Homeຂ່າວທ້ອງຖິ່ນ1510 ໄດ້ຮັບສາຍຮ້ອງທຸກກວ່າ 60 ສາຍບັນຫາການເອົາປຽບຜູ້ບໍລິໂພກ.

1510 ໄດ້ຮັບສາຍຮ້ອງທຸກກວ່າ 60 ສາຍບັນຫາການເອົາປຽບຜູ້ບໍລິໂພກ.

Published on

ພາຍຫຼັງ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດສາຍດ່ວນປົກປ້ອງຜູ້ຊົມໃຊ້ 1510 ເພື່ອໃຫ້ມວນຊົນໂທເຂົ້າແຈ້ງບັນຫາທີ່ຖືກເອົາປຽບທາງການຄ້າ ໄດ້ 4 ປີແລ້ວ ໂດຍສະເພາະປີ 2018 ຜ່ານມາ, ມີປະຊາຊົນໂທເຂົ້າມາຮ້ອງຮຽນສາຍດ່ວນເຖິງ 64 ສາຍ, ເຂົ້າມາຮ້ອງທຸກດ້ວຍຕົນເອງ 2 ກໍລະນີ. ປີນີ້, ຈະມີການເປີດເວັບໄຊສ໌ປົກປ້ອງຜູ້ຊົມໃຊ້ ເພື່ອຂະຫຍາຍຊ່ອງທາງການແຈ້ງຂໍ້ມູນໄດ້ງ່າຍຂຶ້ນ.

ທ່ານ ບຸນທຽນ ແກ້ວສິພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ສາຍດ່ວນ 1510 ເປັນເຄື່ອງມືໜຶ່ງໃນການປົກປ້ອງຜູ້ຊົມໃຊ້ ເຊິ່ງໄດ້ເປີດຕົວເປັນທາງການໃນວັນທີ 7 ມິຖຸນາ 2016, ຢູ່ພະແນກປົກປ້ອງຜູ້ຊົມໃຊ້ ແລະ ສົ່ງເສີມການແຂ່ງຂັນ. ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ເພີ່ມຊ່ອງທາງໃນການຮັບຄໍາຮ້ອງທຸກຂອງຜູ້ຊົມໃຊ້ທີ່ໄດ້ຮັບຜົນກະທົບທາງລົບຈາກການຊົມໃຊ້ສິນຄ້າ ແລະ ການບໍລິການ ເພື່ອເຮັດໃຫ້ຜູ້ຊົມໃຊ້ເຂົ້າເຖິງຂະບວນການແກ້ໄຂຂໍ້ຂັດແຍ້ງ ຫຼື ຄໍາຮ້ອງທຸກງ່າຍຂຶ້ນ ໃນການຮັບແຈ້ງຂໍ້ມູນກັບສິນຄ້າ ແລະ ການບໍລິການນອກລະບົບ.

ຕົ້ນປີນີ້, ກົມການຄ້ານພາຍໃນ ຈະເປີດຕົວເວັບໄຊສ໌ປົກປ້ອງຜູ້ຊົມໃຊ້ ເພື່ອໃຫ້ປະຊາຊົນສາມາດຮ້ອງທຸກຜ່ານຊ່ອງທາງອິນເຕີເນັດ ຈະບໍ່ມີແຕ່ຜູ້ຊົມໃຊ້ພາຍໃນປະເທດເທົ່ານັ້ນ ຍັງມີຕ່າງປະເທດອີດດ້ວຍທີ່ອາດຈະພົບບັນຫາໃນການຊົມໃຊ້ສິນຄ້າ ແລະ ການບໍລິການຢູ່ປະເທດເຮົາ. ສໍາລັບປີ 2018 ມີປະຊາຊົນໂທເຂົ້າຫາສາຍດ່ວນທັງໜົດ 64 ສາຍ ແລະ ມາຮ້ອງທຸກໂດຍກົງ 2 ກໍລະນີ ລວມເປັນ 66 ກໍລະນີ, ໄດ້ແກ້ໄຂແລ້ວ 22 ກໍລະນີ, ກໍາລັງສະເໜີ 34 ກໍລະນີ (ໄດ້ສົ່ງສະໂນດນໍາສົ່ງພາກສ່ວນກ່ຽວຂ້ອງລໍຖ້າແກ້ໄຂ) ເປັນການແຈ້ງຂໍ້ມູນ 3 ກໍລະນີ ແລະ ບໍ່ສາມາດດໍາເນີນຄະດີໄດ້ 7 ກໍລະນີ.

 

 

 

 

 

 

 

 

 

 

 

 

 

 

 

ຮຽບບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: laoedaily.com.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...