Homeຂ່າວພາຍ​ໃນສາເຫດນໍ້າຖ້ວມ ແລະ ຄວາມເສຍຫາຍເບື້ອງຕົ້ນບ້ານງາຍເໜືອ ແລະ ບ້ານຫາດສາແຂວງຜົ້ງສາລີ

ສາເຫດນໍ້າຖ້ວມ ແລະ ຄວາມເສຍຫາຍເບື້ອງຕົ້ນບ້ານງາຍເໜືອ ແລະ ບ້ານຫາດສາແຂວງຜົ້ງສາລີ

Published on

ເນື່ອງຈາກຝົນຕົກໜັກເປັນເວລາ 2 ວັນ ນັບຕັ້ງແຕ່ວັນທີ 6-8 ມັງກອນ 2019 ທີ່ຜ່ານມາ ເຮັດໃຫ້ເກີດນໍ້າຖ້ວມບ້ານ ງາຍເໜືອ ເມືອງ ບຸນເໜືອ ແລະ ບ້ານ ຫາດສາ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ.

ທາງທີມງານລາວໂພສໄດ້ໂທໄປສອບຖາມຂໍ້ມູນກັບພາກສ່ວນທີ່ຮັບຜິດຊອບສັງລວມຂໍ້ມູນເບື້ອງຕົ້ນ ໂດຍພະແນກແຮງງານແຂວງຜົ້ງສາລີໄດ້ໃຫ້ຂໍ້ມູນວ່າ ໃນໄລຍະ 2 ວັນທີ່ຜ່ານມາ ແຂວງຜົ້ງສາລີເກີດມີຝົນຕົກແຮງ ແລະ ມີ 2 ບ້ານທີ່ເກີດນໍ້າຖ້ວມຄບ້ານ ງາຍເໜືອ ແລະ ບ້ານ ຫາດສາ, ທາງເຈົ້າໜ້າທີ່ບອກໃຫ້ຮູ້ວ່າ ທັງ 2 ບ້ານນີ້ເປັນບ້ານທີ່ຕິດກັບສາຍນໍ້າ ບ້ານ ງາຍເໜືອແມ່ນຕິດກັບຂົວນໍ້າລົ້ນ, ບ້ານ ຫາດສາ ຕິດແຄມນໍ້າອູ ຄາດວ່າຫຼັງຈາກຝົນຕົກແຮງໃນໄລຍະ 2 ມື້ທີ່ຜ່ານມາ ເຮັດໃຫ້ປະລິມານນໍ້າເພີ່ມສູງຂຶ້ນ ແລະ ໄຫລເຂົ້າສູ່ຂົງເຂດທີ່ປະຊາຊົນອາໄສຢູ່.

ທ່ານ ບຸນເຫລັກ ຫລ້າສຸກັນ, ຮອງເຈົ້າເມືອງ ເມືອງບຸນເໜືອ, ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ ຍ້ອນຝົນຕົກໜັກນັບແຕ່ວັນທີ 6 ຫາ 8 ມັງກອນ 2018 ໄດ້ເຮັດໃຫ້ລະດັບຂອງນໍ້າງາຍຢູ່ເມືອງ ບຸນເໜືອ, ແຂວງ ຜົ້ງສາລີ ຍີ່ງຂຶ້ນສູງແລ້ວໄຫລຊຸເຂົ້າເນື້ອທີ່ທຳການຜະລິດຂອງປະຊາຊົນ ບ້ານງາຍເໜືອ ທີ່ຢູ່ລຽບຕາມນ້ຳງາຍ ເສຍຫາຍໄປ 4 ຄອບຄົວ ຕາມຂໍ້ມູນທີ່ເກັບກໍາໄດ້ໃນເບື້ອງຕົ້ນ, ຜົນເສຍຫາຍທີ່ເກີດຂຶ້ນ ມີ ຟືນ 8 ແມັດກ້ອນ, ເນື້ອທີ່ປູກຜັກທຽມ ແລະ ສັດປີກຈຳນວນໜຶ່ງ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກເຫດການໃນຄັ້ງນີ້.

ສຳລັບບ້ານ ຫາດສາ ກໍ່ເຊັ່ນດຽວກັນ ອາດມີເຮືອນທີ່ຢູ່ຕໍ່າຕິດແຄມນໍ້າທີ່ໄດ້ຮັບຜົນກະທົບ. ທາງພະແນກແຮງງານແຂວງ ຜົ້ງສາລີ ກ່າວວ່າໃນປັດຈຸບັນ ຍັງຢູ່ໃນການລົງຕິດຕາມກວດກາ ແລະ ປະເມີນຄວາມເສຍຫາຍ ທາງອົງການປົກຄອງເມືອງ ໄດ້ສົ່ງພະນັກ ງານວິຊາການກ່ຽວຂ້ອງລົງເກັບກຳຂໍ້ມູນລະອຽດເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຕາມຄວາມສາມາດຕົວຈິງ ແລະ ສະ ພາບອາກາດແຂວງຜົ້ງສາລີໃນຕອນນີ້ຝົນໄດ້ເຊົາຕົກແລ້ວເຮັດໃຫ້ສະພາບກັບຄືນສູ່ພາວະປົກກະຕິ.

 

 

 

 

 

 

 

 

 

ຮຽບຮຽງຂ່າວ:​ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ພະແນກແຮງງານແຂວງ ຜົ້ງສາລີ ແລະ Lao National Radio

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...