spot_img
Homeຂ່າວທ້ອງຖິ່ນສະຫຼຸບລາຍຮັບພາຍໃນ 12 ເດືອນຜ່ານມາບັນລຸໄດ້ຕາມແຜນ

ສະຫຼຸບລາຍຮັບພາຍໃນ 12 ເດືອນຜ່ານມາບັນລຸໄດ້ຕາມແຜນ

Published on

ລັດຖະມົນຕີກະຊວງການເງິນ ລາຍງານຕົວເລກເບື້ອງຕົ້ນການຈັດເກັບລາຍຮັບປີ 2018 ບັນລຸໄດ້ 95,45% ຂອງແຜນການ ແລະ ລາຍຮັບສະເພາະພາຍໃນສາມາດບັນລຸໄດ້ 100,34% ຂອງແຜນປີ. ຂະນະທີປີ 2019 ຕົວເລກການເກັບລາຍຮັບທັງໝົດຕ້ອງສູ້ຊົນໃຫ້ໄດ້ 26.305 ຕື້ກີບ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ກ່າວຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ  2019, ໃນວັນທີ 7 ມັງກອນ 2018 ທີ່ນະຄອນຫຼວງວຽງຈັນ ວ່າ: ໃນບົນພື້ນຖານສະພາບ ແລະ ເງື່ອນໄຂທັງພາຍນອກ ແລະ ພາຍໃນປະເທດທີ່ບໍ່ເອື້ອອໍານວຍ ພວກເຮົາໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2018 ດ້ວຍຄວາມເອົາໃຈໃສ່ ແລະ ດ້ວຍຄວາມຮັບຜິດຊອບສູງຂອງບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃນໄລຍະ 12 ເດືອນຜ່ານມາສາມາດປະຕິບັດໄດ້ຕາມແຜນງົບປະມານແຫ່ງລັດ ທີ່ສະຫຼຸບໄດ້ເບື້ອງຕົ້ນຄື: ດ້ານລາຍຮັບສາມາດປະຕິບັດລາຍຮັບງົບປະມານທັງໝົດ 95,45% ຂອງແຜນການປີ, ສະເພາະພາຍໃນໄດ້ 100,34% ຂອງແຜນປີ; ສ່ວນດ້ານລາຍຈ່າຍປະຕິບັດໄດ້ 97,11% ຂອງແຜນປີ. ອີງໃສ່ຕົວເລກສະຫຼຸບເບື້ອງຕົ້ນການຈັດຕັ້ງປະຕິບັດລາຍຮັບ ແລະ ລາຍຈ່າຍງົບປະມານໝົດປີ 2018, ຄາດວ່າປີ 2018 ຈະຂາດດູນງົບປະມານ 4,96% ຂອງ GDP (ແຜນຂາດດູນທີ່ສະພາຮັບຮອງ 4,92% ຂອງ GDP, ມູນຄ່າ GDP ຈໍານວນ 152.425 ຕື້ກີບ)”.

ທ່ານ ກ່າວຕື່ມວ່າ: ແຜນງົບປະມານແຫ່ງລັດໃນປີ 2019 ສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຫັນປ່ຽນໃໝ່ກ້າວເຂົ້າສູ່ການປະຕິຮູບ, ການຄຸ້ມຄອງການເງິນພາກລັດຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງເຮັດໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບ ປະມານມີປະສິດທິຜົນ ແລະ ເຂັ້ມງວດຂຶ້ນກວ່າເກົ່າແນ່ໃສ່ເຮັດໃຫ້ເສດຖະກິດແຫ່ງຊາດ ເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,7% (ເທົ່າກັບ 165.475 ຕື້ກີບ) ເຊິ່ງຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງປະກອບລາຍ​ຮັບທັງ​ໝົດ ຕ້ອງສູ້ຊົນໃຫ້ໄດ້ 26.305,29 ຕື້ກີບ ຫຼື ປະມານ 16ຂອງ GDP ໃນນັ້ນລາຍຮັບພາຍໃນມີຈຳນວນ 24.240,00 ຕື້ກີບ ທຽບເທົ່າ 14,65% ຂອງ GDPສ່ວນຄາດໝາຍລາຍຈ່າຍງົບປະມານທັງ​ໝົດ ບໍ່ເກີນ 33.394,07 ຕື້ກີບ ເທົ່າກັບ 20,18% ຂອງ GDP ແລະ ຄາດຄະເນຈະຂາດດູນທັງໝົດ 7,088,78 ຕື້ກີບ ເທົ່າກັບ 4,28% ຂອງ GDP ຖືວ່າຍັງເປັນການຂາດດູນທີ່ຢູ່ໃນລະດັບສູງສົມຄວນ ແລະ ມີຄວາມຈໍາເປັນຍັງຈະຕ້ອງໄດ້ລະດົມແຫຼ່ງດຸ່ນດ່ຽງຈາກພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍກັບຄວາມຈໍາເປັນຈ່າຍຕ່າງໆ ຕາມແຜນການທີ່ໄດ້ກໍານົດໄວ້.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la, kpl.gov.la

ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...