spot_img
Homeຂ່າວທ້ອງຖິ່ນເກີດເຫດນໍ້າຖ້ວມໜັກ! ຊ່ວງສວາຍມື້ວານນີ້ ທີ່ຜົ້ງສາລີ

ເກີດເຫດນໍ້າຖ້ວມໜັກ! ຊ່ວງສວາຍມື້ວານນີ້ ທີ່ຜົ້ງສາລີ

Published on

ວັນທີ 8 ມັງກອນ 2019 ເວລາ12:30 ໂມງ ເກີດເຫດນໍ້າຖ້ວມບ້ານເຮືອນ ແລະ ພື້ນທີ່ທໍາການຜະລິດ ຢູ່ບ້ານ ງາຍເໜືອ ເມືອງບຸນເໜືອ ແຂວງ ຜົ້ງສາລີ ຕໍ່ມາມື້ດຽວກັນເວລາປະມານ 3 ໂມງແລງ ກໍມີເຫດການນໍ້າຖ້ວມຕື່ມທີ່ບ້ານ ຫາດສາ ເມືອງ ແລະ ແຂວງຜົ້ງສາລີ ເຮັດໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດນັ້ນໄດ້ຮັບຜົນເສຍຫາຍ. ປັດຈຸບັນ, ຍັງບໍ່ມີລາຍງານແຈ້ງເປັນຕົວເລກທາງການເທື່ອວ່າມີມູນຄ່າຄວາມເສຍຫາຍໜ້ອຍຫຼາຍພຽງໃດ ຫຼື ມີຈັກຄົນທີ່ໄດ້ຮັບເຄາະຮ້າຍຕ່າງໆ ຈາກເຫດການນໍ້າຖ້ວມຄັ້ງນີ້ ຖ້າມີຂໍ້ມູນລາຍງານຄວາມຄືບໜ້າທາງພວກເຮົາຈະແຈ້ງໃຫ້ຊາບຕື່ມພາຍຫຼັງ.

ພາບນໍ້າຖ້ວມຢູ່ບ້ານ ຫາດສາ ເມືອງ ແລະ ແຂວງຜົ້ງສາລີ

ພາບນໍ້າຖ້ວມຢູ່ບ້ານ ຫາດສາ ເມືອງ ແລະ ແຂວງຜົ້ງສາລີ

ພາບນໍ້າຖ້ວມຢູ່ບ້ານ ຫາດສາ ເມືອງ ແລະ ແຂວງຜົ້ງສາລີ

ຂະນະທີ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເຕືອນທົ່ວປະເທດ ໂດຍສະເພາະບັນດາແຂວງພາກເໜືອໃນວັນທີ 8-10 ມັງກອນ ນີ້ ຈະມີຝົນຕົກຟ້າຮ້ອງຢູ່ບາງທ້ອງຖິ່ນແຂວງພາກເໜືອ ພ້ອມທັງອາກາດຈະໜາວເຢັນລົງຕື່ມ. ດັ່ງນັ້ນ, ຂໍໃຫ້ພໍ່ແມ່ປະຊາຊົນຈົ່ງມີສະຕິລະວັັງຕົວ ແລະ ກຽມຮັບມືໃນໄລຍະ​2-3 ວັນຂ້າງໜ້າ ແລະ ຈົ່ງຮັກສາສຸຂະພາບເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ.

ຢູ່ບ້ານ ງາຍເໜືອ ເມືອງບຸນເໜືອ ແຂວງ ຜົ້ງສາລີ

ຢູ່ບ້ານ ງາຍເໜືອ ເມືອງບຸນເໜືອ ແຂວງ ຜົ້ງສາລີ

ຢູ່ບ້ານ ງາຍເໜືອ ເມືອງບຸນເໜືອ ແຂວງ ຜົ້ງສາລີ

ຢູ່ບ້ານ ງາຍເໜືອ ເມືອງບຸນເໜືອ ແຂວງ ຜົ້ງສາລີ

ຢູ່ບ້ານ ງາຍເໜືອ ເມືອງບຸນເໜືອ ແຂວງ ຜົ້ງສາລີ

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ແຂວງຜົ້ງສາລີ ເມືອງເໜືອ Phongsaly Province Northern, ກຸ່ມກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...