Homeຂ່າວຕ່າງປະເທດຮຸນເຊນ ສັ່ງເກັບຄືນໜັງສືເດີນທາງ ຫຼື ພາສປອດ ທີ່ອອກໃຫ້ຊາວຕ່າງຊາດ

ຮຸນເຊນ ສັ່ງເກັບຄືນໜັງສືເດີນທາງ ຫຼື ພາສປອດ ທີ່ອອກໃຫ້ຊາວຕ່າງຊາດ

Published on

ເວັບໄຊສ໌ຂ່າວ south china morning post ລາຍງານເມື່ອວັນທີ 15 ມັງກອນ 2019ທີ່ຜ່ານມາວ່າ ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍມີຄຳສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງ (ກະຊວງການຕ່າງປະເທດກຳປູເຈຍ) ເກັບຄືນ ພ້ອມກວດສອບໜັງສືເດີນທາງ ຫຼື ພາສປອດ ທີ່ເຄີຍອອກໃຫ້ກັບບຸກຄົນທີ່ບໍ່ແມ່ນສັນຊາດກຳປູເຈຍແຕ່ກຳເນີດ ໂດຍເໜັ້ນວ່າການອອກໜັງສືເດີນທາງປະເພດດັ່ງກ່າວເຮັດໃຫ້ໄດ້ສະເພາະກໍລະນີ “ຈຳເປັນທີ່ສຸດເທົ່ານັ້ັນ”.

ພະນົມເປນໂພສ ສື່ທ້ອງຖິ່ນຂອງກຳປູເຈຍລະບຸວ່າ ຄຳສັ່ງດັ່ງກ່າວຂອງຜູ້ນຳກຳປູເຈຍ ໄດ້ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງນຳໜັງສືເດີນທາງປະເພດດັ່ງກ່າວກັບມາກວດສອບຄືນຢ່າງລະອຽດ ໂດຍຄຳສັ່ງນີ້ມີຂຶ້ນໃນວັນດຽວກັນກັບທີ່ມີລາຍງານຂ່າວ ກໍລະນີ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ເຊິ່ງປັດຈຸບັນລີ້ໄພທາງການເມືອງຢູ່ນອກປະເທດຕັ້ງແຕ່ປີ 2017 ຄອບຄອງພາສປອດກຳປູເຈຍ.

ມີລາຍງານລະບຸວ່າ ຊາວຕ່າງຊາດທີ່ດຳລົງຕຳແໜ່ງເປັນທີ່ປຶກສາຂອງລັດຖະບານ ແລະ ຜູ້ຊ່ວຍຂອງເຈົ້າໜ້າທີ່ລັດລະດັບສູງ ລວມເຖິງບຸກຄົນທີ່ໄດ້ຮັບສັນຊາດກຳປູເຈຍ ສາມາດຂໍໜັງສືເດີນທາງປະເພດການທູດຈາກລັດຖະບານໄດ້ ແຕ່ຄຳສັ່ງຫຼ້າສຸດດັ່ງກ່າວນີ້ມີຂຶ້ນໂດຍທ່ານ ຮຸນເຊນ ເຊິ່ງອ້າງວ່າ ເພື່ອແກ້ໄຂບັນຫາບໍ່ໃຫ້ໜັງສືເດີນທາງປະເພດດັ່ງກ່າວຖືກນຳໄປໃຊ້ຢ່າງບໍ່ເໝາະສົມ ຍົກເວັ້ນກໍລະນີຈຳເປັນແທ້ໆ.

ທັງນີ້, ເມື່ອອາທິດທີ່ຜ່ານມມາທາງລັດຖະບານກຳປູເຈຍອອກຖະແຫຼງການປະຕິເສດວ່າບໍ່ເຄີຍອອກໜັງສືເດີນທາງໃຫ້ກັບ ນາງ ຍິ່ງລັກ ຊິນນະວັດ ແລະ ເຈົ້າໜ້າທີ່ລະດັບສູງກຳປູເຈຍປະຕິເສດວ່າບໍ່ເຄີຍອອກພາສປອດໃຫ້ກັບຊາວຕ່າງຊາດ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: today.line.me, south chaina morning post

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...