Homeຂ່າວຕ່າງປະເທດຈີນປັບໄໝຄົນຫຼິ້ນໂທລະສັບໃນຂະນະທີ່ຍ່າງຂ້າມທາງ

ຈີນປັບໄໝຄົນຫຼິ້ນໂທລະສັບໃນຂະນະທີ່ຍ່າງຂ້າມທາງ

Published on

ສຳນັກຂ່າວຊິນຫົວລາຍງານວ່າ ນະຄອນເວິນໂຈຂອງມົນທົນເຈີຈຽງ ປະເທດຈີນ ໄດ້ເລີ່ມປະຕິບັດການຄັ້ງທຳອິດເມື່ອວັນທີ 14 ມັງກອນ 2019 ທີ່ຜ່ານມາ ໂດຍໄດ້ປັບໄໝຄົນໜຶ່ງທີ່ຫຼິ້ນໂທລະສັບໃນຂະນະກຳລັງຍ່າງຂ້າມທາງ.

ຕຳຫຼວດທ້ອງຖິ່ນກ່າວວ່າ ສຳລັບຄົນຍ່າງ ແລະ ຫຼິ້ນໂທລະສັບໄປພ້ອມຈະຖືກປັບໄໝ 10 ຢວນ ຫຼື 12.540 ກີບ ບົດລົງໂທດດັ່ງກ່າວມີຈຸດປະສົງເພື່ອເຕືອນຄົນຍ່າງໃຫ້ລະວັງຄວາມປອດໄພຂອງຕົນເອງ ແລະ ລວມເຖິງການຮັກສາເວລາຂອງຜູ້ໃຊ້ລົດໃຊ້ຖະໜົນຄົນອື່ນທີ່ຕ້ອງຢຸດລໍຖ້າເປັນເວລາດົນເນື່ອງຈາກພວກທີ່ຍ່າງເອົາແຕ່ຈ້ອງເບິ່ງໂທລະສັບໃນມື.

ທາງການນະຄອນໂຈ ເລີ່ມປະຕິບັດນະໂຍບາຍນີ້ຕັ້ງແຕ່ວັນທີ 1 ມັງກອນ 2019 ເປັນຕົ້ນມາ ເພື່ອກະຕຸ້ນໃຫ້ຄົນຍ່າງຂ້າມທາງຍ່າງໃຫ້ໄວທີ່ສຸດ ໂດຍມີການແຈກຂອງຫຼິ້ນແກ່ຄົນທີ່ປະຕິບັດຕາມກົດລະບຽບເປັນຢ່າງດີອີກດ້ວຍ.

ທັງນີ້, ໃນປະເທດລິທົວເນຍໃນທະເວີເອີຣົບໄດ້ໃຊ້ນະໂຍບາຍລັກສະນະດຽວກັນໃນປີ 2018 ໂດຍຈະລົງໂທດປັບໄໝຄົນທີ່ຍ່າງແລ້ວຫຼິ້ນໂທລະສັບໄປພ້ອມເປັນຈຳນວນເງິນ 22.8 – 45.6 ໂດລາ ຫຼື ປະມານ 194.849 – 389.698 ກີບ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: sanook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...