Homeຂ່າວຕ່າງປະເທດແພດຈີນຊ່ວຍຜູ້ປ່ວຍຫົວໃຈຢຸດເຕັ້ນ 72 ຊົ່ວໂມງໃຫ້ຟື້ນຈາກຄວາມຕາຍໄດ້ສຳເລັດ

ແພດຈີນຊ່ວຍຜູ້ປ່ວຍຫົວໃຈຢຸດເຕັ້ນ 72 ຊົ່ວໂມງໃຫ້ຟື້ນຈາກຄວາມຕາຍໄດ້ສຳເລັດ

Published on

ຄະນະແພດຈາກມົນທົນຝູຈ້ຽນ ທາງຕະເວັນອອກຂອງຈີນ ຊ່ວຍຊີວິດຜູ້ປ່ວຍຍິງໄວອາຍຸ 26 ປີ ໃຫ້ຟື້ນຈາກຄວາມຕາຍໄດ້ສຳເລັດ ຫຼັງຫົວໃຈຢຸດເຕັ້ນດົນເຖິງ 72 ຊົ່ວໂມງ.

ເມື່ອວັນທີ 1 ມັງກອນ 2019 ທີ່ຜ່ານມາ ຜູ້ປ່ວຍຍິງຄົນນີ້ມີພາວະຫົວໃຈຫ້ອງລຸ່ມເຕັ້ນຄ່ອຍ (ventricular fibrillation) ໂດຍນາງໄດ້ເຂົ້າຮັກສາຕົວທີ່ໂຮງໝໍໃນສັງກັດຂອງມະຫາວິທະຍາໄລ ເຊຍເໝິນ ຫຼັງຈາກນັ້ນອາການຂອງນາງໄດ້ສຸດລົງຫົວໃຈຢຸດເຕັ້ນ ແລະ ໝົດສະຕິໄປ ເຊິ່ງທາງແພດໄດ້ປະເມີນວ່ານາງເປັນໂຣກກ້າມເນື້ອຫົວໃຈອັກເສບ ຄະນະແພດຈາກພະແນກສຸກເສີນ ແລະ ຝ່າຍປະຕິບັດການໃຊ້ເຄື່ອງມື້ຄໍ້າຊູການທຳງານຂອງຫົວໃຈ ແລະ ປອດ ຫຼື ECMO ພະຍາຍາມກູ້ຊີວິດຂອງຜູ້ປ່ວຍດ້ວຍການນວດຫົວໃຈຜາຍປອດກູ້ຊີບ ຫຼື CPR ໂດຍໃຊ້ເວລາດົນເຖິງ 2 ຊົ່ວໂມງ ແຕ່ບໍ່ໄດ້ຜົນ.

ແພດຈິ່ງຍ້າຍຜູ້ປ່ວຍໄປທີ່ພະແນກຮັກສາຜູ້ປ່ວຍໜັກ ຫຼື ICU ແລະ ໃຊ້ເຄື່ອງມືທາງການແພດຄໍ້າຊູການທຳງານຂອງອະໄວຍະວະສ່ວນຕ່າງໆຂອງນາງໄວ້ ໃນວັນຕໍ່ມາຜູ້ປ່ວຍເລີ່ມກັບມາມີສະຕິ ຫົວໃຈຂອງນາງເລີ່ມກັບມາເຕັ້ນ ແລະ ຟື້ນຟູການທຳງານບາງປະເພດໄດ້ໃນ 72 ຊົ່ວໂມງຕໍ່ມາ ເຊິ່ງເປັນຜົນມາຈາກຄວາມພະຍາຍາມຂອງແພດ.

ໂດຍຄວາມດັນເລືອດ ອັດຕາການເຕັ້ນຂອງຫົວໃຈ ແລະ ການຫາຍໃຈຂອງຜູ້ປ່ວຍເລີ່ມຟື້ນຕົວຂຶ້ນໂດຍບໍ່ມີບັນຫາແຊກຊ້ອນໃດໆຕັ້ງແຕ່ວັນທີ່ນາງເລີ່ມມີສະຕິຂຶ້ນມາ ນາງຮູ້ສຶກຕົວເປັນປົກກະຕິ ແລະ ບໍ່ມີບັນຫາໃນການສື່ສານ ແຕ່ນາງຍັງຕ້ອງຮັກສາໄຕ ແລະ ຟື້ນຟູການທຳງານຂອງແຂນ ແລະ ຂາ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: news.mthai.com

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...