Homeຂ່າວຕ່າງປະເທດລາຍງານສະພາບແຜ່ນດິນໄຫວທີ່ແຂວງຜົ້ງສາລີ ປະເທດລາວ

ລາຍງານສະພາບແຜ່ນດິນໄຫວທີ່ແຂວງຜົ້ງສາລີ ປະເທດລາວ

Published on

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານກ່ຽວກັບແຜ່ນດິນໄຫວ, ສະບັບເລກທີ 0083/ກອຕທ, ລົງວັນທີ 15 ມັງກອນ 2019 ກ່ຽວກັບການເກີດແຜ່ນດິນໄຫວ ຄັ້ງວັນທີ 14 ມັງກອນ 2019.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂໍລາຍງານມາຍັງທ່ານເພື່ອຊາບວ່າ ຜ່ານການຕິດຕາມສະພາບການເກີດແຜ່ນດິນໄຫວໃນທົ່ວປະເທດຂອງ ສປປ ລາວ ແລະ ຈາກຂໍ້ມູນແຜ່ນດິນໄຫວເວັບໄຊສ໌ຂອງສຳນັກງານແຜ່ນດິນໄຫວຂອງປະເທດໄທ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ໃນຊ່ວງວັນທີ 14 ມັງກອນ 2019 ດັ່ງນີ້:

ແຜ່ນດິນໄຫວເກີດຂຶ້ນໃນວັນທີ 14 ມັງກອນ 2019 ເວລາຕາມທ້ອງຖິ່ນ 17:54:42 ວິນາທີ ຄວາມແຮງໃນການສັ່ນສະເທືອນ 4.7 ຣິກເຕີ ຄວາມເລິກຫ່າງຈາກພື້ນດິນ 5 ກິໂລແມັດ ເສັ້ນຂະໜານທີ 21.85 N ແລະ ເສັ້ນແວງ 101.91E ເກີດໃນພື້ນທີ່ບ້ານ ຫງາຍເໜືອ, ເມືອງ ບຸນໃຕ້ ແຂວງ ຜົ້ງສາລີ. ເຊິ່ງປັດຈຸບັນບໍ່ມີລາຍງານຄວາມເສຍຫາຍທີ່ເກີດຈາກເຫດການແຜ່ນດິນ ໄຫວໃນຄັ້ງນີ້.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: earthquake.tmd.go.th, ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...