Homeຂ່າວທ້ອງຖິ່ນລາວໂທລະຄົມ ຊະນະການປະມູນເບີຫຼັກ 7

ລາວໂທລະຄົມ ຊະນະການປະມູນເບີຫຼັກ 7

Published on

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເປັນຜູ້ຊະນະການປະມູນຊື້ຫຸ້ນ ບໍລິສັດ ວິມເປວຄອມລາວ ຈໍາກັດ, ໃນວັນທີ 19 ພະຈິກ 2018 ທີ່ຜ່ານມາ ດ້ວຍມູນຄ່າ 42 ລ້ານໂດລາສະຫະລັດ ຫຼື ປະມານ 350 ຕື້ກີບ ເຊິ່ງຜູ້ຊົມໃຊ້ເບີໂທລະສັບ Beeline ຫຼື ເບີຫຼັກ 7 ສາມາດນໍາໃຊ້ທົ່ວປະເທດຮ່ວມກັບເຄືອຂ່າຍເບີຫຼັກ 5 ຂອງລາວໂທລະຄົມໄດ້ນັບແຕ່ເດືອນມັງກອນ 2019 ນີ້ເປັນຕົ້ນໄປ.

ໃນວັນທີ 16 ມັງກອນ 2019, ມີພິທີເຊັນສັນຍາວ່າດ້ວຍການຊື້-ຂາຍຫຸ້ນໃນບໍລິສັດ ວິມເປວຄອມລາວ ຈໍາກັດ ລະຫວ່າງລັດຖະບານລາວ ເຊິ່ງຕາງໜ້າໂດຍກະຊວງການເງິນ ແລະ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼງວຽງຈັນ, ລົງນາມໂດຍທ່ານ ສີລາ ວຽງແກ້ວ ຮອງລັດຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະກໍາມະການຂາຍຫຸ້ນ, ບໍລິສັດ ວິມເປວຄອມ ລາວ ຈໍາກັດ ແລະ ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫ່ຍບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ປະທານສະພາບໍລິຫານ ລາວ ໂທລະຄົມ ພ້ອມດ້ວຍຄະນະຜູ້ບໍລິຫານຂອງທັງສອງຝ່າຍ.

ໂອກາດດັ່ງກ່າວ, ທ່ານ ຖາວອນ ສົມສະກຸນ ຜູ້ອໍານວຍການໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ: ການຊື້ຫຸ້ນຂອງບໍລິສັດ ວິມເປວຄອມ ລາວ ຈໍາກັດ ຄັ້ງນີ້, ຖືເປັນໂອກາດດີ ແລະ ເປັນສິ່ງທ້າທາຍສໍາຄັນຂອງບໍລີສັດ ທັງນີ້, ກໍເພື່ອແນ່ໃສ່ການພັດທະນາ ແລະ ຂະຫຍາຍການບໍລິການດ້ານໂທລະຄົມໃຫ້ນັບມື້ນັບກວ້າງຂວາງ, ຕອບສະໜອງເຕັກໂນໂລຊີດ້ານໂທລະຄົມມະນາຄົມ ແລະ ການສື່ສານທີ່ທັນສະໄໝໃຫ້ມີຄຸນນະພາບໃນສັງຄົມລາວໄປເທື່ອລະກ້າວ. ທ່ານກ່າວຕື່ມວ່າ: ລາວໂທລະຄົມ ຄືຜູ້ນໍາໃນການບໍລິການດ້ານການສື່ສານໂທລະຄົມມະນາຄົມ ແບບຄົບວົງຈອນຜູ້ທໍາອິດໃນລາວ ໂດຍນັບແຕ່ປີ 1996 ເປັນຕົ້ນມາ ປັດຈຸບັນ, ລາວໂທລະຄົມ ສາມາດຕອບສະໜອງການບໍລິການລູກຄ້າທັງລະບົບໃຊ້ສາຍ ແລະ ບໍ່ໃຊ້ສາຍ (wire line & wireless ) ໄດ້ແລ້ວ ເຊິ່ງສາມາດຮັບໃຊ້ລູກຄ້າໄດ້ຫຼາຍກວ່າ 3,5 ລ້ານຄົນໃນທົ່ວປະເທດ.

ປີ 2011, ລາວໂທລະຄົມ ໄດ້ເປີດໃຫ້ບໍລິການໃນລະບົບ 4G ຢ່າງເປັນທາງການ ເຊິ່ງເປັນບໍລິສັດທໍາອິດໃນລາວ ແລະ ເປັນປະເທດທີ່ 2 ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຖັດຈາກປະເທດສິງກະໂປ.  ເພື່ອເປັນການຢັ້ງຢືນຄວາມເປັນຜູ້ນໍາ ທາງດ້ານການສື່ສານໂທລະຄົມມະນາຄົມໃນລາວ, ໃນຕົ້ນປີ 2017 ລາວໂທລະຄົມ ໄດ້ເປີດໃຫ້ບໍລິການລະບົບ 4,5G ໃນນະຄອນຫຼວງວຽງຈັນ ແລະ ຂະຫຍາຍການບໍລິການໄປສູ່ແຂວງຕ່າງໆ ເພື່ອໃຫ້ຄວບຄຸມໃນຂອບເຂດທົ່ວປະເທດ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...