Homeຂ່າວຕ່າງປະເທດອົດສະຕາລີກຳລັງປະເຊີນໜ້າກັບອາກາດຮ້ອນສູງເຖິງ 45 ອົງສາ

ອົດສະຕາລີກຳລັງປະເຊີນໜ້າກັບອາກາດຮ້ອນສູງເຖິງ 45 ອົງສາ

Published on

ກົມອຸຕຸນິຍົມວິທະຍາຂອງອົດສະຕາລີ ໄດ້ປະກາດແຈ້ງເຕືອນໃຫ້ປະຊາຊົນກຽມສຸຂະພາບຮ່າງກາຍໃຫ້ພ້ອມ ເພື່ອກຽມຮັບມືກັບຄື້ນຄວາມຮ້ອນຮອບໃໝ່ ຫຼັງສະພາບອາກາດໂດຍທົ່ວໄປມີອຸນຫະພູມສູງຂຶ້ນຢ່າງຕໍ່ເນື່ອງສູງສຸດທຳລາຍສະຖິຕິປະຈຳເດືອນມັງກອນ.

ຄື້ນຄວາມຮ້ອນຮອບໃໝ່ນີ້ໄດ້ເຄື່ອນຕົວເຂົ້າມາທາງຕອນໃຕ້ຂອງອົດສະຕາລີໄດ້ແກ່: ລັດນິວ ເຊົາເວສ ແລະ ທາງຕອນເໜືອຂອງລັດວິກຕໍເຣຍ ອຸນຫະພູມສະເລ່ຍໃນຕອນກາງເວັນຢູ່ທີ່ 45 ອົງສາ ຖືເປັນສະຖິຕິຕົວເລກທີ່ເພີ່ມຂຶ້ນຈາກປົກກະຕິເຖິງ 16 ອົງສາ.

ສຳລັບໃນຊ່ວງເວລາດັ່ງກ່າວ ຂະນະທີ່ໂລກເຂດທາງເໜືອຍັງເຂົ້າສູ່ລະດູໜາວ ແຕ່ໂລກເຂດທາງໃຕ້ເຂົ້າສູ່ລະດູຮ້ອນເຕັມຮູບແບບ ຕາມລາຍງານລະບຸວ່າ ເມື່ອເວລາຮຸ່ງເຊົ້າອຸນຫະພູມຈະຢູ່ທີ່ 32 ອົງສາ ນັບເປັນຕົວເລກອຸນຫະພູມທີ່ຕ່ຳທີ່ສຸດໃນຮອບ 70 ປີ

ກະຊວງສາທາລະນະສຸກໃຫ້ລະວັງບັນຫາສຸຂະພາບທີ່ອາດມາຈາກສະພາບອາກາດຮ້ອນເຊັ່ນ: ໂລກລົມແດດ (Heat Stroke) ນອກຈາກນີ້, ຍັງຕ້ອງປະເຊີນໜ້າກັບຄວາມສ່ຽງຮຸນແຮງຂອງໄຟປ່າທີ່ອາດເກີດຂຶ້ນໄດ້ ເຮັດໃຫ້ເຈົ້າໜ້າທີ່ຕ້ອງຄອຍເຝົ້າລະວັງຢ່າງໃກ້ຊິດ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...