spot_img
Homeຂ່າວທ້ອງຖິ່ນສ່ອງຄວາມຄິດເຫັນຂອງສັງຄົມກ່ຽວກັບ "ຂີ້ເຫຍື້ອຢູ່ງານບຸນ ຫຼື ຄອນເສີດ" ຈະແກ້ໄຂແນວໃດ?

ສ່ອງຄວາມຄິດເຫັນຂອງສັງຄົມກ່ຽວກັບ “ຂີ້ເຫຍື້ອຢູ່ງານບຸນ ຫຼື ຄອນເສີດ” ຈະແກ້ໄຂແນວໃດ?

Published on

ເມື່່ອເວົ້າເຖິງຂີ້ເຫຍື້ອຊະຊາຍຢູ່ຕາມສະຖານທີ່ຕ່າງໆ ຜູ້ຊົມໃຊ້ຍັງຖືເບົາໃນການເກັບມ້ຽນເສດຂີ້ເຫຍື້ອຂອງຕົນ ແລະ ເປັນບັນຫາທີ່ຍັງເກີດຂຶ້ນເປັນປະຈໍາ ແລ້ວກໍກາຍເປັນປະເດັນທີ່ມີຫຼາຍຫາງສຽງຫຼາຍແນວຄິດໄດ້ສະແດງອອກມາ, ຜູ້ໃຊ້ເຟສບຸກສ່ວນຕົວ Sangkhane Phachanthavong ໄດ້ເຜີຍແຜ່ວີດີໂອ ແລະ ຮູບພາບຂີ້ເຫຍື້ອຢັ່ງຢາຍຕາມເດີ່ນທີ່ມີການຈັດງານບຸນປະເພນີປະຈໍາປິ ໃນວັນທີ 11-12 ມັງກອນ 2019 (ວັນຈັດງານບຸນ), ທີ່ບ້ານ ໄຊສະຫວ່າງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ອີງຕາມສັງຄົມບ້ານເມືອງຖືວ່າສັງຄົມລາວຍັງມີພຶດຕິກໍາແບບນີ້ເກີດຂຶ້ນຫຼາຍ ເຊັ່ນ: ງານບຸນປະເພນີປະຈໍາປີແຕ່ລະທ້ອງຖິ່ນ, ຄອນເສີດຫາລາຍໄດ້, ງານບຸນ ຫຼື ເທດສະການຕ່າງໆ ໃນລະດັບຊາດ, ແຂວງ, ເມືອງ ແລະ ບ້ານຕ່າງໆ ຍັງປາສະຈາກບັນຫານີ້ບໍ່ໄດ້ເທື່ອ ຍາມໃດກໍມີຫາງສຽງຈົ່ມວ່າໄປຕ່າງໆ ນາໆ.

Sangkhane Phachanthavong ໄດ້ເຜີຍແຜ່ຮູບພາບ ແລະ ວີດີໂອ ໃນເວລາ 8:54 ໂມງ ວັນທີ 13 ມັງກອນ 2019 ວ່າ:  “ບຸນປະເພນີ ຫຼື ບຸນຫາລາຍໄດ້ ຈະມີ 3 ພາກສ່ວນຄື: ປະຊາຊົນຜູ້ເຂົ້າຮ່ວມ, ຜູ້ຈັດງານ, ເມືອງ. ໃນຮີດຄອງປະເພນີບ້ານເຮົາຈະເຫັນວ່າການເຮັດບຸນຕ່າງໆ ຈະໃຊ້ຖົງຢາງປຣາສຕິກ ກິນຢູ່ໃສກໍໍຖີ້ມຢູ່ຫັນ ຫຼື ຖີ້ມລົງກາງງານເລີຍ ແລ້ວຜົນອອກມາໃນຍາມເຊົ້າຈະເຫັນຂີ້ເຫຍື້ອຢູ່ຕາມເດີ່ນ ແນ່ນອນຄົນສ່ວນໜຶ່ງຕ້ອງບອກວ່າ: “ແລ້ວບຸນເຂົາກໍມີຄົນມາມ້ຽນເດ! ຈະເປັນເລື່ອງໃຫຍ່ເຮັດຫຍັງ?, ເຂົາກິນເຂົາຈ່າຍ ຫຼື ຈ່າຍຄ່າສະຖານທີ່ແລ້ວ ເຈົ້າຂອງສະຖານທີ່ຕ້ອງມ້ຽນຢູ່ແລ້ວ!” ນັ້ນເປັນເລື່ອງທີ່ເຮົາເຄີຍປະຕິບັດມາຄືວ່າ: “ຜູ້ທີ່ເຂົາໄປຮ່ວມງານກິນແລ້ວກໍຖີ້ມລົງທີ່ນັ້ນເລີຍໂດຍທີ່ບໍ່ຄິດຜິດຫຍັງ ຫຼື ບໍ່ມີໃຜເອົາຜິດຫຍັງ ເພາະຄິດວ່າມັນມີຄົນມາມ້ຽນຢູ່ແລ້ວ”. ນັ້ນເປັນຄວາມເຊື່ອທີ່ເຄີຍມີມາ ແຕ່ຄໍາຖາມມີຢູ່ວ່າ: ເຮົາຈະເຮັດແບບນີ້ໄປຕະຫຼອດບໍ?, ເຮົາບໍ່ສັງເກດເບິ່ງຕ່າງປະເທດແດ່ບໍເພີ່ນເຮັດແນວໃດ ບໍລິຫານຈັດການແນວໃດ?, ຜູ້ຮັບຜິດຊອບຈັດງານມີການຈັດການແນວໃດກັບຂີ້ເຫຍື້ອ?, ຜູ້ທີ່ເຂົ້າຮ່ວມງານ ຫຼື ຜູ້ຊົມໃຊ້ຖົງຢາງປຣາສຕິກເຮັດແນວໃດ?, ທາງເມືອງ-ແຂວງຄວນມີລະບຽບກົດໝາຍອອກມາບັງຄັບໃຊ້ໃຫ້ຜູ້ຈັດງານຫາລາຍໄດ້ບໍ?. ນີ້ກໍເປັນອີກຄໍາຖາມໜຶ່ງ, ຂ້າພະເຈົ້າເຊື່ອວ່າເປັນເລື່ອງທີ່ພວກເຮົາຄວນເບິ່ງນໍາກັນ.

“ໃນແນວຄິດການແກ້ໄຂສໍາລັບຂ້າພະເຈົ້າຄິດວ່າ: ຕ້ອງເວົ້າເຖິງຈິດສໍານຶກຂອງຜູ້ເຂົ້າຮ່ວມງານເປັນຫຼັກ ຖ້າຜູ້ເຂົ້າຮ່ວມງານກິນແລ້ວຕ້ອງເກັບໄວ້ເອົາໄປຖີ້ມຢູ່ບ່ອນທີ່ເພີ່ນຈັດສັນໄວ້ ຖ້າຫາກວ່າຜູ້ຈັດງານບໍ່ມີບ່ອນຖີ້ມຂີ້ເຫຍື້ອ, ບໍ່ມີການບໍລິຫານຈັດການຖົງຢາງປຣາສຕິກ, ຖ້າທາງເມືອງບໍ່ມີລະບຽບກົດໝາຍອອກມາວ່າຄວນເປັນແບບໃດ, ຖ້າເກີດຂື້ນແລ້ວຈະເຮັດແນວໃດ ຈະຖືກປັບໃໝ ຫຼື ວ່າຈະເປັນແບບນີ້ຕະຫຼອດໄປ ແລ້ວສິ່ງທີ່ເກີດຂຶ້ນຈະເປັນແນວໃດ? ຖ້າມີລົມຫົວກຸດມາ, ລົມພາຍຸ ຄິດເບິ່ງວ່າຖົງຢາງຈະຢູ່ຄືເກົ່າບໍ່ ມັນອາດຈະບໍ່ມີ ແຕ່ມັນປີວຢັ່ງຢາຍໄປທຸກບ່ອນ. ມັນເຖິງເວລາແລ້ວທາງພາກລັດຕ້ອງມີກົດລະບຽບກົດໝາຍອອກມາ ເພື່ອບັງຄັບໃຊ້, ຜູ້ຈັດງານຕ້ອງມີການບໍລິຫານຈັດການທີ່ດີ. ປະຊາຊົນ ແລະ ລູກຫຼານທີ່ເຝິກຝົນຮຽນມາກໍ່ຕ້ອງປະຕິບັດຕົວຈິງຕໍ່ສັງຄົມ. ນັ້ນບໍ່ໝາຍຄວາມວ່າໄດ້ຮຽນມາແລ້ວ, ອາຈານສອນດີແລ້ວ ພໍ່ແມ່ພັດອີກແນວໜຶ່ງມັນກໍ່ເກີດຄວາມສັບສົນຂຶ້ນມາໃນການຮຽນ ແລະ ປະຕິບັດຕົວຈິງ ເຊິ່ງຂ້າພະເຈົ້າເຊື່ອວ່າ ຖ້າຫຼາຍພາກສ່ວນເອົາໃຈໃສ່ຊ່ວຍກັນເປັນເຈົ້າການຮ່ວມກັນ ເຊື່ອວ່າບັນຫານີ້ສາມາດແກ້ໄຂໄດ້ “, ທິດສີ ກ່າວ.

ພາຍຫຼັງທີ່ຮູບພາບ ແລະ ວີດີໂອໄດ້ເຜີຍແຜ່ຜ່ານສື່ອອນລາຍນ໌ (ເຟສບຸກ) ຜູ້ຊົມໃຊ້ສື່ດັ່ງກ່າວ, ເຂົ້າມາສະແດງຄວາມຄິດເຫັນຕ່າງໆ ນາໆ ໂດຍມີທັງຄົນເຫັນດີ ແລະ ບໍ່ເຫັນດີເປັນຈໍານວນຫຼວງຫຼາຍ. ທີມງານລາວໂພສ ໄດ້ຄັດຈ້ອນເອົາບາງຄວາມຄິດທີ່ຄິດວ່າມັນອາດຈະເຮັດໃຫ້ພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ໃຫ້ທ່ານໄດ້ອ່ານ ເຊັ່ນວ່າ:

ແນວດໃດກໍດີ, ບັນຫາດັ່ງກ່າວອັນໄດ້ເກີດຂຶ້ນມາຍາວນານ ແລະ ຍັງບໍ່ມີວີ່ແວວວ່າຈະມີການແກ້ໄຂໄດ້ຢ່າງຂາດຮອຍ ດັ່ງນັ້ນ, ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ບັນຫາດັ່ງກ່າວ ຄວນມີການອອກມາດຕະການ ຫຼື ລະບຽບກົດໝາຍ ເພື່ອບັງຄັບໃຊ້ ກ່ຽວກັບການຖີ້ມຂີ້ເຫຍື້ອໃນສະຖານທີ່ຕ່າງໆ ເພື່ອຄວາມເປັນລະບຽບ ແລະ ຄວາມສະອາດງາມຕາຂອງບ້ານເມືອງໃຫ້ຈົບງາມ. ທັງນີ້ທັງນັ້ນ, ທຸກຄົນຕ້ອງເປັນເຈົ້າການຕົນເອງ, ມີຈິດສໍານຶກຮ່ວມກັນ ເມື່ອມີການນໍາໃຊ້ແລ້ວກໍຕ້ອງເກັບມ້ຽນຂີ້ເຫຍື້ອຂອງຕົນນໍາໄປຖີ້ມບ່ອນທີ່ກໍານົດໄວ້.

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Sangkhane Phachanthavong

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...