spot_img
Homeຂ່າວທ້ອງຖິ່ນກອງທຶນບ້ານຫຼາຍກວ່າ 4 ພັນແຫ່ງທົ່ວປະເທດ ຍັງບໍ່ມີການຄຸ້ມຄອງຈາກ ທຫລ

ກອງທຶນບ້ານຫຼາຍກວ່າ 4 ພັນແຫ່ງທົ່ວປະເທດ ຍັງບໍ່ມີການຄຸ້ມຄອງຈາກ ທຫລ

Published on

ຕາມການສໍາຫຼວດຂອງ ກະຊວງແຜນການ ແລະ ການລົງທຶນ ພົບກອງທຶນບ້ານທັງໝົດ 4 ພັນກວ່າແຫ່ງທົ່ວປະເທດຍັງບໍ່ໄດ້ຮັບການຄຸ້ມຄອງໂດຍກົງຈາກ ທະນາຄານແຫ່ງ ສປປ ລາວ (ທຫລ). ປັດຈຸບັນ, ປະຕິບັດສໍາເລັດແລ້ວ 6 ຮ້ອຍກວ່າແຫ່ງ. ຂະນະທີ່ ທຫລ ໄດ້ວາງຍຸດທະສາດຮອດປີ 2025 ຈະສ້າງຈໍານວນກອງທຶນບ້ານທັງໝົດໃຫ້ມີຄວາມເຂັ້ມແຂງໄດ້ຕາມມາດຕະຖານຂອງ ທຫລ ໂດຍຈະມີການເຝິກອົບຮົມ ແລະ ອື່ນໆ.

ອີງຕາມບົດລາຍງານຂອງ ທຫລ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດວ່າ: ຈາກການສໍາຫຼວດຂອງ ກະຊວງແຜນການ ແລະ ການລົງທຶນປີ 2013 ມີ 4 ພັນກວ່າແຫ່ງ ປັດຈຸບັນ, ທຫລ ບໍ່ໄດ້ຄຸ້ມຄອງໂດຍກົງ ເນື່ອງຈາກບັນດາກອງທຶນບ້ານໄດ້ສ້າງຕັ້ງຂຶ້ນເອງໂດຍມີຜູ້ໃຫ້ທຶນເປັນຫຼັກຄື: ສະຫະພັນແມ່ຍິງລາວ, ແນວລາວສ້າງຊາດ ແລະ ການຄຸ້ມຄອງບໍລິຫານກອງທຶນດ່ັງກ່າວໄດ້ສ້າງລະບຽບຂຶ້ນມາເອງ.

ເພື່ອຊ່ວຍໃຫ້ກອງທຶນດັ່ງກ່າວ, ມີການຄຸ້ມຄອງບໍລິຫານທີ່ຖືກຕ້ອງຕາມຂໍ້ກໍານົດຂອງ ທຫລ ໄປເທື່ອລະກ້າວ, ທາງ ທຫລ ໄດ້ຮ່ວມກັບອົງການຊ່ວຍເຫຼືອຈາກຕ່າງປະເທດໃຫ້ການຊ່ວຍເຫຼືອກອງທຶນບ້ານຫຼາຍກວ່າ 648 ແຫ່ງ ເຊິ່ງມີການເຝິກອົບຮົມໂດຍກົງ ແລະ ເຝິກອົບຮົມຜ່ານສະຖາບັນການເງິນທີ່ເປັນເຄືອຂ່າຍໃນໜ້າວຽກຄຸ້ມຄອງບໍລິຫານ, ບັນຊີ, ສິນເຊື່ອ, ກວດກາ, ຊ່ວຍຕິດຕັ້ງໂປແກຣມບັນຊີຕາມມາດຕະຖານຂອງ ທຫລ. ພ້ອມນັ້ນ, ທຫລ ໄດ້ກໍານົດແຜນຍຸດທະສາດຮອດປີ 2025 ຈະສາມາດຜ່ານການເຝິກອົບຮົມວຽກງານດັ່ງກ່າວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນບ້ານໃຫ້ໄດ້ຕາມການຄຸ້ມຄອງຂອງ ທຫລ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: ຂ່າວສານຫຼວງພະບາງ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...