spot_img
Homeຂ່າວທ້ອງຖິ່ນໂຮງໝໍ 103 ເປີດນໍາໃຊ້ຕຶກປີ່ນປົວພະຍາດລວມ

ໂຮງໝໍ 103 ເປີດນໍາໃຊ້ຕຶກປີ່ນປົວພະຍາດລວມ

Published on

ກະຊວງປ້ອງກັນປະເທດ ຈັດພິທີເປີດນໍາໃຊ້ຕຶກປີ່ນປົວພະຍາດລວມໂຮງໝໍ 103 ກອງທັບປະຊາຊົນລາວ ເປັນໂຄງການຊ່ວຍເຫຼືອລ້າ ຈາກກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງເນື້ອທີ່ປະມານ 24.756 ຕາແມັດ ເປັນອາຄານ 9 ຊັ້ນ ໃນນັ້ນ, ມີການປິ່ນປົວພະຍາດທົ່ວໄປ, ຂະແໜງຜ່າຕັດ ແລະ ພາກສ່ວນນອນປິ່ນປົວ. ນອກນັ້ນ, ຍັງມີຕຶກຊ່ຽວຊານຈີນ ແລະ ມີອຸປະກອນການແພດ ພ້ອມດ້ວຍສິ່ງອໍານວຍຄວາມສະດວກໃນການປີ່ນປົວຄົນເຈັບຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດດ 197 ລ້ານຢວນ ຫຼື ເທົ່າກັບປະມານ 24 ຕື້ກວ່າກີບ.

ພິທີດັ່ງກ່າວ, ຈັດຂຶ້ນວັນທີ 19 ມັງກອນ 2019 ທີ່ໂຮງໝໍ 103 ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ໂດຍ ພົນເອກຈັນສະຫມອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ພົນເອກ ໝຽວຫົວ ຫົວຫນ້າກົມວຽກງານການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ ພ້ອມດ້ວຍນາຍທະຫານຂັ້ນສູງຂອງສອງປະເທດ ລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພົນຈັດຕະວາ ຄໍາເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ ພາລາທິການກອງທັບ ກ່າວຄໍາເຫັນໃນພິທີວ່າ: ການເປີດນໍາໃຊ້ຕຶກປີ່ນປົວພະຍາດລວມໂຮງໝໍ 103 ຄັ້ງນີ້, ເປັນການປະກອບສ່ວນສໍາຄັນໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ກໍຄືສອງກອງທັບລາວ-ຈີນ ຕາມທິດສະດີ 4 ດີ, ທັງເປັນການຍົກລະດັບຄຸນນະພາບ ໃນວຽກງານການແພດຂອງກອງທັບປະຊາຊົນລາວໃຫ້ມີປະສິດທິພາບສູງ ເທົ່າກັບພາກພື້ນ ແລະ ສາກົນ. ຂ້າພະເຈົ້າຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ກອງທັບປົດປ່ອຍປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອ ແກ່ກອງທັບປະຊາຊົນລາວ ຢ່າງລົ້ນເຫຼືອ.

ໂອກາດດຽວກັນ, ພົນຕີ ຫຼີຊິ່ງເຈຍ ຮອງຫົວຫນ້າກົມພາລາທິການ ຄະນະກໍາມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນ ຈີນ ກໍມີຄໍາເຫັນວ່າ: ສອງກອງທັບ ລາວ-ຈີນ ຈະຖືເອົາການເປີດນໍາໃຊ້ຕຶກປີ່ນປົວພະຍາດລວມໂຮງຫມໍ 103 ກອງທັບປະຊາຊົນ ລາວ ຫຼັງນີ້ເປັນເວທີສໍາຄັນດ້ານການສ້າງໂອກາດ, ເພີ່ມຊ່ອງທາງ ແລະ ກໍາແໜ້ນພາລະກິດມອບໝາຍຂອງຜູ້ນໍາສອງພັກ, ສອງລັດລາວ-ຈີນ, ເພີ່ມທະວີການຊີ້ນໍາ ນຳພາວຽກງານການເມືອງ, ສ້າງກົນໄກແລກປ່ຽນທີ່ມີການຮ່ວມມືໃຫ້ເປັນຮູບປະທໍາ. ນອກນັ້ນ, ເພື່ອເສີມຂະຫຍາຍສານພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ຊຸກຍູ້ສົ່ງເສີມຄວາມສໍາພັນຂອງສອງພັກ, ສອງລັດ, ສອງກອງທັບ ຈີນ-ລາວ ກ້າວສູ່ຈຸດເລີ່ມຕົ້ນໃໝ່.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່, Lao National Radio

ຮູບພາບຈາກ:  Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...