spot_img
Homeຂ່າວຕ່າງປະເທດຜົນການວິໄຈ ຊີ້ ປະຊາຊົນອາຊຽນຢ້ານຕິດກັບດັກໜີ້ຈີນ

ຜົນການວິໄຈ ຊີ້ ປະຊາຊົນອາຊຽນຢ້ານຕິດກັບດັກໜີ້ຈີນ

Published on

ສະຖາບັນ ISEAS ອົງການກ່ຽວຂ້ອງກັບລັດຖະບານສິງກະໂປ ເປີດເຜີຍຜົນການສໍາຫຼວດຄວາມຄິດເຫັນປະຊາກອນໃນພາກພື້ນອາຊີຕາເວັນອອກສຽງໃຕ້ (ອາຊຽນ) 1.008 ຄົນ ລວມທັງນັກວິຊາການ, ນັກສຶກສາ. ນັກທຸລະກິດ, ພະນັກງານ ແລະ ສື່ມວນຊົນ ພົບວ່າຜູ້ຕອບແບບສອບສໍາຫຼວດສ່ວນໃຫຍ່ 70% ມີຄວາມເປັນຫ່ວງກັງວົນເຖິງການເຈລະຈາລະຫວ່າງລັດຖະບານຂອງປະເທດຕົນ ກັບ ສປ ຈີນ ຕາມນະໂຍບາຍ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” (One Belt One Road) ຂອງ ສປ ຈີນ ທີ່ອາດຈະເຮັດໃຫ້ປະເທດຊາດຕ້ອງຕິດກັບດັກໜີ້ ຈາກການຮ່ວມລົງທຶນກັບນັກທຸລະກິດ ຈີນ ເຊິ່ງຄວາມເຊື່ອ ແລະ ທັດສະນະຄະຕິທີ່ຫຼາຍທີ່ສຸດຢູ່ໃນມາເລເຊຍ, ຟິລິບປິນ ແລະ ໄທ.

ຈໍານວນຜູ້ຕອບແບບສໍາຫຼວດ 73% ເຫັນວ່າ:”ຈີນ ພະຍາຍາມສ້າງອິດທິພົນທາງເສດຖະກິດ ແລະ ດໍາເນີນຍຸດທະສາດດ່ານເມືອງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫຼາຍກວ່າອາເມລິກາ” ນອດຈາກນັ້ນ, 70% ເຫັນດີໃຫ້ ລັດຖະບານ ຂອງຕົນເພີ່ມຄວາມລະມັດລະວັງໃນການເຈລະຈາກັບ ຈີນ, ປະມານ 60% ເຫັນວ່າ: ‘ໃນປີຜ່ານມາ, ອິດທິພົນຂອງ ອາເມລິກາ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເສື່ອມລົງຫຼາຍ” ແລະ 1 ໃນ 3 ຂອງຜູ້ຕອບແບບສຳຫຼວດເຊື່ອໝັ້ນຕໍ່ ອາເມລິກາ ໃນຖານະຫຸ້ນສ່ວນດ້ານຄວາມໝັ້ນຄົງໃນພາກພື້ນ. ຜູ້ສໍາຫຼວດຍັງຕ້ອງການໃຫ້ປະເທດອາຊຽນ ເພີ່ມບົດບາດການເປັນຄົນກາງໃນການເຈລະຈາປັນຫາ ໂຣຮິນຈາ ໃນປະເທດມຽນມາ ຫຼາຍກວ່າການພະຍາຍາມກົດດັນທາງການທູດຕໍ່ ມຽນມາ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: thairath.co.th

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...