spot_img
Homeຂ່າວທ້ອງຖິ່ນລັດຈະເລີ່ມຈ່າຍເງິນຊົດເຊີຍຜູ້ໄດ້ຮັບຜົນກະທົບຈາກການສ້າງທາງດ່ວນຄູ່ຂະໜານໃນເດືອນກຸມພາ 2019ນີ້

ລັດຈະເລີ່ມຈ່າຍເງິນຊົດເຊີຍຜູ້ໄດ້ຮັບຜົນກະທົບຈາກການສ້າງທາງດ່ວນຄູ່ຂະໜານໃນເດືອນກຸມພາ 2019ນີ້

Published on

ໂຄງການທາງດ່ວນຄູ່ຂະໜານຖະໜົນໄກສອນພົມວິຫານຈາກສູນການຄ້າລາວ-ໄອເຕັກ ຫາ ດົງໝາກຄາຍ ແມ່ນໂຄງການທີ່ລິເລີ່ມບົນພື້ນຖານການຜັນຂະຫຍາຍໂຄງການປ້ອງກັນ ແລະ ແກ້ໄຂລົດຕິດຂອງຖະໜົນໄກສອນພົມວິຫານ ເຊິ່ງເປັນເສັ້ນທາງຫຼັກທີ່ຈະເຊື່ອມໄປຫາທາງເລກ 13 ໃຕ້ ຈາກສະຖິຕິສະແດງໃຫ້ເຫັນວ່າ ແຕ່ລະມື້ລະຫວ່າງເສັ້ນທາງໄຟແດງໂພນເຄັງ ຫາ ໄຟແດງດົງໂດກມີພາຫະນະທີ່ຜ່ານເສັ້ນນີ້ສູງເຖິງ 43.800ຄັນ ແລະ ລະຫວ່າງໄຟແດງດົງໂດກໄປຫາໄຟແດງດອນໜູນ ພາຫະນະທີ່ຜ່ານເສັ້ນນີ້ສູງເຖິງ 51.700ຄັນ ໂດຍສະເພາະໃນຊົ່ວໂມງເລັ່ງດ່ວນທີ່ມີການຈະລາຈອນຕິດຂັດ ຫາກເກີດອຸບັດຕິເຫດລົດສຸກເສີນ ຫຼື ລົດກູ້ໄພ ແມ່ນບໍ່ສາມາດຜ່ານທາງເສັ້ນນີ້ໄດ້ເລີຍ ດັ່ງນັ້ນການກໍ່ສ້າງເສັ້ນທາງດັ່ງກ່າວຈະສາມາດຮອງຮັບພາຫະນະໄດ້ສູງເຖິງ 75.000ຄັນຕໍ່ມື້ ເຊິ່ງແນ່ນອນວ່າຈະຊ່ວຍຫຼຸດຜ່ອນບັນຫາລົດຕິດໄດ້.

ສຳລັບມູນຄ່າການກໍ່ສ້າງແມ່ນສູງເຖິງ 200 ລ້ານໂດລາ ແລະ ຈະເລີ່ມລົງມືກໍ່ສ້າງທັນທີຫຼັງຈາກເບີກຈ່າຍເງິນຊົດເຊີຍໃຫ້ແກ່ຜູ້ຖືກຜົນກະທົບ ອີງຕາມບົດລາຍງານທີ່ຜ່ານມາໂຄງການທາງດ່ວນ ໄອເຕັກ-ດົງໝາກຄາຍ ແມ່ນຈະສຳເລັດໃນເດືອນກຸມພາ 2021 ເສັ້ນທາງດັ່ງກ່າວຈະຕັດຜ່ານ 6 ບ້ານ ໃນເຂດເມືອງໄຊທານີ ແລະ 12 ບ້ານໃນເຂດເມືອງໄຊເສດຖາ ກວມເອົາ 242.6 ເຮັກຕາ ແລະ 159 ຫຼັງຄາເຮືອນ ໂດຍການປະເມີນຄ່າໃຊ້ຈ່າຍໃນການຊົດເຊີຍທັງໝົດໃຫ້ແກ່ຜູ້ຖືກກະທົບໃນໂຄງການດັ່ງກ່າວແມ່ນ 452.8 ຕື້ກີບ.

ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ກ່ອນໜ້ານີ້ວ່າ ການຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ມີຊັບສິນ ແລະ ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວແມ່ນຈະເລີ່ມຂຶ້ນໃນເດືອນກຸມພາ 2019 ສ່ວນການລົງມືກໍ່ສ້າງແມ່ນຍັງບໍ່ທັນມີກຳນົດຊັດເຈນ ແຕ່ຄາດວ່າຈະເລີ່ມຕົ້ນຫຼັງຈາກໄດ້ຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ຖືກຜົນກະທົບສຳເລັດ.

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...