spot_img
Homeຂ່າວຕ່າງປະເທດມາເລເຊຍ ຈະບໍ່ເປັນເຈົ້າພາບຈັດງານຖ້າມີ ອິດສະລາແອນ ເຂົ້າຮ່ວມ

ມາເລເຊຍ ຈະບໍ່ເປັນເຈົ້າພາບຈັດງານຖ້າມີ ອິດສະລາແອນ ເຂົ້າຮ່ວມ

Published on

ສໍານັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງ ກົວລາລໍາເປີ ປະເທດມາເລເຊຍ ໃນວັນທີ 17 ມັງກອນ 2019 ວ່າ ທ່ານ ໄຊຟຸດດິນ ອັບດຸລເລາະ ລັດຖະມົນຕີ ກະຊວງການຕ່າງປະເທດ ມາເລເຊຍ ກ່າວໃນວັນທີ 16 ມັງກອນ ຜ່ານມາ, ທີ່ກອງປະຊຸມຄະນະລັດຖະມົນຕີໄດ້ຕົກລົງເຫັນດີກັນວ່າ:” ລັດຖະບານຈະບໍ່ຈັດງານໃດກໍຕາມທີ່ມີຜູ້ແທນຈາກ ອິດສະລາແອນ ເຂົ້າຮ່ວມ ແລະ ພົນລະເມືອງ ອິດສະລາແອນ ຈະບໍ່ສາມາດເດີນທາງເຂົ້າສູ່ ມາເລເຊຍ ບໍ່ວ່າຈະດ້ວຍກໍລະນີໃດກໍຕາມ” ຖືເປັນການຢໍ້າເຕືອນຈຸດຢືນທາງດ້ານນະໂຍບາຍຂອງ ມາເລເຊຍ ເພື່ອການຕໍ່ສູ້ໃນນາມຂອງຜູ້ທີ່ຖືກກົດຂີ່.

ດ້ານ, ດຣ. ມາຫາເທີຣ ໂມຮໍາມັດ ນາຍົກລັດຖະມົນຕີ ມາເລເຊຍ ກ່າວໃນອາທິດທີ່ແລ້ວວ່າ ລັດຖະບານ ບໍ່ອະນຸຍາດໃຫ້ຄະນະນັກກິລາຄົນພິການຈາກ ອິດສະລາແອນ ເຂົ້າຮ່ວມການແຂ່ງຂັນລອຍນໍ້າທີ່ ລັດຊາຣາວັກ ຢູ່ເກາະບອນນຽວ ທາງຕາເວັນອອກຂອງປະເທດ ທີ່ຈະມີຂຶ້ນລະຫວ່າງວັນທີ 29 ກໍລະກົດ ຫາ 4 ສິງຫາ ປີນີ້ ແລະ ເປັນໜຶ່ງໃນລາຍການເກັບຄະແນນສະສົມ ເພື່ອຄັດເລືອກເຂົ້າສູ່ການແຂ່ງຂັນ ພາລາລິມປິກ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນປີ 2020. ຂະນະທີ່ຄະນະກໍາມະການ ພາລາລິມປິກ ສາກົນ (IPC) ສໍານັກງານຢູ່ໃນເມືອງ ບອນ ທາງພາກຕາເວັນຕົກຂອງປະເທດ ເຢຍລະມັນ ໄດ້ຖະແຫຼງການວ່າ: “ຜິດຫວັງຢ່າງຍິ່ງຕໍ່ການຕັດສິນໃຈຂອງ ມາເລເຊຍ ແຕ່ຍັງຄາດຫວັງວ່າທຸກຝ່າຍທີ່ກ່ຽວຂ້ອງຈະໃຊ້ເວລາຊ່ວງນີ້ແກ້ໄຂສະຖານະການໄດ້”.

ແນວໃດກໍຕາມ, ນີ້ບໍ່ແມ່ນຄັ້ງທໍາອິດທີ່ ມາເລເຊຍ ຫ້າມນັກກິລາຂອງ ອິດສະລາແອນ ເຂົ້າຮ່ວມການແຂ່ງຂັນ ທີ່ຈັດຂຶ້ນໃນປະເທດ. ຍ້ອນກັບໄປປີ 2015 ລັດຖະບານ ມາເລເຊຍ ບໍ່ອອກວີຊ່າໃຫ້ກັບນັກກິລາ ວິນດ์ເຊິຣ 2 ຄົນ ຈາກ ອິດສະລາແອນ ທີ່ຕ້ອງການເຂົ້າການແຂ່ງຂັນຢູ່ເກາະລັງກາວີ ແລະ ປະຕິເສດຮັບເປັນເຈົ້າພາບຈັດກອງປະຊຸມຂອງສະຫະພັນບານເຕະລະຫວ່າງປະເທດ (ຟີຟ່າ) ປີ 2017 ທີ່ມີ ອິດສະລາແອນ ເປັນສະມາຊິກ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...