Homeຂ່າວຕ່າງປະເທດກຸ່ມປະທ້ວງກັກເຫຼືອງອອກຊຸມນຸມອີກຄັ້ງ

ກຸ່ມປະທ້ວງກັກເຫຼືອງອອກຊຸມນຸມອີກຄັ້ງ

Published on

ສຳນັກຂ່າວເອເອັບພີ (AFP) ລາຍງານວ່າ ກຸ່ມປະທ້ວງ ເສື້ອກັກເຫຼືອງ ຂອງຝຣັ່ງກັບມາຊຸມນຸມກັນປະທ້ວງອີກຄັ້ງ ເມື່ອວັນທີ 5 ມັງກອນ 2019 ທີ່ຜ່ານມາ ຂະນະທີ່ໂຄສົກຂອງລັດຖະບານຝຣັ່ງ ປະນາມກຸ່ມປະທ້ວງກຸ່ມນີ້ວ່າເປັນພວກຫົວຮຸນແຮງທີ່ຕ້ອງການໂຄ່ນລົ້ມລັດຖະບານ.

ຂ່າວລະບຸວ່າມີຜູ້ປະທ້ວງເສື້ອກັກສີເຫຼືອງປະມານ 1.000 ຄົນ ຢູ່ບໍລິເວນຖະໜົນໝ໋ອງເຊີລິເຊ, ໃນນະຄອຫຼວງປາຣີ ປະເທດຝຣັ່ງ ຂະນະທີ່ມີລົດຕຳຫຼວດ 15 ຄັນຈອດຢູ່ບໍລິເວນດັ່ງກ່າວ ຜູ້ປະທ້ວງໄດ້ພາກັນຈູດກອງຂີ້ເຫຍື້ອ ແລະ ເຄື່ອງຂອງຕ່າງໆຈົນໄດ້ຮັບຄວາມເສຍຫາຍລວມເຖິງເຜົາລົດຈັກຕາມຂ້າງທາງ ກຸ່ມຜູ້ປະທ້ວງໄດ້ເພີ່ມຄວາມຮຸນແຮງຂຶ້ນໂດຍໄດ້ມີການດຶກວັດຖຸສິ່ງຂອງໃສ່ເຈົ້າໜ້າທີ່ຕຳຫຼວດ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດຕ້ອງໄດ້ສີດແກ໊ສນໍ້າຕາໃສ່ກຸ່ມຜູ້ປະທ້ວງ, ເຈົ້າໜ້າທີ່ຕຳຫຼວດແຈ້ງວ່າ ໃນຊ່ວງຕອນບ່າຍມີລາຍງານຜູ້ປະທ້ວງເພີ່ມຂຶ້ນອີກ ລວມທັງໝົດປະມານ 4.000ຄົນ.

ໜຶ່ງໃນຜູ້ປະທ້ວງໄວອາຍຸ 58ປີບອກວ່າ ເຫດຜົນທີ່ຮ່ວມກັນປະທ້ວງກໍ່ເພື່ອເປັນການປົກປ້ອງສິດທິຂອງລູກໃນການເຮັດວຽກໃຫ້ມີຢູ່ມີກິນ ໂດຍລູກສາວໄດ້ເງິນເດືອນໆລະ 800 ເອີໂຣ ຫຼື ປະມານ 7.800.000 ກີບ ຕ້ອງເຮັດວຽກເປັນຄົນເຮັດຂະໜົມປັງອາທິດລະ 25 ຊົ່ວໂມງ.

ນອກຈາກທີ່ນະຄອນຫຼວງປາຣີແລ້ວ ຍັງມີການຊຸມນຸມຍ່ອຍເກີດຂຶ້ນອີກຫຼາຍເມືອງຂອງຝຣັ່ງ ລວມທັງໃນເມືອງຣູອັອງ ທາງຕາເວັນຕົກສຽງເໜືອຂອງນະຄອນຫຼວງປາຣີ ມີການຊຸມນຸມປະມານ 2.000 ຄົນ ແລະ ມີການຈັບກຸມຕົວຜູ້ປະທ້ວງ 2 ຄົນ ໂດຍຜູ້ປະທ້ວງໄດ້ຮັບບາດເຈັບ 1 ຄົນ ຫຼັງຖືກສິ່ງຂອງດຶກໃສ່ ແລະ ກຸ່ມປະທ້ວງໄດ້ຈູດໄຟເຜົາສິ່ງກີດຂວາງ.

ທັງນີ້,​ ການຊຸມນຸມຂອງກຸ່ມເສື້ອກັກເຫຼືອງໃນຝຣັ່ງເລີ່ມຕົ້ນຂຶ້ນຕັ້ງແຕ່ວັນທີ 17 ພະຈິກ 2018 ຫຼັງຈາກມີການປະກາດຈະຂຶ້ນພາສີນໍ້າມັນ ຈົນເຮັດໃຫ້ປະທານາທິບໍດີ ເອັມມານູແອລ ມາຄົງ ຂອງຝຣັ່ງຕ້ອງຍົກເລີກແຜນດັ່ງກ່າວ ກ່ອນທີ່ຜູ້ຊຸມນຸມຈະຫັນປ່ຽນການຊຸມນຸມເປັນການຂັບໄລ່ລັດຖະບານຂອງທ່ານ ມາຄົງແທນ ໂດຍຈຳນວນຜູ້ຊຸມນຸມຈະຫຼຸດລົງເລື້ອຍໆໃນຊ່ວງຫຼາຍອາທິດທີ່ຜ່ານມາ ຂະນະນີ້ຕຳຫຼວດເປີດເຜີຍວ່າ ການຊຸມນຸມເມື່ອວັນທີ 5 ມັງກອນ 2018 ມີຜູ້ຊຸມນຸມທົ່ວປະເທດທັງໝົດປະມານ 12.000ຄົນ ປຽບທຽບກັບເມື່ອວັນທີ 17 ພະຈິກ 2018 ທີ່ມີຢູ່ຫຼາຍເຖິງ 282.000ຄົນ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...