Homeຂ່າວຕ່າງປະເທດເສນາທິການກະຊວງປ້ອງກັນປະເທດສະຫະລັດລາອອກຈາກຕຳແໜ່ງ

ເສນາທິການກະຊວງປ້ອງກັນປະເທດສະຫະລັດລາອອກຈາກຕຳແໜ່ງ

Published on

ເມື່ອວັນທີ 6 ມັງກອນ 2019 ພົນຕຳຫຼວດ ເຄວິນ ສະວີນີ  ເສນາທິການທະຫານເຮືອ ປະຈຳກະຊວງປ້ອງກັນປະເທດສະຫະລັດ ປະກາດຂໍລາອອກຈາກຕຳແໜ່ງເສນາທິການປະຈຳກະຊວງ ເຊິ່ງເປັນຕຳແໜ່ງສຳຄັນລຳດັບທີ 3 ຂອງໜ່ວຍງານ ຫຼັງຕັ້ງໜ້າປະຕິບັດໜ້າທີ່ດັ່ງກ່າວມາຕັ້ງແຕ່ເດືອນ ມັງກອນ 2018 ໂດຍການລາອອກຂອງພົນຕຳຫຼວດ ສະວີນີ ເກີດຂຶ້ນປະມານ 1 ອາທິດ ຫຼັງຈາກທີ່ທ່ານ ນາງ ດານາ ໄວ ລາອອກຈາກຕຳແໜ່ງໂຄສົກພົນລະເຮືອນຂອງກະຊວງ ເຊິ່ງໄດ້ສິ້ນສຸດການດຳລົງຕຳແໜ່ງໃນວັນທີ 31 ທັນວາ 2018 ທີ່ຜ່ານມາ ພ້ອມກັບ ພົນເອກ ເຈມ ແມັດທິສ ຍື່ນໃບລາອອກຈາກຕຳແໜ່ງລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະຫະລັດ ກ່ອນໝົດວາລະ (ຕາມກຳນົດແມ່ນຈະໝົດວາລະໃນວັນທີ 28 ກຸມພາ 2019ນີ້).

ໂດຍພົນຕຳຫຼວດ ເຄວິນ ສະວີນີ ໄດ້ຊີ້ແຈງວ່າ ເຖິງເວລາທີ່ຈະກັບໄປຢູ່ສ່ວນຕົວແລ້ວ ແລະ ຖືເປັນກຽດທີ່ໄດ້ເຮັດວຽກຮ່ວມກັບເພື່ອນຮ່ວມງານໃນກະຊວງ.

ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ແຕ່ງຕັ້ງທ່ານ ແພທຣິກ ຊານາຮານ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດໃຫ້ປະຕິບັດໜ້າທີ່ຮັກສາການໃນຕຳແໜ່ງເຈົ້າໜ້າທີ່ລະດັບສູງແທນ ຕັ້ງແຕ່ວັນທີ 1 ມັງກອນ 2019 ທີ່ຜ່ານມາ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...