spot_img
Homeຂ່າວຕ່າງປະເທດສາວອິນເດຍໄວ 16 ປີຖືກຂ້າໂຫດ! ພໍ່ອາດຢູ່ເບື້ອງຫຼັງຄະດີນີ້

ສາວອິນເດຍໄວ 16 ປີຖືກຂ້າໂຫດ! ພໍ່ອາດຢູ່ເບື້ອງຫຼັງຄະດີນີ້

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ມັງກອນ 2019 ທີ່ຜ່ານມາວ່າ ພົບສົບຍິງສາວໄວອາຍຸ 16 ປີ ຖືກຄາດຕະກຳຢ່າງໂຫດຮ້າຍປ່າເຖື່ອນ ທີ່ເມືອງ ມະຄົດ ລັດວິຫານ ປະເທດອິນເດຍ ໂດຍສະພາບສົບຖືກຕັດຄໍ ແລະ ໜ້າເອິກ ຮ່າງກາຍຖືກສາດດ້ວຍນໍ້າກົດ ໂດຍຄອບຄົວຂອງຜູ້ເສຍຊີວິດອ້າງວ່າຜູ້ຕາຍຖືກຂົ່ມຂືນ ແຕ່ຕຳຫຼວດສົງໃສວ່າແມ່ນພໍ່ຂອງຜູ້ຕາຍທີ່ສົ່ງຕົວລູກຕົນເອງໄປໃຫ້ຄົນຮ້າຍຂ້າ ເຊື່ອວ່ານີ້ເປັນການຄາດຕະກຳທີ່ຮຽກວ່າ ການຂ້າເພື່ອກຽດສັກສີ.

ຜູ້ຕາຍມີຊື່ວ່າ ນາງ ອັນຊະນາ ອາຍຸ 16 ປີ ສົບຖືກພົບເມື່ອວັນທີ 6 ມັງກອນ 2019 ໃກ້ກັບເຮືອນຂອງນາງ ເຊິ່ງຜູ້ເປັນພໍ່ໄດ້ເຂົ້າແຈ້ງຄວາມກັບຕຳຫຼວດວ່າ ລູກສາວຫາຍຕົວໄປຕັ້ງແຕ່ວັນທີ 28 ທັນວາ 2018, ແຕ່ແມ່ກັບພວກນ້ອງສາວໄດ້ໃຫ້ການກັບທາງຕຳຫຼວດວ່າ ນາງ ອັນຊະນາ ກັບມາເຮືອນໃນວັນທີ 31 ທັນວາ 2018 ກ່ອນທີ່ພໍ່ຈະສົ່ງນາງໄປກັບຊາຍອີກຄົນທີ່ພວກເຂົາຮູ້ຈັກກັນໃນເວລາ 22:00 ໂມງ.

ຄຳໃຫ້ການດັ່ງກ່າວເຮັດໃຫ້ຕຳຫຼວດເຊື່ອວ່າຄະດີນີ້ອາດເປັນການຄາດຕະກຳ ຂ້າເພື່ອກຽດສັກສີ ຫຼື ການຂ້າເພື່ອຮັກສາກຽດຂອງຄອບຄົວເອົາໄວ້ ແຕ່ຍັງບໍ່ຮູ້ຊັດເຈນວ່າແມ່ນຫຍັງທີ່ເປັນແຮງຈູງໃຈໃນການຄາດຕະກຳຄັ້ງນີ້ ໂດຍຕຳຫຼວດກຳລັງສອບສວນວ່າ ນາງ ອັນຊະນາ ຖືກຂົ່ມຂືນກ່ອນທີ່ນາງຈະຖືກຂ້າ ຫຼື ບໍ່.

ເຫດການຄັ້ງນີ້ເຮັດໃຫ້ປະຊາຊົນອອກມາເດີນຂະບວນປະທ້ວງຕັ້ງແຕ່ມື້ທີ່ມີການພົບສົບ ຫຼັງຈາກນັ້ນຜູ້ປະທ້ວງໄດ້ມີການຈັດພິທີວາງທຽນໄວ້ອາໄລໃຫ້ກັບນາງ ອັນຊະນາ ແລະ ສະແດງຄວາມບໍ່ພໍໃຈທີ່ຕຳຫຼວດຍັງບໍ່ສາມາດຈັບກຸມຕົວຜູ້ຕ້ອງສົງໃສໄດ້ເລີຍ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...