spot_img
Homeຂ່າວຕ່າງປະເທດແມ່ຄ້າຄົນລາວຂາຍເລກຢູ່ໄທ ຖືກຄາຕະກຳ

ແມ່ຄ້າຄົນລາວຂາຍເລກຢູ່ໄທ ຖືກຄາຕະກຳ

Published on

ແມ່ຄ້າຄົນລາວຂາຍເລກໄທ ຖືກແທງຈົນເສຍຍຊີວິດຄາທີ່ຢູ່ແຄມແມ່ນໍ້າເຫືອງ ຕິດກັບຊາຍແດນລາວ-ໄທ ເມືອງ ດ່ານຊ້າຍ ແຂວງ ເລີຍ, ປະເທດໄທ. ໃນຕອນບ່າຍຂອງວັນທີ 14 ມັງກອນ 2018, ຜ່ານການສັນລະສູດສົບຂອງເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ແຂວງ ເລີຍ ຂອງໄທ ພົບວ່າຜູ້ເສຍຊີວິດຖືກມີດອີໂຕ້ຟັນຫູຊ້າຍ ແລະ ລໍາຄໍ ເຮັດໃຫ້ເສຍຊີວິດໃນເວລາຕໍ່ມາ, ສ່ວນສາເຫດການຕາຍເຈົ້າໜ້າທີ່ໄທລະບຸວ່າ ມາຈາກຊູ້ສາວ ຫຼື ຄວາມແຄ້ນສ່ວນຕົວ. ຂະນະທີ່ປັດຈຸບັນ, ເຈົ້າໜ້າທີ່ສຶບສວນໄທກໍາລັງຕິດຕາມຫາຫຼັກຖານເພີ່ມຕື່ມຈາກໝູ່ຂອງຜູ້ຕາຍທີ່ໃຫ້ການແບບມີພິລຸດ.

ຕາມການລາຍງານຂ່າວຕ່າງປະເທດແຈ້ງວ່າ ເຈົ້າທີ່ໄທ ພົບສົບແມ່ຄ້າຂາຍເລກເສຍຊີວິດຈົມນໍ້າທີ່ກ້ອງຂົວຫ້ວຍປ່າຊີ ແຄມແມ່ນໍ້າເຫືອງ ເຂດຊາຍແດນໄທ-ລາວ ໂດຍຜູ້ເສຍຊີວິດຊື່ ນາງ ວັນ (ບໍ່ມີນາມສະກຸນ) ເປັນຄົນ ເມືອງ ປາກລາຍ ແຂວງ ໄຊຍະບູລີ, ອາໄສຢູ່ ບ້ານໜອງແຊງ ເຂດບ້ານໂຄງງານ ເມືອງ ດ່ານຊ້າຍ ແຂວງ ເລີຍ, ປະເທດໄທ. ຄາດວ່າເສຍຊີວິດໃນຕອນບ່າຍຂອງວັນທີ 14 ມັງກອນ 2018 ເວລາ 14:30 ໂມງ, ທີ່ຈຸດເກີດເຫດຍັງໄດ້ພົບເຫັນເລກໄທປະມານ 70 ໃບ, ເງິນສົດ 4.000 ບາດ ເທົ່າກັບ 1.073.840 ກີບ ແລະ ລົດຈັກຂອງລາວຈອດຢູ່ຫ່າງອອກໄປປະມານ 150 ແມັດ. ຈາກການສັນລະສູດສົບຜູ້ເສຍຊີວິດຖືກມີດອີໂຕ້ຟັນເຂົ້າທີ່ໃບຫູເບື່ອງຊ້າຍຈົນຈີກຂາດ, ແກ້ມເບື້ອງຊ້າຍມີຮ້ອຍຟັນໜຶ່ງບ່ອນ, ກ້ອງຄໍຫອຍຖືກຟັນຈົນມີຮ້ອຍບາດໃຫຍ່ເຂົ້າເຖິງກະດູກຄໍ, ບໍລິເວນລໍາຄໍຍັງຖືກຟັນອີກ 2 ບ່ອນ ສ່ວນສາເຫດທີ່ເກີດຂຶ້ນຄາດວ່າເປັນເລື່ອຊູ້ສາວ ແລະ ບັນຫາສ່ວນຕົວ.

ຕໍ່ມາວັນທີ 15 ມັງກອນ 2019 ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ແຂວງ ເລີຍ ໄດ້ຮ່ວມກັບຫຼາຍພາກສ່ວນລົງພື້ນທີ່ເກີດເຫດດັ່ງກ່າວ ເພື່ອຫາຫຼັກຖານຢູ່ທີ່ເກີດເຫດ ແລະ ຕິດຕາມກ້ອງວົງຈອນ ສຸດທ້າຍກໍໄດ້ຮູ້ວ່າຜູ້ເສຍຊີວິດເປັນຄົນລາວ ທີ່ເຂົ້າມາປະເທດໄທເພື່ອຂາຍເລກ ແລະ ຫາກໍໄດ້ຂາຍພຽງ 6-7 ງວດເທົ່ານັ້ນ, ຜູ້ຕາຍເປັນຍິງທີ່ໜ້າຕາດີ ມັກມີບ່າວໄທມາມັກຫຼາຍຄົນ, ກ່ອນທີ່ຈະຖືກຄາດຕະກໍາ ຜູ້ຕາຍໄດ້ມາອາໄສຢູ່ກັບໝູ່ຜູ້ຍິງທີ່ມີຄອບຄົວແລ້ວ ແຕ່ຜົວຂອງໝູ່ລາວແອບມັກລາວ ຈຶ່ງເຮັດໃຫ້ໝູ່ບໍ່ພໍໃຈໄລ່ອອກຈາກບ້ານ ຈົນຜູ້ເສຍຊີວິດຕ້ອງໄປເຊົ່າຫ້ອງທີ່ບ້ານໜອງແຊງ ເຂດ ໂຄງງາມ ເມືອງ ດ່ານຊ້າຍ ແຂວງ ເລີຍ.

ຂ່າວແຈ້ງຕື່ມວ່າ ໃນມື້ເກີດເຫດມີພະຍານຫຼາຍຄົນເຫັນວ່າໝູ່ຂອງຜູ້ຕາຍໄດ້ຊ້ອນທ້າຍນໍາກັນໄປທີ່ ບ້ານ ນາຂ່າ ຫ່າງຈາກບ່ອນເກີດເຫດປະມານ 2 ກິໂລແມັດ, ໝູ່ຜູ້ຕາຍບອກວ່າຈະຂ້າມໄປລາວ ແລ້ວໄດ້ໂທຫາຜູ້ເສຍຊີວິດໃນຕອນເຊົ້າ.  ທາງເຈົ້າໜ້າທີ່ໄດ້ນໍາຕົວມາສອບສວນ ແຕ່ໃຫ້ການກັບໄປກັບມາແບບມິພິລຸດຫຼາຍແນວ ເຊິ່ງຍັງບໍ່ມີການຄວບຄຸມຕົວ ຫຼື ແຈ້ງຂໍ້ກ່າວຫາແຕ່ຢ່າງໃດ ແລ້ວກໍມີການປ່ອຍຕົວໄປ ແຕ່ເຈົ້າໜ້າທີ່ສຶບສວນແມ່ນໄດ້ເຝົ້າຕິດຕາມ ເພື່ອຫາຫຼັກຖານເພີ່ມຕື່ມ, ສ່ວນສາເຫດການຕາຍມາຈາກຊູ້ສາວ ຫຼື ແຄ້ນສ່ວນຕົວ ຄາດວ່າຈະສາມາດຈັບຕົວຄົນຮ້າຍໄດ້ໃນໄວໆນີ້.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th, nationmultimedia.com

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...