spot_img
Homeຂ່າວທ້ອງຖິ່ນຂ່າວດີ! ເປີດບໍລິການຜ່າຕັດຮີບສົບ ຟຣີ

ຂ່າວດີ! ເປີດບໍລິການຜ່າຕັດຮີບສົບ ຟຣີ

Published on

ກຸ່ມແມ່ຍິງສາກົນ ປະກາດເຖິງປະຊາຊົນລາວທົ່ວປະເທດ ຜູ້ທີ່ມີລູກຫຼານ ຫຼື ຍາດພີ່ນ້ອງທີ່ມີບັນຫາຮີບສົບ ສາມາດພົບທ່ານໝໍຊ່ຽວຊານໄດ້ ເພື່ອເຂົ້າຮັບການຜ່າຕັດປິ່ນປົວ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ສໍາລັບຜູ້ທີ່ສົນໃຈເຂົ້າປິ່ນປົວສາມາດລົງທະບຽນໄດ້ທີ່ ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 13-19 ມັງກອນ 2019 ແລະ ໂຮງໝໍແຂວງຈໍາປາສັກ ວັນທີ 20-24 ມັງກອນ 2019 ພ້ອມທັງນໍາເອົາໜັງສືຢັ້ງຢືນທີ່ຢູ່ຈາກນາຍບ້ານ ແລະ ປື້ມສໍາມະໂນຄົວມາພ້ອມ.

ການເປີດບໍລິການດັ່ງກ່າວ, ເປັນການຊ່ວຍເຫຼືອຂອງຄະນະອໍານວຍການໂຮງໝໍມະໂຫສົດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ກຸ່ມແມ່ຍິງສາກົນ ເຊິ່ງຄົນເຈັບທີ່ຮ້າຍແຮງທີ່ສຸດ ຈະຖືກພິຈາລະນາກ່ອນ ແລະ ຈະມີການຊ່ວຍເຫຼືອຄ່າເດີນທາງໄປ-ກັບດ້ວຍລົດເມ, ຄ່າອາຫານຕະຫຼອດໄລຍະທີ່ປິ່ນປົວຢູ່ໂຮງໝໍ (ຄ່າໃຊ້ຈ່າຍນີ້ສະເພາະຄົນເຈັບ ແລະ ຜູ້ຕິດຕາມຄົນເຈັບ 1 ຄົນເທົ່ານັ້ນ) ຖ້າຢູ່ນະຄອນຫຼວງວຽງຈັນ ສະເໜີໃຫ້ມາລົງທະບຽນໄດ້ທີ່ພະແນກຜ່າຕັດກະດູກ ແລະ ສັນຍະກໍາໂຮງໝໍມະໂຫສົດ ນັບແຕ່ມື້ປະກາດເປັນຕົ້ນໄປ ພ້ອມທັງນໍາເອົາໜັງສືຢັ້ງຢືນທີ່ຢູ່ຈາກນາຍບ້ານ ແລະ ປື້ມສໍາມະໂນຄົວມາພ້ອມ. ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີເບີ 030 9604893

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກຸ່ມແມ່ຍິງສາກົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...