spot_img
Homeຂ່າວຕ່າງປະເທດມຽນມາ ເປີດໄຟຂຽວໃຫ້ກວດລ້າງກຸ່ມຍະໄຂ່

ມຽນມາ ເປີດໄຟຂຽວໃຫ້ກວດລ້າງກຸ່ມຍະໄຂ່

Published on

ສໍານັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງ ເນປີດໍ ປະເທດມຽນມາ ວັນທີ 8 ມັງກອນ 2019 ວ່າ ຊໍ ຮາເຕີ ໂຄສົກປະຈໍາລັດຖະບານ ມຽນມາ ຖະແຫຼງການໃນວັນທີ 7 ມັງກອນ ຜ່ານມາວ່າ ວິນ ມໍຍິນ ປະທານາທິບໍດີ ມຽນມາ ແລະ ນາງ ອອງ ຊານ ຊູຈີ ລັດຖະມົນຕີແຫ່ງລັດ ແລະ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ປະຊຸມວາລະພິເສດຮ່ວມກັບ ພລ.ອ. ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ທີ່ກ່ຽວຂ້ອງກັບກິດຈະການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງປະເທດ.

ທັງນີ້, ຊໍ ຮາເຕີ ໂຄສົກປະຈໍາລັດຖະບານ ມຽນມາ ບໍ່ໃຫ້ລາຍລະອຽດຂອງການປະຊຸມຫຼາຍປານໃດ ແຕ່ເວົ້າວ່າ ວິນ ມໍຍິນ ປະທານາທິບໍດີ ໄດ້ເນັ້ນໜັກກັບໜ່ວຍງານດ້ານຄວາມໝັ້ນຄົງໃນການກວາດລ້າງກຸ່ມກໍ່ການຮ້າຍ ເຊິ່ງນັ້ນກໍຄື ກອງທັບ ອາຣະກັນ (AA) ແລະ ລັດຖະບານ ເຊື່ອວ່າເປັນກອງກໍາລັງຂອງກອງທັບກອບກູ້ ໂຣຮິນຈາ ແຫ່ງ AA ທີ່ໄດ້ກໍເຫດໂຈມຕີສະຖານີປະຈໍາການຕໍາຫຼວດໃນ ລັດຍະໄຂ່ ແລະ ສັງຫານເຈົ້າໜ້າທີ່ຢ່າງໜ້ອຍ 13 ຄົນ, ໄດ້ຮັບບາດເຈັບ 9 ຄົນ. ດ້ານ AA ເຜີຍວ່າມີສະມາຊີກຂອງກຸ່ມລັດຍະໄຂ່ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ກ່າວກອງທັບອາໄສສະຖານີຕໍາຫຼວດໃຊ້ພື້ນທີ່ ເພື່ອອໍາພາງການໂຈມຕີ.

ຂະນະດຽວກັນ, ໂຄສົກປະຈໍາລັດຖະບານ ມຽນມາ ຢືນຍັນວ່າ ທຸກຝ່າຍໃນປະເທດບໍ່ຕ້ອງການໃຫ້ສະຖານະການໃນ ລັດຍະໄຂ່ ເຂົ້າສູ່ວົງຈອນອຸບາດ ເຊັ່ນ: ເຫດການທີ່ເຄີຍເກີດຂຶ້ນໃນເດືອນສິງຫາ 2016 ເຊິ່ງທະຫານ ແລະ ຕໍາຫຼວດມຽນມາ ປະຕິບັດການດ້ານຄວາມໝັ້ນຄົງຄັ້ງໃຫຍ່ ໃນລັດຍະໄຂ່ ສົ່ງຜົນເຮັດໃຫ້ ຊາວໂຣຮິນຈາ ຫຼາຍກວ່າ 700.000 ຄົນຂ້າມຊາຍແດນໄປຍັງບັງກລາເທດ ເພື່ອລີ້ໄພ ແລະ ມີການສົ່ງຕົວກັບແຕ່ບໍ່ມີຄວາມຄືບໜ້າ ເຖິງວ່າທັງສອງປະເທດລົງນາມຮ່ວມກັນໃນຕົ້ນປີຜ່ານມາ. ຂະນະທີ່ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງສະຫະປະຊາຊາດ (OCFA) ລາຍງານວ່າມີປະຊາຊົນປະມານ 4.500 ຄົນພັດຖິ່ນຈາກສະຖານະການຮຸນແຮງຄັ້ງໃໝ່ໃນລັດຍະໄຂ່ ແຕ່ຍັງບໍ່ໄດ້ຈໍາແນກວ່າມີຊາວ ໂຣຮິນຈາ ລວມຢູ່ນໍາຫຼາຍໜ້ອຍປານໃດ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...