Homeຂ່າວທ້ອງຖິ່ນກະຊວງສຶກສາ ເຂັ້ມງວດກວດເລືອກ-ຊັບຊ້ອນຄູໃໝ່ ແລະ ອາສາໃຫ້ໄດ້ມາດຕະຖານ

ກະຊວງສຶກສາ ເຂັ້ມງວດກວດເລືອກ-ຊັບຊ້ອນຄູໃໝ່ ແລະ ອາສາໃຫ້ໄດ້ມາດຕະຖານ

Published on

ກະຊວງສຶກສາທິການ ແລະ ກິລາ ( ສສກ ) ໄດ້ອອກກຳນົດມາດຕະຖານຄັດເລືອກບັນຈຸຄູໃໝ່ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຄູຕາມຕົວຈິງ ໂດຍເລີ່ມປີ 2019 ນີ້ເປັນຕົ້ນໄປ. ໃນການຄັດເລືອກດັ່ງກ່າວ,  ຄູໃໝ່ຕ້ອງຜ່ານການສອບເສັງການຄັດເລືອກຕາມຊັ້ນ – ສາຍວິຊາທີ່ຕ້ອງການ ແລະ ຈະເປີດໂອກາດໃຫ້ນັກຮຽນ-ນັກສຶກສາທີ່ຮຽນຈົບໃໝ່ ຖ້າຫາກມີຄວາມຈຳເປັນແທ້ ການຮັບຄູອາສາສະໝັກຕ້ອງໄດ້ຮັບຄຳເຫັນດີຈາກ ກະຊວງ ສສກ, ສ່ວນຄູອາສາທີ່ໄດ້ຫຼາຍປີ ໃຫ້ລະດົມໄປບຳລຸງຍົກລະດັບ ຫຼື ສົ່ງໄປເປັນອາສາສອນຢູ່ໂຮງຮຽນທີ່ຕ້ອງການຄູໃນສາຍນັ້ນ.

ອີງຕາມບົດລາຍງານການແກ້ໄຂບັນຫາຄູເຫຼືອບໍ່ພໍ ກັບຄູອາສາສະໝັກໃນຂະແໜງການສຶກສາ ແລະ ກິລາ ໃນໄລຍະຍາວວ່າ: ແຕ່ປີ 2019 ນີ້ເປັນຕົ້ນໄປ, ການບັນຈຸຄູໃໝ່ຕ້ອງຜ່ານການຄັດເລືອກຕາມຊັ້ນ–ສາຍ ແລະ ລາຍວິຊາທີ່ຕ້ອງການ ໂດຍຈະເປີດໂອກາດໃຫ້ນັກຮຽນ-ນັກສຶກສາຄູທີ່ຮຽນຈົບໃໝ່ ແລະ ຄູອາສາສະໝັກທີ່ມີແລ້ວຕາມອັດຕາສ່ວນທີ່ເໝາະສົມ ມອບໃຫ້ກະຊວງ ສສກ ເປັນຜູ້ກຳນົດຕາມມາດຕະຖານ ໃນການຄັດເລືອກບັນຈຸຄູໃໝ່ແຕ່ລະແຂວງ ແລະ ເມືອງ ຕ້ອງຄົ້ນຄວ້າຈັດສັນເຂດບໍລິການ ການສຶກສາຂອງໂຮງຮຽນຄືນໃໝ່ ເພື່ອໃຫ້ສາມາດຮອງຮັບນັກຮຽນໃນເຂດດັ່ງກ່າວ ພ້ອມທັງໃຫ້ສອດຄ່ອງກັບສະພາບຄວາມຕ້ອງການຄູຕົວຈິງ. ໃນການຂະຫຍາຍຫ້ອງຮຽນ, ຊັ້ນຮຽນ, ໂຮງຮຽນຕ້ອງໄປຄຽງຄູ່ກັບການສ້າງແຜນ ຄວາມຕ້ອງການຄູ ໂດຍອີງໃສ່ແຜນຂອງການສຶກສາ, ຕາມຄູ່ມືການແນະນຳການສ້າງແຜນຄວາມຕ້ອງການຄູ ( ສະບັບປັບປຸງ ຄັ້ງທີ 2 ) ແລະ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງ ສສກ.

ສຳລັບການແກ້ໄຂບັນຫາຄູເຫຼືອບໍ່ພໍ ແລະ ຄູອາສາສະໝັກໃນໄລຍະສັ້ນ, ມີວິທີການ ແລະ ມາດຕະການຄື: ຈຳນວນຕົວເລກລັດຖະກອນໃໝ່ ສົກປີ 2017–2018 ຈໍານວນ 1.850 ຕົວເລກທີ່ລັດຖະບານ ອະນຸມັດໃຫ້ ໂດຍເນັ້ນໃສ່ຄູອາສາສະໝັກທີ່ສອນມາໄດ້ຫຼາຍປີ, ວິຊາທີ່ມີຄວາມຈຳເປັນ ແລະ ຂາດເຂີນຄູແທ້ໃນເຂດຫ່າງໄກສອກຫຼີກ ເຊິ່ງໄດ້ຜ່ານການສອບເສັງ ແລະ ການປະເມີນປະຈຳປີ; ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າປັບປຸງນິຕິກຳກ່ຽວກັບການບັນຈຸ –ສັບຊ້ອນ; ນຳໃຊ້ ແລະ ຈັດສັນຄູຂອງຂະແໜງການສຶກສາທິການ ແລະ ກິລາ ສະບັບເລກທີ 5341/ສສກ ລົງວັນທີ10 ກັນຍາ 2018; ປັບປຸງນິຕິກຳກ່ຽວກັບການສ້າງແຜນຄວາມຕ້ອງການຄູປະຈຳປີ. ສ່ວນຊັ້ນການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ ເນັ້ນໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ສຳລັບຊັ້ນມັດທະຍົມສຶກສາ ຕ້ອງອີງໃສ່ຈຳນວນນັກຮຽນ/ຫ້ອງ ແລະ ຈຳນວນຊົ່ວໂມງສອນ/ອາທິດ.

ແລະ ສຳລັບຄູອາສາສະໝັກທີ່ສອນມາໄດ້ຫຼາຍປີ ແຕ່ບໍ່ໄດ້ຮັບການບັນຈຸ ແລະ ມີວິຊາສະເພາະບໍ່ສອດຄ່ອງກັບຄວາມຕ້ອງການ ໃຫ້ລະດົມໄປຍົກລະດັບ ຫຼື ບຳລຸງວິຊາອື່ນໆ ຫຼື ສົ່ງໄປເປັນອາສາສະໝັກສອນຢູ່ໂຮງຮຽນບ່ອນທີ່ຕ້ອງການຄູທີ່ສອດຄ່ອງກັບວິຊາສະເພາະທີ່ຮຽນຈົບ, ສ້າງເງື່ອນໄຂ ແລະ ສົ່ງເສີມຄູອາສາສະໝັກບໍ່ຖືກຊັ້ນ–ສາຍ ແລະ ລາຍວິຊາໄປຊ່ວຍສອນໂຮງຮຽນເອກະຊົນ ຫຼືພາກສ່ວນອື່ນທີ່ມີຄວາມຕ້ອງການຄູ ແລະ ແຕ່ລະແຂວງໃຫ້ມີໂຄງການຄູສອນຕາມພັນທະສັນຍາໃນເຂດຫ່າງໄກສອກຫຼີກ ແລະບ່ອນທີ່ຂາດເຂີນຄູ ໂດຍລະດົມເອົາຄູທີ່ເຫຼືອໄປສອນໃນເຂດດັ່ງກ່າວ ເຊິ່ງກຳນົດ 3 – 5 ປີ ໂດຍສັບປ່ຽນໝູນວຽນ.

ສະເພາະການກຳນົດນະໂຍບາຍກ່ຽວກັບແຮງຈູງໃຈບາງດ້ານເປັນຕົ້ນ: ການສະໜອງຫໍພັກຄູ, ການຍົກຍ້າຍລະດັບການສຶກສາ, ການຝຶກອົບຮົມ ແລະ ສົ່ງເສີມຄວາມກ້າວໜ້າຕາມລະບຽບການ. ນອກນັ້ນ, ແຕ່ລະແຂວງ, ເມືອງ ຕ້ອງປັບປຸງຖານຂໍ້ມູນຕ່າງໆ ຂອງຕົນ ເພື່ອແນໃສ່ຄວາມຕ້ອງການຄູ, ບັນຈຸຄູໃໝ່ ແລະ ສັບຊ້ອນຄູ ທັງສາມາດເຊື່ອມໂຍງກັບກະຊວງ ສສກ ໂດຍອີງຕາມມາດຕະຖານການຄຸ້ມຄອງຂໍ້ມູນຂອງຂະແໜງການສຶກສາທິການ ແລະ ກິລາ ຖ້າຫາກມີຄວາມຈຳເປັນແທ້ ການຮັບຄູອາສາສະໝັກຕ້ອງໄດ້ຮັບຄຳເຫັນດີຈາກ ກະຊວງ ສສກ ໂດຍມີການສະໜອງຂໍ້ມູນລະອຽດຕາມແບບຟອມທີ່ໄດ້ກຳນົດໄວ້ ແລະ ປັບປຸງແຜນກໍ່ສ້າງຄູໄລຍະຍາວໃຫ້ແທດເໝາະກັບແຜນຄວາມຕ້ອງການຕົວຈິງ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...