Homeຂ່າວຕ່າງປະເທດກົດໝາຍໃໝ່ ອາຣັບບີ ຊາອຸດິດ ໃຫ້ແມ່ຍິງຮັບແຈ້ງການຢ່າຮ້າງຈາກຜູ້ເປັນຜົວຜ່ານຂໍ້ຄວາມທາງໂທລະສັບ

ກົດໝາຍໃໝ່ ອາຣັບບີ ຊາອຸດິດ ໃຫ້ແມ່ຍິງຮັບແຈ້ງການຢ່າຮ້າງຈາກຜູ້ເປັນຜົວຜ່ານຂໍ້ຄວາມທາງໂທລະສັບ

Published on

ກົດໝາຍໃໝ່ ອາຣັບບີ ຊາອຸດິດ ກ່ຽວກັບການຢ່າຮ້າງຂອງຄູ່ແຕ່ງງານ ເພື່ອຢຸດພາວະທີ່ແມ່ຍິງ ອາຣັບບີ ຊາອຸດິດ ຖືກຝ່າຍຊາຍຍື່ນຈົດທະບຽນຢ່າຮ້າງໂດຍບໍ່ຮູ້ຕົວ ເລີ່ມບັງຄັບໃຊ້ໃນວັນນີ້ ກຳນົດໃຫ້ສານຕ້ອງສົ່ງຂໍ້ຄວາມແຈ້ງການຢ່າຮ້າງຕໍ່ແມ່ຍິງໃຫ້ຮັບຮູ້ສະຖານະສົມຣົດຂອງຕົນເອງ.

ທະນາຍຄວາມຍິງໃນ ອາຣັບບີ ຊາອຸດິດ ບອກວ່າ ວິທີການນີ້ຈະຊ່ວຍຢຸດຕິພຶດຕິກຳທີ່ຮຽກວ່າ “ຢ່າຮ້າງແບບລັບໆ” ທີ່ຝ່າຍຊາຍມັກຈະຂໍຢຸດຕິຊີວິດການແຕ່ງງານໂດຍບໍ່ບອກໃຫ້ຜູ້ເປັນເມຍຂອງຕົນເອງຮູ້, ຂະນະດຽວກັນແມ່ນຈະຊ່ວຍໃຫ້ແມ່ຍິງ ອາຣັບບີ ຊາອຸດິດ ຄຳນຶງເຖິງສະຖານະການສົມຣົດຂອງຕົນເອງຫຼາຍຂຶ້ນ ແລະ ຊ່ວຍປົກປ້ອງສິດຂອງພວກນາງ ເຊັ່ນ: ການຮຽກຮ້ອງຄ່າລ້ຽງດູຈາກອີກຝ່າຍ.

ເມື່ອປີທີ່ຜ່ານມາ ອາຣັບບີ ຊາອຸດິດ ໄດ້ຍົກເລີກກົດຫ້າມແມ່ຍິງຂັບລົດ ເຊິ່ງມີຜົນບັງຄັບໃຊ້ໃນເດືອນ ມິຖຸນາ 2018 ຢ່າງໃດກໍ່ຕາມແມ່ຍິງ ອາຣັບບີ ຊາອຸດິດ ຍັງຄົງຢູ່ພາຍໃຕ້ກົດໝາຍທີ່ຮຽກວ່າ “ກົດໝາຍການຄຸ້ມຄອງແບບຜູ້ຊາຍ” ໂດຍທີ່ຜ່ານມາມີແມ່ຍິງຫຼາຍຄົນຍື່ນຄຳຮ້ອງຕໍ່ສານວ່າພວກນາງຖືກຝ່າຍຊາຍຢ່າຮ້າງໂດຍບໍ່ໄດ້ຮັບການແຈ້ງເຕືອນລ່ວງໜ້າ.

ມາດຕະການໃໝ່ນີ້ເປັນສ່ວນໜຶ່ງຂອງແຜນການປະຕິຮູບເສດຖະກິດ ແລະ ສັງຄົມພາຍໃນ ທີ່ຜັກດັນໂດຍ ມົງກຸດຣາຊາກຸມານ ໂມຣຳເໝັດ ບິນ ຊັລມານ ເຊິ່ງທີ່ຜ່ານມາມີການຜ່ອນຄາຍກົດເກນທີ່ເຂັ້ມງວດຕໍ່ແມ່ຍິງ ອາຣັບບີ ຊາອຸດິດ ຫຼາຍຢ່າງເຊັ່ນ: ການອະນຸຍາດໃຫ້ແມ່ຍິງເຂົ້າເບິ່ງການແຂ່ງຂັນກີລາໃນສະໜາມບາງແຫ່ງໄດ້ ແລະ ອະນຸຍາດໃຫ້ແມ່ຍິງເຮັດວຽກທີ່ໃນອະດີດອະນຸຍາດໃຫ້ແຕ່ສະເພາະຜູ້ຊາຍເຮັດວຽກໄດ້ເທົ່ານັ້ນ.

ແຕ່ຍັງມີຫຼາຍໆເລື່ອງທີ່ແມ່ຍິງ ອາຣັບບີ ຊາອຸດິດ ບໍ່ສາມາດເຮັດໄດ້ຫາກບໍ່ໄດ້ຮັບອະນຸຍາດຈາກຜູ້ປົກຄອງທີ່ເປັນຜູ້ຊາຍຢ່າງ ພໍ່, ອ້າຍ ແລະ ຜົວ ຫຼື ແມ່ນແຕ່ລູກຊາຍກໍ່ຕາມ ເລື່ອງເຫຼົ່ານັ້ນໄດ້ແກ່: ການມີໜັງສືເດີນທາງ, ການທ່ອງທ່ຽວໃນຕ່າງປະເທດ, ການແຕ່ງງານ, ການເປີດບັນຊີທະນາຄານ, ການສັນຍະກຳ, ການອອກຈາກຄຸກ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: khaosod

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...