະນະທໍາລາວ ຢູ່ທີ່ນະຄອນເຊີນຕູ ແຂວງ ເສສວນ ສປ ຈີນ ດ້ວຍຮູບແບບຄ້າຍຄືກັນກັບຢູ່ແຂວງ ຫູໜານ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...