spot_img
Homeຂ່າວທ້ອງຖິ່ນສະຫວັນ ຍົກລະດັບເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນເຂດອະນຸລັກລະດັບຊາດ

ສະຫວັນ ຍົກລະດັບເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນເຂດອະນຸລັກລະດັບຊາດ

Published on

ສະຫວັນນະເຂດ ຮັບຮອງເອົາເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນເຂດອະນຸລັກລະດັບຊາດ ໃນວັນທີ 11 ມັງກອນ 2018 ຜ່ານມາ, ທີ່ເມືອງ ຊົນບູລີ ແຂວງ ສະຫວັນນະເຂດ ໂດຍຜ່ານການຕົກລົງເຫັນດີ ແລະ ເປັນເອກະພາບກັນຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ທີ່ເຫັນວ່າຖືກຕ້ອງຕາມເງື່ອນໄຂມາດຖານທີ 4 ຂອງອົງການສາກົນເພື່ອການອະນຸລັກທໍາມະຊາດ.

ໃນການຮັບຮອງເອົາເຂດດັ່ງກ່າວຂຶ້ນເປັນເຂດອະນຸລັກລະດັບຊາດ ກໍໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບຊຸມຊົນ ເພື່ອຍົກລະດັບເຂດອະນຸລັກໂອງ-ມັ່ງຂຶ້ນເປັນເຂດລະດັບຊາດວັນທີ 11 ມັງກອນ 2018 ຜ່ານມາ, ທີ່ເມືອງ ຊົນບູລີ ແຂວງ ສະຫວັນນະເຂດ  ພາຍໃຕ້ການເປັນປະທານຂອງທ່ານ ຄໍາມອນ ທິລະວົງ ຮອງເຈົ້າເມືຶອງ ຊົນນະບູລີ ທັງເປັນຜູ້ຊີ້ນໍາວຽກງານໂຄງການຂັ້ນເມືອງ, ທ່ານ ບຸນເລດ ຈັນທອງທິບ ຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງສະຫວັນນະເຂດ, ມີບັນດາທ່ານຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ ແລະ ອໍານາດການປົກຄອງບ້ານເປົ້າໝາຍຂອບເຂດອະນຸລັກໂອງ-ມັ່ງ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ໄດ້ມີການປຶກສາຫາລື, ຄົ້ນຄວ້າປະກອບຄໍາຄິດເຫັນຢ່າງກົງໄປກົງມາ ພ້ອມທັງຕັ້ງຄໍາຖາມເຈາະຈີ້ມ ແລະ ອະທິບາຍຊີ້ແຈງໃນບັນຫາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ພ້ອມນັ້ນ, ໄດ້ຕົກລົງເຫັນດີເປັນເອກະພາບກັນຄື: ເຫັນດີໃນການຍົກລະດັບເຂດອະນຸລັກໂອງ-ມັ່ງຂຶ້ນເປັນເຂດລະດັບຊາດ, ເຫັນດີໃຫ້ປະສານງານໂຄງການຂັ້ນແຂວງສົມທົບກັບກົມຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະ ອໍານາດການປົກຄອງບ້ານເປົ້າໝາຍຮັບຜິດຊອບ ເຊິ່ງໃນການຮ່າງເອກະສານຄັ້ງນີ້, ຍັງເອກະພາບຮັບຮອງເອົາເຂດອະນຸລັກໂອງ-ມັ່ງ ຂຶ້ນເປັນເຂດອະນຸລັກລະດັບຊາດ ຕາມເງື່ອນໄຂມາດຖານທີ 4 ຂອງອົງການສາກົນເພື່ອການອະນຸລັກທໍາມະຊາດ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...