Homeຂ່າວພາຍ​ໃນຮູ້ໄວ້! ລົດປ້າຍກະຊວງ, ລົດປ້າຍທຸລະກິດ 1% ແລະ ລົດປ້າຍດາວ ຄວນມີເອກະສານຫຍັງແນ່? ເມື່ອເຈົ້າໜ້າທີ່ກວດ

ຮູ້ໄວ້! ລົດປ້າຍກະຊວງ, ລົດປ້າຍທຸລະກິດ 1% ແລະ ລົດປ້າຍດາວ ຄວນມີເອກະສານຫຍັງແນ່? ເມື່ອເຈົ້າໜ້າທີ່ກວດ

Published on

ເນື່ອງຈາກ 3-4 ມື້ທີ່ຜ່ານມາເກີດປະເດັນຂ່າວໃນໂລກອອນລາຍນ໌ ຫຼັງຈາກນັກທຸລະກິດຊື່ດັງໂພສຖາມສັງຄົມ ໃນກໍລະນີທີ່ຂັບລົດຈິບຂອງບໍລິສັດຈາກ ສະຫວັນນະເຂດມາທ່າແຂກ ແລ້ວຖືກຕຳຫຼວດປັບໃໝໃນຂໍ້ຫາບໍ່ມີໃບອານຸຍາດແລ່ນລົດ (ໃບສີບົວ) ເຊິ່ງປະເດັນດັ່ງກ່າວເຮັດໃຫ້ສັງຄົມເກີດຄວາມສົນໃຈໃນວົງກວ້າງ.

ສະນັ້ນ, ທາງທີມງານລາວໂພສໄດ້ໂທລະສັບໄປສອບຖາມຂໍ້ມູນກັບທາງກົມຂົນສົ່ງເພື່ອຫາຄຳຕອບມາໃຫ້ທຸກທ່ານ ແລະ ມີພະນັກງານທ່ານໜຶ່ງໃຫ້ຂໍ້ມູນແກ່ພວກເຮົາວ່າ:

  • ສຳລັບເອກະສານໃບອະນຸຍາດແລ່ນລົດ (ໃບສີບົວ) ແມ່ນຢັ້ງຢືນລົດແຕ່ລະຄັນທີ່ນຳໃຊ້ເຂົ້າໃນການຂົນສົ່ງຮັບຈ້າງ, ການຂົນສົ່ງສະເພາະ (ລົດຂົນສົ່ງສິນຄ້າ, ຂົນສົ່ງພະນັກງານຂອງບໍລິສັດ ຫຼື ລົດໂດຍສານ)
  • ສຳລັບລົດປ້າຍຂາວໂຕໜັງສືສີດຳ (ລົດຜ່ອນ) ຫາກເປັນລົດສ່ວນຕົວ (ດາວມາຂັບສ່ວນຕົວ) ບໍ່ຈຳເປັນຕ້ອງມີໃບອະນຸຍາດແລ່ນລົດ (ໃບສີບົວ), ນອກຈາກ ລົດຄັນດັ່ງກ່າວ ເປັນລົດຂອງບໍລິສັດນຳໃຊ້ເຂົ້າໃນວຽກງານຂົນສົ່ງຮັບຈ້າງ ແລະ ການຂົນສົ່ງສະເພາະ ຕ້ອງມີໃບອະນຸຍາດແລ່ນລົດ (ໃບສິບົວ).
  • ສ່ວນລົດປ້າຍຂາວໂຕໜັງສືສີດຳຮັບໃຊ້ວຽກງານບໍລິຫານເຊັ່ນ: ລົດເກັງ, ລົດກະບະ, ລົດຈິບ ເຮັດການຜະລິດທາງອ້ອມ ແມ່ນບໍ່ມີໃບອະນຸຍາດແລ່ນລົດ (ໃບສີບົວ) ພຽງແຕ່ມີໃບທະບຽນລົດ, ປື້ມເຫຼືອງ, ໃບເສຍຄ່າທາງ, ໃບກວດກາເຕັກນິກ, ປະກັນໄພ, ໃບຂັບຂີ່ ເທົ່ານັ້ນ.

ສະຫຼຸບແລ້ວລົດທີ່ໃຊ້ເຂົ້າໃນວຽກງານບໍລິຫານ, ວຽກສ່ວນຕົວທີ່ບໍ່ກ່ຽວຂ້ອງກັບການຂົນສົ່ງໃດໆແມ່ນບໍ່ມີໃບອະນຸຍາດແລ່ນລົດ (ໃບສີບົວ) ເຖິງວ່າລົດຄັນນັ້ນຈະນຳໃຊ້ປ້າຍຂາວໂຕໜັງສືສີດຳກໍ່ຕາມ.

ນອກຈາກນີ້ທາງກົມຂົນສົ່ງຍັງໄດ້ຕອບຄຳຖາມກ່ຽວກັບຜູ້ທີ່ຂັບລົດ ປ້າຍສີຂາວໂຕໜັງສືສີຟ້າ (ລົດປ້າຍທຸລະກິດ 1%), ລົດປ້າຍສີຟ້າໂຕໜັງສືສີຂາວ (ລົດປ້າຍກະຊວງ) ແລະ ລົດປ້າຍເຫຼືອງ. ສຳລັບຜູ້ທີ່ນຳໃຊ້ລົດ 3 ປະເພດນີ້ກໍ່ບໍ່ຈຳເປັນຕ້ອງມີໃບອະນຸຍາດແລ່ນລົດ (ໃບສີບົວ) ຫຼື ເອກະສານອື່ນ ພຽງແຕ່ມີໃບທະບຽນລົດ, ປື້ມເຫຼືອງ, ໃບເສຍຄ່າທາງ, ໃບກວດກາເຕັກນິກ, ປະກັນໄພ, ໃບຂັບຂີ່ ເທົ່ານັ້ນ.

ປັດຈຸບັນ, ກົມຂົນສົ່ງໄດ້ສົມທົບກັບກົມນິຕິກຳກະຊວງກຳລັງລົງເຜີຍແຜ່ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ແຂວງພາກໃຕ້ ກໍ່ໄດ້ເນັ້ນບັນຫານີ້ເປັນພິເສດເພື່ອໃຫ້ເຈົ້າໜ້າທີ່ກວດກາເຂົ້າໃຈເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມຂົນສົ່ງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...