spot_img
Homeຂ່າວທ້ອງຖິ່ນກຽມພົບກັບງານມະຫາກໍາອະສັງຫາລິມະຊັບຄັ້ງທໍາອິດໃນລາວ

ກຽມພົບກັບງານມະຫາກໍາອະສັງຫາລິມະຊັບຄັ້ງທໍາອິດໃນລາວ

Published on

ໃນຕອນເຊົ້າຂອງວັນທີ 15 ມັງກອນ 2019, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ Yula.la ແລະ Laorealestate.la ຈັດພິທີຖະແຫຼງຂ່າວກ່ຽວກັບງານມະຫາກໍາອະສັງຫາລິມະຊັບ ເຊິ່ງເປັນຄັ້ງທໍາອິດໃນ ສປປ ລາວ ທີ່ຈະຈັດຂຶ້ນເປັນເວລາ 2 ວັນເລີ່ມແຕ່ວັນທີ 1-2 ມີນາ 2019, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ທັງນີ້, ເພື່ອສົ່ງເສີມຄວາມກ້າວໜ້າໃຫ້ແກ່ພາກສ່ວນອະສັງຫາລິມະຊັບ ແລະ ເສດຖະກິດ.

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດ ແມ່ຍິງລາວ ທັງເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ກ່າວໃນຖະແຫຼງການວ່າ:  ເພື່ອເປັນການຊຸກຍູ້ສົ່ງເສີມພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ລົງທຶນໃນລາວ ໂດຍສະເພາະຂະແໜງອະສັງຫາລິມະຊັບໃຫ້ມີທ່າແຮງຂະຫຍາຍຕົວ ງານຄັ້ງນີ້, ຈະຮວບຮວມເອົາຜູ້ປະກອບການໃນຂະແໜງອະສັງຫາລິມະຊັບທີ່ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດມາວາງສະແດງ ເຊັ່ນ: ເຄື່ອງກໍ່ສ້າງ, ຜະລິດຕະພັນຕົບແຕ່ງບ້ານ, ທີ່ດິນ, ໂຄງການບ້ານຈັດສັນ ແລະ ອື່ນໆ ນອກນັ້ນ, ຍັງມີເວທີເປີດໂອກາດໃຫ້ຫົວໜ່ວຍທຸລະກິດສາມາດນໍາສະເໜີໂຄງການຂອງຕົນ ພ້ອມທັງການປຶກສາຫາລືແລກປ່ຽນຄໍາຄິດເຫັນລະຫວ່າງຜູ້ຊື້ກັບຜູ້ຂາຍ ແລະ ໄດ້ຮູ້ນະໂຍບາຍຕ່າງໆ ເຊັ່ນ: ການຊື້ທີ່ດິນ-ບ້ານເຮືອນ, ການປຸກສ້າງຕຶກອາຄານໃໝ່ ແລະ ໂຄງການສ້າງຕ່າງໆ ພ້ອມດຽວກັນນັ້ນ, ຍັງຈະມີການຈັດກອງປະຊຸມສໍາມະນາພົບປະກັບນັກທຸລະກິດດ້ານອະສັງຫາລິມະຊັບ ເຊິ່ງຈະເປັນຜົນດີໃຫ້ແກ້ຫົວໜ່ວຍທຸລະກິດທັງຫຼາຍທີ່ຈະໄດ້ຮັບຂໍ້ມູນຂ່າວສານກ່ຽວກັບອະສັງຫາລິມະຊັບກັບຕ່າງປະເທດ.

ທ່ານ ເຈມສ໌ ໄວທ໌ເຮດ ຜູ້ບໍລິຫານຂອງ Yula.la ທັງເປັນປະທານບໍລິສັດ ດິຈິຕອນຄລາດຊິຟາຍລາວ ກ່າວວ່າ: ການສົ່ງເສີມຄວາມກ້າວໜ້າໃນພາກສ່ວນອະສັງຫາລິມະຊັບ ແລະ ເສດຖະກິດໂດຍລວມນັ້ນ ເຊິ່ງທາງບໍລິສັດພວກເຮົາໄດ້ປະສົບຜົນສໍາເລັດໃນການຂະຫຍາຍຂໍ້ມູນກ່ຽວກັບອະສັງຫາລິມະຊັບຢູ່ຫຼາຍປະເທດ ເຊັ່ນ: ກໍາປູເຈຍ, ຫວຽດນາມ ແລະ ອື່ນໆ. ງານມະຫາກໍາອະສັງຫາລິມະຊັບ ປະຈໍາປີ 2019 (Laorealestate.la Expo 2019) ຈະໄດ້ນໍາເອົາບັນດາກຸ່ມຄົນ ແລະ ບໍລິສັດຊັ້ນນໍາຕ່າງໆໃນລາວເຂົ້າຮ່ວມງານ ເຊັ່ນ: ນັກພັດທະນາໂຄງການ, ນັກສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ຄົນຂາຍດິນ, ທະນາຄານທີ່ປ່ອຍສິນເຊື່ອເຮືອນ, ບໍລິສັດປະກັນໄພ, ບໍລິສັດ ດ້ານກົດໝາຍ ແລະ ນັກລົງທຶນອະສັງຫາຈາກຕ່າງປະເທດ.

ງານດັ່ງກ່າວ, ໄດ້ເປີດໃຫ້ມວນຊົນລົງທະບຽນເຂົ້າຮ່ວມງານຟຣີ ເພື່ອຈັບສະຫຼາກລຸ້ນໂຊກຮັບສິດໃນການເດີນທາງທ່ອງທ່ຽວຕ່າງປະເທດ ພ້ອມຂອງລາງວັນອື່ນໆ. ສໍາລັບບໍລິສັດຕ່າງໆ ທີ່ຕ້ອງການເປີດກວ້າງຜະລິດຕະພັນຂອງທ່ານ ແລະ ສ້າງສາຍສໍາພັນໃໝ່ໆກັບກຸ່ມທຸລະກິດອື່ນໆ ແມ່ນສາມາດຈອງບູດທ໌ເພື່ອຈັດວາງສະແດງ ຫຼື ເປັນຜູ້ຮ່ວມສະໜັບສະໜູນໄດ້ຕາມລີ້ງລຸ່ມນີ້:

https://realestatekh.lpages.co/lao-real-estate-expo-2019-lao-attendees/?fbclid=IwAR1hKfT5WpN8Zolq0Zfse0_1mL9I0e89a6OebaNqiNp-OwvR–f266M1LEQ

ຫຼື ສາມາດຕິດຕໍ່ໄດ້ທີ່ເບີໂທ: +85620 5555 0906 ຫຼື ອີເມວ contact@yula.la 

ສຳລັບການລົງທະບຽນຜູ້ເຂົ້າຮ່ວມງານຟຣີ ກົດທີ່ລີ້ງລຸ່ມນີ້: https://realestatekh.lpages.co/lao-real-estate-expo-2019-lao-attendees/?fbclid=IwAR0IcccCTS34-gdF0dmhK9j_s-SSYpzOS3X8xYiPNbbtGBRwF02b5UGphEI

 

 

 

 

 

 

 

 

 

 

 

 

 

 

 

ຂ່າວ, ຮູບພາບໂດຍ: ໃບບົວ ຈັນທະລັງສີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...