spot_img
Homeຂ່າວຕ່າງປະເທດຜົນການວິໄຈ ພົບວ່າໂລກອອນລາຍນ໌ເປັນຕົວເຊື່ອມ ສ່ຽງເປັນໂລກຊືມເສົ້າ

ຜົນການວິໄຈ ພົບວ່າໂລກອອນລາຍນ໌ເປັນຕົວເຊື່ອມ ສ່ຽງເປັນໂລກຊືມເສົ້າ

Published on

ເຕັກໂນໂລຊີທັນສະໄໝກ້າວໄປທັນໂລກ ເຖິງວ່າຈະຕອບໂຈດແກ່ຄວາມສະດວກສະບາຍໃນຊີວິດປະຈໍາວັນ ແຕ່ເບິ່ງຄືວ່າຈະມີມີດສອງຄົມປົນຢູ່ນໍາ ໂດຍສະເພາະການສື່ສານຜ່ານສື່ອອນລາຍນ໌ (social media) ທີ່ເອີ້ນກັນຕິດປາກວ່າ “ໂລກໂຊຊຽວມີເດຍ” ທີ່ມີໃຫ້ເລືອກໃຊ້ຫຼາຍຢ່າງບໍ່ວ່າຈະເປັນເຟສບຸກ, ແອບພຣິເຄເຊິນ ແລະ ອື່ນໆ ທີ່ສາມາດດາວໂຫຼດລົງໄວ້ໃນອຸປະກອນສື່ສານ ເຊັ່ນ ໂທລະສັບມືຖື, ສະມາດໂຟນ ແລະ ຄອມພີວເຕີ.

ສື່ສັງຄົມອອນລາຍນ໌ຖືກກ່າວຫາວ່າມີຄວາມເຊື່ອມໂຍງກັບຄວາມສ່ຽງໃນການເປັນໂລກຊືມເສົ້າຂອງຜູ້ບໍລິໂພກ ໂດຍສະເພາະໄວຮູ່ນຜູ້ຍິງມີໂອກາດເປັນພະວາຊືມເສົ້າໄວກວ່າຜູ້ຊາຍເຖິງ 2 ເທົ່າ ໂດຍນັກວິະຍາສາດຈາກສະຖາບັນລະບາດວິທະຍາ ແລະ ສາທາລະນະສຸກ ທີ່ມະຫາວິທະຍາໄລລອນດອນ. ປະເທດອັງກິດ ໄດ້ສຶກສາ ແລະ ວິເຄາະຂໍ້ມູນເຍົາວະຊົນປະມານ 11.000 ຄົນ ໃນອັງກິດ ພົບວ່າໄວຮູ່ນຜູ້ຍິງຊ່ວງອາຍຸ 14 ປີຈໍານວນ 2 ໃນ 5 ຂອງເຍົາວະຊົນທີ່ນໍາມາວິເຄາະນັ້ນຕິດສັງຄົມອອນລາຍນ໌ຢ່າງໜັກ ແລະ ໃຊ້ເວລາກັບສິ່ງເຫຼົ່ານີ້ຫຼາຍກວ່າ 3 ຊົ່ວໂມງ/ມື້, ຄິດເປັນ 12%. ຂະນະດຽວກັນພົບວ່າມີ 38% ເປັນພວກຕິດສັງຄົມອອນລາຍນ໌ຫຼາຍກວ່າ 5 ຊົ່ວໂມງ/ມື້ ເຊິ່ງສະແດງເຖີງສັນຍານວ່າມີໂອກາດປ່ວຍເປັນໂລກຊືມເສົ້າຮຸນແຮງສຸດ.

ຖ້າເບິ່ງໃນທາງເລີກເຂົ້າໄປເຖິງເຫດການທີ່ແທ້ຈິງຂອງຂະບວນການເກີດພາວະຊືມເສົ້າ ທີ່ອາດຈະກ່ຽວພັນກັບສັງຄົມອອນລາຍນ໌ ນັກວິໄຈກໍພົບວາ ໄວຮູ່ນຍິງ 40% ແລະ 25% ຂອງໄວຮຸ່ນຊາຍ ມີປະສົບການຖືກກໍ່ກວນ ຫຼື ຕົວະຍວົະໃນໂລກອອນລາຍນ໌ (cyberbullying) ສິ່ງເຫຼົ່ານີ້ລົບກວນເວລາພັກຜ່ອນ, ເວລານອນ. ນອກນັ້ນ, ມີລາຍງານລະບຸວ່າ ໄວຮູ່ນຍິງ 40% ຖ້າທຽບໃສ່ 28% ຂອງໄວຮຸ່ນຊາຍ ຜູ້ຍິງຈະມີຄວາມກັງວົນ ແລະ ສຸຂະພາບການນອນຕົກຕໍ່າ, ກັງວົນຕໍ່ຮູບຮ່າງຂອງຕົນເອງ ບາງຄົນຮູ້ສຶກວ່າຄຸນຄ່າ ຫຼື ຄວາມໝັ້ນໃຈຕົວເອງຫຼຸດລົງ ໂດຍທັງໝົດນີ້ອາດຈາດເຊື່ອມໂຍງກັບໂລກຊືມເສົ້າ.

ສະນັ້ນ, ຖ້າເປັນໄປໄດ້ແມ່ນໃຫ້ຫຼີກລ່ຽງການນຳໃຊ້ສື່ສັງຄົມອອນລາຍນ໌ໃຫ້ຫຼາຍທີ່ສຸດ ເພື່ອສຸຂະພາບຂອງເຮົາເອງ ເພາະບໍ່ມີໃຜຈະສາມາດຊ່ວຍຕົວເຮົາເອງໄດ້ນອກຈາກ ຕົວເອງ.

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th

ຮູບພາບຈາກ: today.line.me

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...